Ad

Ad

7 November 2014

ມີສະພາບຫຍໍ້ທໍ້ເກີດຂຶ້ນຫລາຍກໍລະນີໃນມື້ໃສ່ບາດພະທາດຫລວງ



     ປາກົດການຫຍໍ້ທໍ້ໃນງານບຸນຍັງເປັນຫາທີ່ແກ້ຍາກໂດຍສະເພາະຢູ່ໃນງານບຸນ ນະມັດສະການພະທາດຫລວງຄື ນັບແຕ່ ວັນທີ 4 ຫາຕອນເຊົ້າວັນທີ 6 ພະຈິກ, ຊຶ່ງເປັນມື້ສຸດທ້າຍຂອງງານບຸນ ເຫັນວ່າມີຄະດີແຫກ ແລະ ຈົກກະເປົາມີເສຍຫາຍ ແລ້ວ 22 ລາຍ ຕົກເປັນມູນຄ່າ ຫລາຍກວ່າ 60 ລ້ານກີບ, ໂດຍສະເພາະແມ່ນ ຕອນຄົນແຍ້ກັນຫລາຍ ແລະ ບ່ອນແອອັດ ພາຍຫລັງໃສ່ບາດແລ້ວໄດ້ມີຄົນເຂົ້າ ມາແຈ້ງຄວາມຢູ່ຜາມກຳມະການຈັດງານບຸນເປັນຈຳນວນ ຫລາຍ ແລະ ເຫດເກີດ ຂຶ້ນກໍມີໄລຍະເວລາທີ່ໄລ່ເລ່ຍກັນ, ຕົວຢ່າງ ກໍລະນີທີ່ເກີດຂຶ້ນໃນເວລາ 10:00 ໂມງຂອງເຊົ້າວານນີ້ພາຍຫລັງ ໃສ່ບາດແລ້ວ, ທາງ ເຈົ້າໜ໊າທີ່ສາມາດຈັບຕົວຜູ້ຖືກຫາຄົນໜຶ່ງມາທີ່ຫ້ອງສືບສວນ-ສອບສວນ, ເຊິ່ງຜູ້ກໍເຫດລາຍນີ້ເປັນຍິງອາຍຸ ປະມານ 40 ກວ່າປີ, ຕາມການໃຫ້ປາກຄຳຂອງຜູ້ເສຍຫາຍຕໍ່ເຈົ້າໜ້າທີ່ວ່າ: ໃນຄະນະເກີດເຫດຕົນເອງກຳລັງເລືອກຊື້ເສື້ອຜ້າຢູ່ຮ້ານຂາຍ ເຄື່ອງແຫ່ງໜຶ່ງໃນງານບຸນບັງເອີນຖືກດຶງກະ ເປົາເງິນນ້ອຍທີ່ຢູ່ໃນກະເປົາໃຫຍ່ທີ່ພາຍຢູ່ຈຶ່ງຮ້ອງໃຫ້ຄົນຊ່ວຍ ເຫລືອຫລັງຈາກ ນັ້ນເຈົ້າໜ້າທີ່ກໍສາມາດຈັບຕົວຜູ້ຖືກຫາມາດຳເນີນຄະດີໄດ້.

     ນາງ ບຸນທີ ແມ່ນໜື່ງໃນຜູ້ ເສຍຫາຍຢູ່ງານບຸນດັ່ງກ່າວໄດ້ໃຫ້ສຳພາດຕໍ່ນັກຂ່າວພວກເຮົາ ວ່າ: ຂ້າພະເຈົ້າມາຈາກບ້ານ ຂາມງອຍ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ, ເພື່ອມາໃສ່ບາດ ແລະ ໄຫວ້ພະທາດ ຫລວງແຕ່ໂຊກບໍ່ດີ, ຖືກຄົນ ຮ້າຍສວຍໂອກາດລັກເອົາກະເປົາເງິນໄປໂດຍບໍ່ຮູ້ສຶກຕົວ, ມີເງິນເສຍຫາຍຈຳນວນໜຶ່ງພ້ອມທັງບັດສ່ວນໂຕທີ່ສຳຄັນຫລາຍ ບັດຢູ່ໃນກະເປົາ, ເຫດການຄັ້ງນີ້ ຖືເປັນອຸທາຫອນໃນການໄປບຸນ, ຄວນມີສະຕິເກັບມ້ຽນເຄື່ອງຂອງມີຄ່າໃຫ້ດີເພາະ ບ່ອນທີ່ ມີຄົນຫລາຍຍິ່ງມີຄວາມສ່ຽງຕໍ່ການ ເສຍຫາຍ.

No comments:

Post a Comment