Ad

Ad

7 November 2014

ວຽກງານ​ລຶບ​ລ້າງ​ຄວາມທຸກ​ຍາກ​ໄດ້​ຮັບ​ຜົນສຳ​ເລັດ​ສູງ



ພາບປະກອບ
     ພາຍຫຼັງລັດ​ທະ​ບານ​ໄດ້​ສຸມ​ທືນຮອນ​ໃນ​ການ​​ພັດທະນາ​ຊົນນະບົດ ​ແລະ ລຶບ ລ້າງ​ຄວາມທຸກ​ຍາກຂອງປະຊາຊົນ, ມາ​ຮອດ​ປັດຈຸບັນ​ໄດ້​ມີ​ຄວາມ​ສໍາ​ເລັດຫຼາຍດ້ານ ເຊັ່ນ: ການ​ພັດທະນາ​ເສດຖະກິດ​, ການກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ, ການ​ສຶກສາ ​ແລະ ສາ ທາລະນະ​ສຸກ. ໃນ​ບົດ​ລາຍ​ງານ​ໃນ​ກອງ​ປະຊຸມຂອງຄະນະ​ພັດ ທະນາ​ຊົນນະບົດ ແລະ ລຶບລ້າງ​ຄວາມທຸກ​ຍາກ​ໃຫ້ຮູ້​ວ່າ: ການ​ພັດທະນາ​ພຶ້ນຖານ​ໂຄງ​ລ່າງ ແລະ​ການ​ບໍລິການ​ຢູ່ຊົນນະບົດ​ຍັງ​ສືບ​ຕໍ່​ໄດ້​ຮັບ​ການ​​ເອື້ອອຳ ນວຍ​ໃຫຍ່ຫຼວງທີ່​ສຸດເຖິງຈະ​ພົບ​ຄວາມ​ຫຍຸ້ງຍາກ​ທາງ​ດ້ານ​ການ​ເງິນ​ ແລະ ການສະໜອງງົບປະ ມານຕ່າງໆ, ແຕ່ຕາໜ່າງ​ໂທລະ​ຄົມມະນາຄົມ ​ແລະ ​ໄຟຟ້າ ​ໄດ້​ຮັບການ​ເປີດ​ກວ້າງ​ຢູ່ໃນ​ເຂດ​ຫ່າງ​ໄກ​ສອກຫຼີກທຸລະກັນດານ ແລະ ເຂດ​ທີ່ໝັ້ນຂອງ​ການ​ປະຕິ ວັດ ​ແລະ ​ເຂດ​ເມືອງ, ບ້ານ​ວິລະ​ຊົນ​ຕ່າງໆ​ເຂດ​ທີ່​ເປັນ​ເປົ້າໝາຍ ຈຸດ​ສຸມ​ສ້າງ​ບ້ານ​ພັດທະນາ, ສ້າງ​ບ້ານ​ໃຫຍ່​ໃຫ້​ເປັນ​ຕົວ​ເມືອງ​ນ້ອຍ​ໃນ​ຊົນນະບົດ ​ແລະ​ ບັນດາ​ບ້ານ​ເຮັດ​ທົດ​ລອງ 3 ສ້າງ ​ໃນ​ປີ 2014 ຈຳນວນ​ບ້ານ​ທີ່​ມີ​ເສັ້ນທາງ​ທຽວ​ໄດ້​ຕະຫຼອດປີ ​ເພີ່ມ​ຂຶ້ນ 252 ບ້ານ, ຈາກ 6.943 ບ້ານ ຫຼື 59,85% ​ໃນ​ປີ 2013 ມາ​ເປັນ 7.185 ບ້ານ ໃນ​ປີ 2014 ກວມ 84,27%ຂອງ​ຈຳນວນ​ບ້ານ​ທັງ ໝົດ,
