Ad

Ad

11 December 2014

ປີ 2014 ອຸປະຕິ​ເຫດ​ຕາມ​ທ້ອງ​ຖະໜົນຫລວງ​ຫລຸດຜ່ອນ​ລົງ​ເກືອບ 1.000 ກໍລະນີ ທຽບ​ໃສ່​ປີ 2013



       ຕາມ​ການ​ລາຍ​ງານ​ຂອງ​ເຈົ້າໜ້າ​ທີ່​ຕຳຫລວດ​ຈະລາຈອນ ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ​​ໃຫ້​ຮູ້​ວ່າ: ປີ 2014 (1 ມັງກອນ ຫາ 31 ພະຈິກ 2014) ທົ່ວ​ປະ​ເທດ​ມີ​ອຸປະຕິ​ເຫດ​ເກີດ​ຂຶ້ນຫລາຍ​ກວ່າ 5.000 ຄັ້ງ, ມີພາຫະນະ​ເປ່​ເພ ຫລາຍ​ກວ່າ 8.800 ຄັນ, ​ໃຊ້​ການ​ບໍ່​ໄດ້ 369 ຄັນ ​ແລະ ມີ​ຜູ້​ໄດ້​ຮັບ​ບາດ​ເຈັບ 7.000 ກວ່າ​ຄົນ, ບາດ​ເຈັບສາ​ຫັດ 1.152 ຄົນ ​ແລະ ​ເສຍ​ຊີວິດ 917 ຄົນ. ປີ 2013 ມີ​ອຸປະຕິ​ເຫດ​ເກີດ​ຂຶ້ນທັງ​ໝົດ 5.931 ກໍລະ ນີ, ມີພາຫະນະ​ເປ່​ເພ​ຫລາຍ​ກວ່າ 10.0000 ຄັນ, ​ໃຊ້​ການ​ບໍ່​ໄດ້ 305 ຄັນ ​ແລະ ມີ​ຄົນ​ໄດ້​ຮັບ​ບາດ​ເຈັບຫລາຍ​ກວ່າ 8.500 ຄົນ, ບາດ​ເຈັບສາຫັດ 2.149 ຄົນ ​ແລະ ​ເສຍ​ຊີວິດ 910 ຄົນ.
     ສາ​ເຫດ​ທີ່​ພາ​ໃຫ້​ເກີດ​ອຸປະຕິ​ເຫດ​ມາ​ຈາກ​ດື່ມ​ສິ່ງ​ມຶນ​ເມົາ 1.448 ຄົນ, ອາຍຸ​ບໍ່​ເຖິງ​ກະສຽນ 665 ຄົນ, ບໍ່​ມີ​ໃບ​ຂັບ​ຂີ່ 3.956 ຄົນ. ພາກສ່ວນ​ທີ່​ຮ່ວມ​ເກີດ​ອຸປະຕິ​ເຫດສ່ວນ​ໃຫຍ່​ແມ່ນ​ປະຊາຊົນ ແລະ ກຳມະກອນ, ນັກຮຽນ-ນັກ​ສຶກສາ​ເຫລົ່ານີ້​ເປັນຕົ້ນມີມູນ​ຄ່າ​ຄວາມ​ເສຍ​ຫາຍທັງ​ໝົດ​ປະມານ 66 ຕື້ກວ່າ​ກີບ.

      ​ເຖິງ​ຢ່າງ​ໃດ​ກໍ​ດີ, ​ເພື່ອ​ໃຫ້​ບັນຫາການ​ເກີດ​ອຸປະຕິ​ເຫດ​ຕາມ​ທ້ອງ​ຖະໜົນຫລວງ​​ຫລຸດຜ່ອນ ທາງ​ກົມ​ຈະລາຈອນ ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ ຈຶ່ງ​ໄດ້​ວາງ​ທິດ​ທາງ ​ແລະ ມີ​ມາດ​ຕະ ການ​ແກ້​ໄຂ​ທີ່​ສຳຄັນ​ເປັນຕົ້ນ​ໃຫ້​ບັນດາ​ແຂວງ​ເອົາ​ໃຈ​ໃສ່​ຕໍ່​ວຽກ​ງານ​ແກ້​ໄຂ​ສະພາບ​ການ​ສັນ ຈອນ ​ແລະ ​ປະກອບ​ອຸປະກອນ​​ສະໜັບສະໜູນ​ການ​ເຮັດ​ວຽກ​ຂອງ​ເຈົ້າໜ້າ​ທີ່​ໃຫ້​ພຽງພໍ. ນອກ​ນັ້ນ ກ​ໍຈະ​ຕ້ອງ​ໄດ້​ເອົາ​ໃຈ​ໃສ່​ເຜີຍ​ແຜ່​ກົດ​ລະບຽບ​ຈະລາຈອນ​ໃຫ້​ທົ່ວ​ເຖິງ ​ໂດຍ​ສະ​ເພາະ​ແມ່ນສະ​ຖາ​ບັນ​ການ​ສຶກສາ ​ແລະ ໂຮງ ຮຽນ​ຕ່າງໆຕ້ອງ​ຖື​ສຳຄັນ​ໃນ​ການ​ສຶກສາ​ອົບຮົມ​ກົດ​ລະບຽບ ຈະລາຈອນ​ໃຫ້​ກວ້າງຂວາງ ແລະ ​ເລິກ​ເຊິ່ງກວ່າ​ເກົ່າ.

No comments:

Post a Comment