Ad

Ad

23 July 2014

ລາວຮັບຮອງເອົາກົດໝາຍຕ້ານ ແລະ ສະກັດກັ້ນການຟອກເງິນ



    ສປປ ລາວ, ໄດ້ຫລຸດພົ້ນຈາກການຖືກຂຶ້ນບັນຊີດຳຂອງສາກົນກ່ຽວກັບການຟອກເງິນ, ຫລັງຈາກກອງປະຊຸມສະໄໝ ສາ ມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ VII ທີ່ດຳເນີນໃນວັນ ທີ 21 ກໍລະກົດນີ້, ໄດ້ມີການຮັບຮອງເອົາກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍເຊິ່ງການຮັບຮອງເອົາກົດໝາຍດັ່ງກ່າວ ແມ່ນສະແດງໃຫ້ເຫັນຈຸດຢືນຂອງລາວທີ່ມີຕໍ່ສາກົນວ່າຖືສຳຄັນໃນການຕ້ານການຟອກເງິນ.
     ທ່ານຜູ້ວ່າການທະນາຄານແຫ່ງ ສປປ ລາວ ສົມພາວ ໄຟ ສິດ ໃຫ້ຮູ້ວ່າ: ປັດຈຸບັນປະເທດເຮົາພວມມີການພັດທະນາ ຮອບດ້ານເພື່ອສ້າງເງື່ອນໄຂໃຫ້ສາມາດເຊື່ອມໂຍງກັບສາກົນຊຶ່ງອາດຈະຖືກສວຍໃຊ້ເປັນສະຖານທີ່ ຫລື ທາງຜ່ານໃນການ ຟອກເງິນ ຫລື ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ, ສະນັ້ນຖ້າປະເທດເຮົາບໍ່ມີກົດໝາຍຕ້ານການຟອກເງິນກໍອາດຈະຖືກ ຈັດເຂົ້າ ໃນບັນຊີດຳພາຍໃນປີ 2015 ຂອງສາກົນໂດຍສະເພາະແມ່ນສະພາຄວາມໝັ້ນຄົງຂອງອົງການສະຫະປະຊາຊາດ ແລະ ອົງ ການຕ້ານການຟອກເງິນ (FAT F) ທີ່ ສປປ ລາວ ໄດ້ເຂົ້າເປັນສະມາຊິກ, ເຊິ່ງມັນຈະມີຜົນກະທົບໃຫຍ່ຫລວງຕໍ່
ການພັດທະນາປະເທດໂດຍລວມເພາະວ່າບັນດາການຊ່ວຍເຫລືອຂອງສາກົນ, ການລົງທຶນຕ່າງໆ, ການຊຳລະສະສາງລະ ຫວ່າງປະເທດ ແລະ ວຽກງານຫລັກຊັບພ້ອມທັງຈະເຮັດໃຫ້ການເຊື່ອມໂຍງກັບປະຊາຄົມເສດຖະກິດອາຊຽນ ແລະ ການປະຕິບັດພັນທະ ຕໍ່ອົງການການຄ້າໂລກ (WTO) ມີການຊັກຊ້າ.
    ທ່ານ ສົມພາວ ກ່າວວ່າ: ຜ່ານມາ, ການຕິດຕາມບັນຫາການ ຟອກເງິນຢູ່ ສປປ ລາວ ແມ່ນມີໜ່ວຍງານຂໍ້ມູນຕ້ານການ ຟອກເງິນສ້າງຂຶ້ນໃນປີ 2007 ໂດຍເຄື່ອນໄຫວພາລະບົດບາດຕາມດຳລັດວ່າດ້ວຍການຕ້ານການຟອກເງິນ, ມາຮອດປັດຈຸບັນ ສາມາດເກັບກຳຂໍ້ມູນກ່ຽວກັບການເຄື່ອນໄຫວທຸລະກຳທີ່ສົງໄສວ່າເປັນການຟອກເງິນໄດ້ 104 ກໍລະນີ້ ຈາກທະນາຄານທຸ ລະກິດແລະໄດ້ສົ່ງຂໍ້ມູນໃຫ້ເຈົ້າໜ້າທີ່ສືບສວນ-ສອບສວນ 15 ກໍລະນີແລ້ວ.

No comments:

Post a Comment