ຈຳນວນ​ກຸ່ມ​ບ້ານ​ມີ​ລະບົບ​ໄປສະນີ​ໄດ້​ເພີ່ມ​ຂຶ້ນ, ການ​ຂະຫຍາຍ​ຕາໜ່າງ​ໄຟຟ້າ​ອອກ​ສູ່​ຊົນນະບົດກໍ​ມີ​ຜົນ​ສຳ​ເລັດ. ໃນ 1 ປີ ຜ່ານ​ມາ​ຈຳນວນ​ບ້ານ​ທີ່​ມີ​ໄຟ ຟ້າ​ໃຊ້ ໄດ້​ເພີ່ມ​ຂຶ້ນ 342 ບ້ານ, ຈາກ 6.024  ບ້ານ ​ໃນ​ປີ 2013 ມາ​ເປັນ 6.366 ບ້ານ ໃນປີ 2014 ກວມ 74,77% ​ຂອງຈຳນວນ ບ້ານທັງໝົດ. ການ​ເຂົ້າ​ເຖິງ​ສິນ​ເຊຶ່ອທີ່​ເປັນ​ປັດ​ໃຈໜຶ່ງ​ຊຸກຍູ້​ຂະ​ບວນການ​ຜະລິດ​ຂອງ​ປະຊາຊົນ​ໄດ​້​ເພີ່ມ​ຂຶ້ນ 10%, ການບໍລິ​ການ​ດ້ານ​ສິນ​ເຊຶ່ອຂອງ​ທະນາຄານ ແລະ​ການ​ເງິນ​ຈຸ​ລະ​ພາກ​ຕ່າງໆ​ກວມເອົາ  70,3% ຂອງ​ຈຳນວນ​ບ້ານ​ທົ່ວ​ປະ​ເທດ. ການ​ຄ້ຳປະ ກັນດ້ານສະບຽງອາຫານ ແລະ ການ​ສົ່ງ​ເສີມ​ກະສິກຳ​ເປັນ​ສິນຄ້າ​ໃນ​ປີຜ່ານມາ​ເຫັນ​ວ່າ​​ ​ໄດ້​ຮັບ​ການ​ເປີ​ດກວ້າງ​ອອກ​ເຮັດ​ໃຫ້ ການ​ຜະລິດ​ຂອງ​​ຊາວ​ກະສິກອນ​ສາມາດເຊື່ອມ​ໂຍງ​ກັບ​ຕະຫຼາດ, ຫຼາຍພາກສ່ວນ​ເສດຖະກິດ​ໄດ້​ຫັນ​ການ​ລົງທຶນ​ໄປ​ສູ່​ຊົນນະ ບົດຫຼາຍຂຶ້ນ, ອັນ​ໄດ້ປະກອບ ສ່ວນ​ເຂົ້າ​ໃນ​ການ​ແກ້​ໄຂຄວາມ ທຸກຍາກຂອງປະຊາຊົນຢ່າງມີ ປະສິດທິຜົນ.  ໃນ​ປີ 2014 ຈຳ ນວນ​ບ້ານ​ທີ່​ມີ​ກຸ່ມ​ການ​ຜະລິດ​ສິນຄ້າ​ເຖິງ 5.756 ບ້ານ ກວມ​ອັດ ຕາ​ສ່ວນ 67,61% ຂອງ​ຈຳນວນ​ບ້ານ​ທົ່ວ​ປະ​ເທດ, ເພີ່​ມຂຶ້ນ 7% ທຽບ​ໃສ່​ປີ 2013. ໃນ​ປີຜ່ານມາ​ນີ້ ສັງ​ເກດ​ເຫັນ​ວ່າການປະກອບ ສ່ວນ​ຂອງ​ໂຄງການ​ຂະໜາດນ້ອຍ ​ແມ່ນ​ຍັງ​ມີ​ຄວາມ​ສຳຄັນ ຫຼາຍ​ໃນ​ຂະ​ບວນການ​ຜະລິດ​ເປັນ​ສິນຄ້າ, ​ເປັນຕົ້ນ​ແມ່ນ ໂຄງການ​ຂອງ​ກອງ​ທຶນຫຼຸດ ຜ່ອນ​ຄວາມທຸກ​ຍາກ, ການ​ປ່ອຍ​ກູ້​ຂອງ​ທະນາຄານ​ນະ​ໂຍບາຍ, ສະ​ຖາ​ບັນ​ການ​ເງິນ​ແລະ​ໂຄງການ​ຊ່ວຍ​ເຫຼືອຕ່າງໆຂອງຕ່າງ ປະເທດ.
