Ad

Ad

23 July 2014

ລັດຖະມົນຕີ​ໂຍທາທິການຊີ້​ແຈງການ​ກໍ່ສ້າງ​ເສັ້ນທາງ​ຮ່ອມ ແລະ ​ບາງ​ໂຄງການ​ຖືກ​ໂຈະ



     ບັນຫາ​ໂຄງການ​ກໍ່ສ້າງ​ເສັ້ນທາງ​ຮ່ອມ​ຢູ່​ນະຄອນຫລວງ​ວຽງ​ຈັນ ທີ່​ມີ​ຄວາມ​ຄືບ​ໜ້າ​ມາ​ຫລາຍ​ສົມຄວນ​ໃນ​ໄລຍະ​ຕົ້ນ ແລະ ໃນເວລາ​ຕໍ່​ມາ​ກໍ່​ໄດ້​ຖືກ​ໂຈະຄື​ກັບ​​ໂຄງການ​ກໍ່ສ້າງ​ເສັ້ນທາງ​ 3 ໂຄງການ​ຢູ່​ແຂວງ​ໄຊ​ຍະ​ບູລີ ທີ່​ໄດ້​ຈັດ​ຕັ້ງ​ປະຕິບັດ​ມາ​ສຳ​ເລັດ​ເປັນ​ສ່ວນ​ໃຫຍ່ ແລະ ໄດ້​ຖືກ​ໂຈະ ​ເຊັ່ນ​ດຽວ​ກັນອັນ​ໄດ້​ສ້າງ​ຄວາມ​ສົນ​ໃຈ ໃຫ້​ກັບ​ປະຊາຊົນໂດຍ​ສະມາຊິກ​ສະພາ​ແຫ່ງ​ຊາດ​ແຕ່ ລະ​ເຂດ​ໄດ້​ນຳ​ເອົາ​ຂໍ້​ຂ້ອງ​ໃຈ​ດັ່ງກ່າວ​ສະ​ເໜີ​ຜ່ານ​ກອງ​ປະຊຸມ​ສະ​ໄໝ​ສາມັນສະພາ​ແຫ່ງ​ຊາດ​ເທື່ອ​ທີ 7 ແລະ ​ໃນ​ອາທິດ​ທີ່​ຜ່າ​ນມາ ທ່ານ ດຣ. ບຸນ​ຈັນ ສິນ​ທະ​ວົງ ລັດຖະມົນຕີ​ວ່າການ​ກະຊວງ​​ໂຍທາ​ທິການ ແລະ ຂົນ​ສົ່ງ ​ໄດ້​ໃຫ້​ຄຳ​ຊີ້​ແຈງ​ເຖິງ​ສະພາບ​ຄວາມ​ເປັນ​ຈິງຂອງ​ການ​ກໍ່ສ້າງ​ເສັ້ນທາງ​ດັ່ງກ່າວ​ຢ່າງ​ກົງ​ໄປ​ກົງ​ມາ.
     ຕໍ່​ບັນຫາການ​ກໍ່ສ້າງ​ເສັ້ນທາງ​ຮ່ອມ​ໂດຍການ​ມີ​ສ່ວນ​ຮ່ວມ​ຂອງ​ປະຊາຊົນ ຢູ່ນະຄອນຫລວງວຽງ​ຈັນ ທ່ານ​ລັດຖະມົນຕີ​ມີ​ຄຳ​ເຫັນ​ວ່າ: ນະ​ໂຍບາຍ​ກໍ່ສ້າງ​ທາງ​ຮ່ອມທີ່​ມີ​ສ່ວນ​ຮ່ວມ​ຂອງ​ປະຊາຊົນ​ນີ້ ແມ່ນ​ເລີ່ມຈັດ​ຕັ້ງ​ປະຕິບັດ​ຢູ່​ນະຄອນຫລວງ​ວຽງ​ຈັນ, ​ໂດຍ​ແມ່ນ​ໂຄງການ​ພັດທະນາ ​ແລະ ບໍລິການ​ຕາມ​ຕົວ​ເມືອງ​ວຽງ​ຈັນ (ອພບ) ໃນ​ປີ 2005-2009 ໂດ​ຍທຶນ​ກູ້​ຢືມ​ຂອງ ADB. ການຈັດ​ຕັ້ງ​ປະຕິບັດ​​ໂຄງ ການ​ມີ​ສ່ວນ​ຮ່ວມ​ຂອງ​ປະຊາຊົນ​ເວລາ​ນັ້ນ​ແມ່ນ​ແບ່ງ​ເປັນ 3 ພູດ​ຄື: ປະຊາຊົນ 10%,
