Ad

Ad

7 November 2014

ຍົກລະດັບຄວາມຮູ້ວຽກງານແກ້ໄຂຄຳຮ້ອງທຸກ



     ໃນວັນທີ 5-7 ພະຈິກນີ້, ຢູ່ສະ ໂມສອນໄຟຟ້າ ແຂວງວຽງຈັນ ໄດ້ຈັດສຳມະ ນາຍົກລະດັບຄວາມຮູ້ ແລະ ການຈັດຕັ້ງປະ ຕິບັດກົດໝາຍກ່ຽວກັບວຽກງານ ແກ້ໄຂຄຳຮ້ອງທຸກໃຫ້ແກ່ບັນດາ ພະນັກງານກ່ຽວຂ້ອງແຂວງ ພາກເໜືອ ໂດຍການ ເປັນປະ ທານຂອງທ່ານ ຄຳສິງ ໄຊສົມ ແພງ ຫົວໜ້າກົມຄຳຮ້ອງຂໍ ຄວາມເປັນທຳ ແລະ ບັນຫາສັນ ຊາດ ສະພາແຫ່ງຊາດ.
     ທັງນີ້ເພື່ອເຮັດໃຫ້ສະມາຊິກ ສະພາແຫ່ງຊາດ ແລະ ພະນັກ ງານວິຊາການທີ່ຮັບ ຜິດຊອບວຽກງານແກ້ໄຂຄຳຮ້ອງຂໍ ຄວາມເປັນທຳໄດ້ຮັບການຍົກ ລະດັບຄວາມຮູ້ທາງດ້ານກົດ ໝາຍ ແລະ ມີຄວາມເຂົ້າໃຈ ເຖິງພາລະບົດບາດຂອງສະພາແຫ່ງ ຊາດໃນການຕິດຕາມກວດກາ ການແກ້ໄຂຄຳຮ້ອງຟ້ອງຂອງ ອົງການຕຸລາການ ແລະ ການ ແກ້ໄຂຄຳສະເໜີຂອງອົງການບໍລິຫານ, ວິທີການ ແລະ ຫລັກ ການໃນການຄົ້ນຄວ້າພິຈາລະ ນາແກ້ໄຂຄຳຮ້ອງທຸກ ໂດຍສະ ເພາະຄຳຮ້ອງຂໍເປັນທຳເພື່ອໃຫ້ຮັບປະກັນຄວາມຖືກຕ້ອງ ແລະ ເປັນທຳໃນການແກ້ໄຂ, ມີຄວາມ ຮັບຜິດຊອບຕໍ່ໜ້າທີ່ວຽກ
ງານ, ມີຫົວຄິດປະດິດສ້າງ ແລະ ມີແບບແຜນວິທີເຮັດວຽກທີ່ແທດເໝາະ ກັບສະພາບຕົວຈິງ ເພື່ອໃຫ້ບັນລຸ ໄດ້ຄວາມຮຽກ ຮ້ອງຕ້ອງການຄືແກ້ໄຂຄຳຮ້ອງຂໍຄວາມເປັນທຳໄດ້ໄວ, ໄດ້ດີ, ໄດ້ຫລາຍ ແລະ ຖືກຕ້ອງຕາມກົດໝາຍ.
      ກອງປະຊຸມໄດ້ຮັບຟັງການ ສະເໜີບົດຮຽນການຄົ້ນຄວ້າ ແລະ ແກ້ໄຂຄຳຮ້ອງຂໍຄວາມເປັນທຳ, ການດຳເນີນຄະດີອາ ຍາ ແລະ ກົດໝາຍອາຍາ, ກົດໝາຍແພ່ງ ແລະ ກົດໝາຍການດຳເນີນຄະດີແພ່ງ, ເຜີຍແຜ່ມະຕິຕົກລົງຂອງຄະນະປະຈຳ ສະພາ ແຫ່ງຊາດວ່າດ້ວຍການດຳເນີນການແກ້ໄຂຄຳຮ້ອງຂໍຄວາມເປັນທຳ ແລະ ບົດສະຫລຸບລາຍງານວຽກງານຄຳຮ້ອງຂໍຄວາມ ເປັນທຳຂອງເຂດເລືອກຕັ້ງ, ຮັບຟັງບົດຮຽນຈາກຕ່າງປະເທດ ແລະ ສົນທະນາຖາມ-ຕອບ ແລະ ແລກປ່ຽນຄຳຄິດຄຳເຫັນ, ພ້ອມທັງຈັດກຸ່ມເພື່ອຄົ້ນຄວ້າຄຳຮ້ອງຂໍຄວາມເປັນທຳທີ່ຕັ້ງເປັນໂຈດ.
      ທ່ານ ຄຳສິງ ໄຊສົມແພງ ກ່າວວ່າ: ການສຳມະນາຄັ້ງນີ້ມີ ຄວາມສຳຄັນຫລາຍ ເພື່ອໃຫ້ພະນັກງານວິຊາການທີ່ເປັນເສ ນາທິການໃຫ້ແກ່ສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ກໍຄືກຳມາທິ ການ, ຄະນະປະຈຳສະພາແຫ່ງຊາດໄດ້ມີຄວາມຮັບຮູ້ ທາງດ້ານກົດໝາຍເພື່ອເປັນບ່ອນອີງໃຫ້ແກ່ການດຳເນີນວຽກງານແກ້ໄຂຄຳຮ້ອງທຸກເວົ້າລວມ, ເວົ້າສະເພາະແມ່ນການດຳເນີນ ແລະ ຄົ້ນຄວ້າແກ້ໄຂຄຳຮ້ອງຂໍຄວາມເປັນທຳທີ່ເປັນພາລະບົດບາດສຳຄັນໜຶ່ງຂອງສະພາແຫ່ງຊາດ.

No comments:

Post a Comment