Ad

Ad

7 November 2014

ເມົາແລ້ວຂັບລົດໃຫຍ່ຕຳຄົນເສຍຊີວິດ



     ເຈົ້າໜ້າທີ່ພະແນກຈະລາ ຈອນນະຄອນຫລວງວຽງຈັນໃຫ້ຮູ້ວ່າ: ເວລາປະມານ 2:45 ໂມງ ຂອງວັນທີ 4 ພະຈິກນີ້, ໄດ້ ເກີດອຸປະຕິເຫດລົດເກັງຍີຫໍ້ແຄມລີ້ສີຂາວໝາຍເລກທະບຽນ ຂມ 1616 ກຳແພງນະຄອນ, ຂັບໂດຍ ທ້າວ ເພງ ຊວງ ຕາວ ອາຍຸ 17 ປີ ສັນຊາດຈີນ, ຢູ່ບ້ານໂພນຕ້ອງ ເມືອງຈັນທະບູລີ ຕຳເອົາລົດຈັກ 3 ຄັນ ແລະ ລົດໃຫຍ່ອີກ 4 ຄັນ ຢ່າງຮຸນແຮງທີ່ ຈອດຢູ່ແຄມທາງຕໍ່ໜ້າຮ້ານບັນເທິງແອດໂຮມໃນຖະໜົນຫລວງພະບາງເຂດບ້ານຂຸນຕາ, ເມືອງສີໂຄດຕະບອງ, ເຮັດໃຫ້ມີຜູ້ ເສຍຊີວິດຄາທີໜຶ່ງຄົນຊື່ນາງ ໂຕ ອາຍຸ 25 ປີຢູ່ບ້ານໂພນງາມ ເມືອງໂພນໂຮງ ແຂວງວຽງຈັນ ແລະ ມີຜູ້ໄດ້ຮັບບາດເຈັບສາ ຫັດອີກ 2 ຄົນ.
      ຜ່ານການສືບສວນ-ສອບ ສວນຂອງເຈົ້າໜ້າທີ່ຮູ້ວ່າ: ລົດ ເກງແຄມລີຄັນດັ່ງກ່າວໄດ້ແລ່ນມາແຕ່ເສັ້ນທາງຟ້າງຸ່ມດ້ວຍ ຄວາມໄວພໍມາຮອດຈຸດເກີດເຫດຈຶ່ງເສຍຫລັກເຈີດມາຕຳເອົາລົດຈັກທີ່ມີຍິງສາມຄົນນັ່ງຢູ່ ແລະ ລົດໃຫຍ່ຂອງຜູ້ມາທ່ຽວຮ້ານ ບັນເທິງທີ່ຈອດໄວ້ແຄມທາງຢ່າງ ແຮງຈົນລົດເກງແຄມລີທີ່ມາຕຳນັ້ນພິກປີ້ນງາຍທ້ອງ, ອັນເຮັດໃຫ້ມີຄົນໄດ້ຮັບບາດເຈັບ ແລະ ເສຍຊີວີດຄືດັ່ງກ່າວ, ສ່ວນຜູ້ຂັບລົດໃຫຍ່ຕົ້ນເຫດແມ່ນບາດເຈັບ ເລັກໜ້ອຍ ແລະ ອຸປະຕິເຫດເທື່ອ ນີ້ແມ່ນເກີດຈາກຄວາມ ໝາດຂອງຜູ້ຂັບຂີ່, ຊຶ່ງນອກຈາກຂັບລົດດ້ວຍຄວາມໄວສູງແລ້ວຍັງ ດື່ມສິ່ງມຶນເມົາແລ້ວຂັບລົດເປັນຂໍ້ຜິດຮ້າຍແຮງຕໍ່ລະບຽບ ແລະ ກົດໝາຍຈະລາຈອນ.

No comments:

Post a Comment