ລັດຖະບານ 28% ​ແລະ ADB 62% ​ແລະ ​ໄດ້​ກຳນົດ​​ເຖິງວິທີ​ການຈັດ​ຕັ້ງ​ປະຕິບັດ​ແມ່ນໄດ້​ມີ​ການ​ສຳ​ຫລວດ​ອອກ​ແບບ ​ແລະ ປະ​ເມີນ​ມູນ​ຄ່າ​ການ​ກໍ່ສ້າງ, ​ກຳນົດ​ເອົາ​ແບບ ແລະ ມູນ​ຄ່າ​ການ​ກໍ່ສ້າງ​ນຳ​ໄປ​ປຶກສາ​ກັບ​ປະຊາຊົນ ຜູ້​ທີ່​ມີ​ສ່ວນ​ຮ່ວມ​ໃນ​ເຂດ​ໂຄງການ​ຕັ້ງ​ຢູ່ເພື່ອ​ເປັນ​ເອກະ​ພາບຕໍ່​ຈຳ​ນວນ​ເງິນ​ທີ່​ຈະ​ຊຳລະ​ສະ​ສາງ ​ແລະ ​ວ່າ​ຈ້າງ​ການ​ກໍ່ສ້າງ​ຜູ້​ທີ່​ຊະນະ​ການ​ປະມູນ​ເພື່ອ​ລົງມື​ຈັດ​ຕັ້ງ​ປະຕິບັດ. ມາຮອດ​ປີ 2009 ໂຄ​ງການ​ດັ່ງກ່າວ​ໄດ້​ກາຍ​ເປັນ​ຕົວ​ແບບ​ທີ່​ດີ​ຂອງ​ ADB ແລະ ສອດຄ່ອງ​ກັບ​ນະ​ໂຍ ບາຍ​ຂອງ​ພັກ-ລັດຖະບານ​ທີ່​ວ່າ: “ລັດ​ກັບ​ປະຊາຊົນ​ພ້ອມ​ກັນ​ເຮັດ”, ຊຶ່ງ​ໂຄງການ​ກໍ່ສ້າງ​​ເບື້ອງ​ຕົ້ນ​ມີ​ຄວາມ​ຍາວ 165 ກິ​ໂລ​ແມັດ ກວມ​ເອົາ 5 ເມືອງ, ​ຕົກ​ມາ​ຮອດ​ປີ 2011 ໂຄງການ​ເສັ້ນທາງ​ຊອຍ​​ໄດ້​ຮັບ​ການ​ຂະຫຍາຍ​ຈັດ​ຕັ້ງ​ປະຕິບັດ​ຢ່າງ​ເປັນ​ຂະ​ບວນໂດຍ​ໄດ້​ເພີ່ມ​ການ​ປະກອບສ່ວນ​ຂອງ​ປະຊາຊົນ​ຈາກ 10% ມາ​ເປັນ 30%, ຊຶ່ງ​ເປັນ​ນະ​ໂຍບາຍ​ຂອງນະຄອນຫລວງ​ວຽງ​ຈັນ​ມອບ​ໃຫ້​ເມືອງ​ເປັນ​ເຈົ້າ​ຂອງ​ໂຄງການ​. ໃນ​ເວລາ​ຕໍ່​ມາສະພາບ​ການ​ກໍ່ ສ້າງ​ໄດ້​ມີ​ການ​ປ່ຽນ​ແປງ​ຍ້ອນ​ປະຊາຊົນ​ບໍ່​ມີ​ທຶນ​ປະກອບສ່ວນ ເພາະ​ເປັນເງິນ​ຈຳນວນ​ຫລາຍ ລາຍ​ຈ່າຍ​ຕໍ່​ຄອບຄົວ​ບໍ່​ສາມາດ​ຈ່າຍ​ໃຫ້​ຜູ້​ເໝົາ​ໄດ້, ນະຄອນຫລວງ​ເອງ​ກໍ່​ບໍ່​ມີ​ງົບປະມານ​ຊຳລະ​ໃຫ້​ຜູ້​ຮັບ​ເໝົາ ​ແລະ ເສັ້ນທາງ​ຈຳນວນ​ໜຶ່ງ​ກໍ່ສ້າງ​ບໍ່​ໄດ້​ມາດ​ຕະຖານປະຊາຊົນ​ບໍ່​ຍອມ​ຈ່າຍ​ເງິນ, ຈຶ່ງ​ເຮັດ​ໃຫ້​ຫລາຍ​​ໂຄງການ​ຖືກ​ຢຸດ​ສະ​ງັດ.