     ດ້ານ​ການ​ສຶກສາ: ​ໄດ້​ເອົາ​ໃຈ​ໃສ່​ແກ້​ໄຂ​ບັນດາ​ບ້ານທີ່​ບໍ່ມີ​ໂຮງ ຮຽນປະຖົມ ຫຼື ມີ​ຄວາມຫຍຸ້ງ ຍາກ​ເຂົ້າ​ເຖິງ​ໂຮງຮຽນຢູ່​ບ້ານ​ໃກ້​ຄຽງ, ບັນຫາ​ການ​ຂາດ​ແຄນ​ຄູ​ສອນ, ອຸປະກອນ​ການ​ຮຽນ ອັນໄດ້ເຮັດໃຫ້ອັດຕາ​ການ​ເຂົ້າ ຮຽນຂອງ​ເດັກ​ໃນ​ເກນ​ອາຍຸ 3-5 ປີ ​ເພີ່ມ​ຂຶ້ນ​ກວມ 39,1%, ອັດຕາ​ເຂົ້າຮຽນສຸດທິຊັ້ນປະຖົມກວມ 98%, ອັດຕາ​ເຂົ້າຮຽນລວມ ຊັ້ນມັດທະຍົມ​ຕົ້ນສະ​ເລ່ຍ 74,4%, ມັ​ດທະ​ຍົມ​ປາຍ ສະ​ເລ່ຍ 41,3%, ບ້ານ​ໄດ້​ສຳ​ເລັດ​ການ​ສຶກສາ​ຊັ້ນ ປະຖົມພາກ​ບັງຄັບມີ 8.367 ບ້ານ ກວມ 98,27%. ທັງໝົດນີ້​ເປັນ​ການ​ສ້າ​ງ​ເງື່ອນ​ໄຂ​ອັນໜັກ​ແໜ້ນ ເພື່ອ​ບັນ​ລຸ​ເປົ້າໝາຍສະຫັດ​ຕະວັດ​ດ້ານ​ດານ​ສຶກສາ (MDGs) ໃນ​ປີ 2015. ຂະນະ​ດຽວກັນ​ ດ້ານ​ສາ ທາລະນະ​ສຸກ: ​ໄດ້​ສຶບຕໍ່​ເອົາ​ໃຈ​ໃສ່​ປັບປຸງ​ຄຸນ​ນະພາ​ບ ​ແລະ​ຂະຫຍາ​ຍການ​ບໍລິການ​ລົງ​ສູ່​ຈຸດ​ສຸມ​ພັດທະນາ ​ແລະ ບ້ານ​ຕ່າງໆ ຢ່າງ​ທົ່ວ​ເຖິງ​. ມາ​ຮອດ​ປະຈຸ​ບັນ ທົ່ວ​ປະ​ເທດມີບ້ານ​ທີ່​ເຂົ້າ​ເຖິງ​ຕາໜ່າງການ​ບໍລິການດ້ານ​ສາ ທາລະນະ​ສຸກແລ້ວ 8.202 ບ້ານ ກວມ 96,34%, ​ໄດ້​ສ້າງຕັ້ງກອງ​ທຶນ​ສຸຂະພາບ ສຳລັບ​ຜູ້​ທຸກ​ຍາກ​ຢູ່ 88 ເມືອງ ​ໃນ 17 ແຂວງ ແລະ ສາມາດສ້າງບ້ານແບບຢ່າງ​ສາທາລະນະ​ສຸກ ​ເພີ່ມ​ຂຶ້ນ​ເປັນ 4,646 