Ad

Ad

23 July 2014

ຍັງມີຂະບວນການຄ້າຢາເສບຕິດສົ່ງເງິນໃຫ້ປະຊາຊົນລັກລອບປູກຝິ່ນ



      ທ່ານ ບຸນເຮືອງ ດວງພະຈັນ ລັດຖະມົນຕີປະຈຳຫ້ອງວ່າການລັດຖະບານ ຫົວໜ້າຄະນະພັດທະນາຊົນນະບົດ ແລະ ລຶບ ລ້າງຄວາມທຸກຍາກຂັ້ນສູນກາງເປີດ ເຜີຍວ່າ: ປັດຈຸບັນ, ຍັງມີຂະບວນການຄ້າຢາເສບຕິດສະໜອງເງິນຊຸກຍູ້ໃຫ້ປະ ຊາຊົນຈຳ ນວນໜຶ່ງລັກລອບປູກຝິ່ນໃນເຂດພາກເໜືອຈຶ່ງເຮັດໃຫ້ສະພາບການປູກ ຝິ່ນຢູ່ບາງທ້ອງຖິ່ນມີລັກສະນະເພີ່ມຂຶ້ນ, ໂດຍສະເພາະໃນເຂດທີ່ພວກເຮົາບໍ່ທັນ ໄດ້ເອົາໃຈໃສ່ໃນການຈັດສັນບ່ອນທຳມາຫາກິນທີ່ຖາວອນ ແລະ ອາຊີບທີ່ໝັ້ນ ທ່ຽງໃຫ້ເຂົາເຈົ້າຈຶ່ງເປັນຊ່ອງຫວ່າງໃຫ້ຂະບວນການຄ້າຢາເສບຕິດສາມາດເຂົ້າມາ ຍຸຍົງປະຊາຊົນກັບມາປູກຝິ່ນຄືນໃໝ່. ສະນັ້ນ ການແກ້ໄຂບັນ ຫາການລັກລອບປູກ ຝິ່ນນີ້, ກ່ອນອື່ນແມ່ນຕ້ອງເອົາໃຈໃສ່ຈັດສັນພູມລຳເນົາຄົງທີ່, ບ່ອນທຳມາຫາກິນຖາວອນ ແລະ ສ້າງອາ ຊີບທີ່ໝັ້ນຄົງໃຫ້ແກ່ ປະຊາຊົນໃນເຂດທີ່ມີການປູກຝິ່ນດ້ວຍການຊຸກຍູ້ສົ່ງເສີມການ ແລະ ເຜີຍແຜ່ຜົນຮ້າຍຂອງຢາເສບຕິດໃຫ້ທົ່ວເຖິງຕິດພັນ ກັບການສ້າງບ້ານປອດຢາເສບຕິດໃຫ້ແຂງແຮງ ແລະ ປະຕິບັດມາດຕະການຢ່າງເຂັ້ມງວດຕໍ່ຜູ້ກະທຳຜິດຕາມລະບຽບກົດ ໝາຍ.

No comments:

Post a Comment