     ພາຍຫລັງ​​ທີ່​ໄດ້​​ໂຈະ​ 3 ໂຄງການຢູ່ແຂວງໄຊຍະບູລີ, ​ມາ​ແຕ່​ປີ 2013​​-2014, ທາງ​ກະຊວງ​ໂຍທາ​ທິການ ແລະ ຂົນ​ສົ່ງ ກໍ​ໄດ້​ລົງ​ຕິດ ຕາມ​ສະພາບ​ຕົວ​ຈິງ ​ແລະ ຜ່ານ​ການ​​ປຶກສາ​ຫາລື​ຮ່ວມ​ກັບພາກ ສ່ວນ​ກ່ຽວຂ້ອງ​ເຫັນ​ວ່າ: ໂຄງການ​ຈຳນວນ​ໜຶ່ງ​ແມ່ນ​ມີ​ຄວາມ​ຈຳ​ເປັນ​ແທ້ໆ ແລະ ​ທາງ​ແຂວງ​ດັ່ງກ່າວ​ໄດ້​ສືບຕໍ່​ດຳ​ເນີນ​ການ​ກໍ່ສ້າງ​ຢູ່, ສ່ວນ​ໂຄງການ​ທີ່​ຖືກ​ໂຈະການ​ກໍ່ສ້າງ​ຍ້ອນ ບໍ່​ມີ​ຊື່​ໂຄງການ​ຢູ່ສາລະບານ​ງົບປະມານ​ສົກ​ປີ 2013-2014. ສຳລັບ​ໂຄງ ການ​ຢູ່​ແຂວງ​ໄຊ​ຍະ​ບູລີ ຈຳນວນ 3 ໂຄງການ​ມີ​ຄື: ​ໂຄງ ການ​ສ້າງ​ທາງ ແຕ່​ປາກ​ລາຍ-​ເມື​ອງທົ່ງ​ມີ​ໄຊ ຍາວ 68,8 ກິ​ໂລ​ແມັດ ສຳ​ເລັດ​ແລ້ວ 58%, ​ໂຄງການ​ປູ​ຢາງ​ເມືອງ​ໄຊ​ຍະ​ບູລີ-​ໄຊ​ສະຖານ ຍາວ 65 ກິ​ໂລ​ແມັດ ສຳ​ເລັດ​ແລ້ວ 84% ​ແລະ ​ໂຄງການ​ແຕ່​ເມືອງ​ເງິນ-ຊຽງ​ຮ່ອນ ຍາວ 118 ກິ​ໂລ​ແມັດ ສຳ​ເລັດ​ແລ້ວ 85%, ​ເຊິ່ງ 3 ໂຄງການ​ດັ່ງກ່າວ ທາງ​ກະຊວງ​ໂຍທາ​ທິການ ແລະ ຂົນ​ສົ່ງ ​ໄດ້​ເອົາ​ເຂົ້າ​ແຜນ​ໂຄງການ​ສຶບຕໍ່​ຂອງ​ງົບປະມານ​ປີ 2014-2015 ແລ້ວ, ດ້ວຍ​ເຫດຜົນ​ທີ່​ຈຳ​ເປັນ​ທີ່​ສຸດ​ເຊັ່ນ: ​ເສັ້ນທາງ​ໄດ້​ກໍ່ສ້າງ​ຊັ້ນ​ພື້ນ​ທາງ​ໝົດ​ແລ້ວ, ບາງຊ່ວງ​ໄດ້​ປູຢາງ 2 ຊັ້ນ​ແລ້ວ ​ແລະ ບາງ​ຊ່ວງ​ກໍ​ປູຢາງ​ຊັ້ນ 1, ຖ້າ​ປະ​ໄວ້​ດົນ​ຈະ​ເຮັດ​ໃຫ້​ຊັ້ນ​ພື້ນ​ທາງ​ມີ​ການ​ເຊາະ​ເຈື່ອນ ຈະ​ເສຍ​ເງິນ​ຫລາຍ​ກວ່າ​ເກົ່າ, ໜ້າ​ທາງ​ປູຢາງ​ຊັ້ນ 1 ກໍຈະ​​ເປ່​ເພ, ຖ້າ​ຈະ​ປູ​ຊັ້ນ​ 2 ໃນຕໍ່ໜ້າ​ຈະ​ເປັນ​ຂຸມ​ຫລາຍ ຈະ​ຕ້ອງ​ໄດ້​ຂູດ​ຮື້​ຖິ້ມ​ແລ້ວ​ປູ​ຄືນ​ໃໝ່ ຈຶ່ງ​ຈະ​ສາມາດ​ປູຢາງ​ 2 ​ຊັ້ນ​ໄດ້ ແລະ ເປັນ​ເສັ້ນທາງ​ທີ່​ໄປ​ສູ່​ເຂດ​ຍຸດ​ທະ​ສາດ​ຊາຍ​ແດນ ໂດຍ​ສະ​ເພາະ​ແມ່ນເສັ້ນທາງ​ແຕ່​ປາກ​ລາຍ-​ເມືອງ​ທົ່ງ​ມີ​ໄຊ.

No comments:

Post a Comment