ບ້ານ, ກວມ 54,57% ຂອງ​ຈໍ​ານວນ​ບ້ານ​ທັງໝົດ​ໃນ​. ເຖິງ​ຢ່າງ​ໃດກໍຕາມການຈັດຕັ້ງປະຕິ ບັດ​ວຽກງານ​ພັດທະນາ​ຊົນນະ ບົດ ​ແລະ ລຶບລ້າງ​ຄວາມທຸກ​ຍາກ ກໍ​ຍັງ​ມີ​ຂໍ້ຄົງຄ້າງ​ຄື:
- ການ​ສຶກສາ​ອົບຮົມ​ການ​ເມືອງ-​ແນວ​ຄິດ ​ໃຫ້​ປະຊາຊົນ​ບັນດາ​ເຜົ່າ​ເຖິງ​ວ່າ​ໄດ້​ເຮັດ​ຢ່າງ​ເປັນ​ລະ ບົບ​ຕໍ່​ເນື່ອງ​ແຕ່​ກໍ່ຍັງ​ບໍ່ສາມາດ​ເຮັດ​ໄດ້​ຢ່າງ​ທົ່ວ​ເຖິງ, ອີກ​ດ້ານ ໜຶ່ງຄວາມ​ຮັບ​ຮູ້ ແລະ​ ຄວາມ​ກະ ຕືລື​ລົ້ນ​ໃນ​ການ​ພັດທະນາ​ຕົນ​ເອງ​ຂອງ​ປະຊາຊົນ​ບັນດາ​ເຜົ່າ​ຢູ່​ບາງ​ບ່ອນ​ຍັງ​ບໍ່ສູງ​ເທົ່າ​ທີ່​ຄວນ, ຄວາມ​ເຂົ້າ​ໃຈ​ຕໍ່​ແນວທາງ​ນະ​ໂຍ ບາຍ​ຂອງ​ພັກ-ລັດ​ຍັງ​ບໍ່ທັນ​ເລິກ​ເຊິ່ງ ​ແລະ ກວ້າງຂວາງ.
- ຄຸນ​ນະພາ​ບຂອງ​ການ​ຢັ້ງຢືນ​ຄອບຄົວ, ບ້ານ​ພົ້ນ​ທຸກ ​ແລະ ພັດ ທະນາ​ຢູ່​ບາງ​ບ່ອນ​ຍັງ​ບໍ່ທັນ​ສູງ ແລະ ບໍ່ຮັດກຸມ, ການຈັດຕັ້ງ ກວດ ກາ​ປະ​ເມີນ​ຜົນແມ່ນ​ຊັກ​ຊ້າ, ການ​ພັດທະນາ​ບໍ່​ໄດ້​ຮັບ​ການ​ຜັນ​ຂະຫຍາຍ ​ແລະ​ນຳ​ໃຊ້​ເຂົ້າ​ໃນ​ການ​ກຳນົດ​ຈຸດ​ສຸມ​ໃນ​ການ​ແກ້​ໄຂ​ວາ​ມທຸກ​ຍາກ.
- ການ​ຫັນ​ພະນັກງານ​ລົງ​ຮາ​ກຖານ​ຢູ່​ບາງ​ບ່ອນ ຍັງ​ເຮັດແບບ​ລວມໆທົ່ວ​ໄປທຽວຂຶ້ນ​ທຽວລົງ, ຍັງ​ບໍ່ທັນ​ໄດ້​ຫັນເອົາພະນັກງານ​ວິຊາ​ການ​ລົງ​ປະ​ຈຳວຽກຕົວຈິງ ​ແລະ ອື່ນໆ.

No comments:

Post a Comment