Ad

Ad

23 July 2014

ວຽກງານມາດຕະຖານຂອງລາວສາມາດຫຍັບເຂົ້າໃກ້ສາກົນເທື່ອລະກ້າວ



      ວຽກງານມາດຕະຖານຂອງລາວພວມຫຍັບເຂົ້າໃກ້ທຽບເທົ່າກັບມາດຕະຖານຂອງສາກົນເທື່ອລະກ້າວ, ພາຍຫລັງກະ ຊວງວິທະຍາສາດ ແລະ ເຕັກໂນໂລຊີຂອງລາວ, ໄດ້ປັບປຸງກົດໝາຍວ່າດ້ວຍມາດຕະຖານຄືນໃໝ່ ແລະ ໄດ້ຮັບຮອງຈາກສະ ພາແຫ່ງຊາດແລ້ວ, ເຊິ່ງຈະຊ່ວຍໃຫ້ການຕິດຕາມມາດຕະຖານເຕັກນິກຢູ່ທຸກຂະແໜງໃນທົ່ວປະເທດມີປະສິດທິພາບ ແລະ ສ້າງຄວາມເຊື່ອໝັ້ນຕໍ່ຂົງເຂດຫົວໜ່ວຍການຜະລິດສີນຄ້າ, ດຳເນີນທຸລະກິດໃຫ້ມີມາດຕະຖານດີ.
      ທ່ານສາດສະດາຈານ ດຣ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີວ່າການກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ກ່າວວ່າ: ສ ປປ ລາວ, ໄດ້ປະກາດໃຊ້ກົດໝາຍວ່າດ້ວຍມາດຕະຖານແຕ່ປີ 2007 ເພື່ອເປັນເຄື່ອງມືໃນການເຄື່ອນໄຫວວຽກງານວັດແທກ ແລະ ກວດກາຄຸນນະພາບຂອງສີນຄ້າ, ປົກປັກຮັກສາສິ່ງແວດລ້ອມ ແລະ ຮັບປະກັນຄວາມປອດໄພຂອງຜູ້ບໍລິໂພກ, ປົກ ປ້ອງຜູ້ຊົມໃຊ້ ແລະ ປົກປ້ອງຄວາມເປັນທຳໃນສັງຄົມໄດ້ດ້ວຍດີຕະຫລອດມາ ແລະ ການປັບປຸງກົດໝາຍດັ່ງກ່າວຄືນໃໝ່ນີ້ ແມ່ນເພື່ອຮອງຮັບການພັດທະນາຂອງປະເທດໂດຍສະເພາະແມ່ນການຂະຫຍາຍຕົວຂອງເສດຖະກິດລວມເຖິງການປະຕິ
ບັດພັນທະສັນຍາສາກົນຕ່າງໆທີ່ ສປປ ລາວ ໄດ້ລົງນາມ ແລະ ເປັນສະມາຊິກທີ່ຕິດພັນກັບວຽກງານມາດຕະຖານ, ການມີກົດ ໝາຍມາດຕະຖານທີ່ຮັດກຸມຈະຊ່ວຍໃຫ້ວຽກງານມາດຕະຖານເປັນທີ່ຮັບຮູ້ຈາກສາກົນ, ນັກລົງທຶນມີຄວາມເຊື່ອໝັ້ນໃນ ການດຳເນີນທຸລະກິດ ຫລື ຜະລິດສີນຄ້າໄດ້ມາດຕະຖານເພື່ອສົ່ງອອກສີນຄ້າລາວ, ຮັບປະກັນຄຸນນະພາບ ແລະ ຢັ້ງຢືນມາດ ຕະຖານແຫ່ງຊາດເພື່ອຮັບປະກັນຄວາມປອດໄພຂອງສັງຄົມ, ປົກປັກຮັກສາສິ່ງແວດລ້ອມ ແລະ ປົກປ້ອງຜູ້ຊົມໃຊ້ຢ່າງເປັນ ທຳໂດຍສອດຄ່ອງກັບມາດຕະຖານພາກພື້ນ ແລະ ສາກົນເທື່ອລະກ້າວ.

No comments:

Post a Comment