Ad

Ad

11 December 2014

ສາທາກຽມກວດກາການເຄື່ອນໄຫວຂອງຄລີນິກຄືນໃຫມ່



      ເຖິງ​ວ່າ​ກະຊວງ​ສາທາ​ລະນະ​ສຸກ​ໄດ້ອອກ​​​​ແຈ້ງການ​ເຕືອນ,​ແລະ​ ວາງ​ມາດ​ຕະການ​ຕ່າງໆ​ເພື່ອຫ້າມ​ບັນດາ​ຄລີນິກ​ທີ່​​ເຄື່ອນ​ໄຫວ​ບໍ່​ຖືກຕ້ອງ​​​ໂດຍສະເພາະ​: ຄລີນິກຄົນ​ຕ່າງ​ຊາດ, ຫຼື ການຮ່ວມມືອື່ນໆມີ​ການ​ໂຄສະນາ​​ຊວນເຊື້ອ,ໂລດ​ໂຜ່​ນ​ໃຫ້ຍຸດ​ເຊົາ, ​ແຕ່​ມາ​ຮອດ​ປັດຈຸບັນ​ເຫັນ​ວ່າ: ຍັງ​ມີ​ການ​ໂຄສະນາ​ຂອງ​ບັນ​ດາ​ຄລີນິກດັ່ງກ່າວ​ຢູ່​ໂດຍ​ສະ​ເພາະ​ແມ່ນ​ການ​ໂຄສະນາ​ຜ່ານ​ວິທະຍຸ, ຊຶ່ງ​ຕໍ່​ບັນຫາ​ນີ້​ພາກສ່ວນ​ກ່ຽວຂ້ອງ​​ກຽມຈະ​ສຳ​ຫຼວດກວດກາ​ບັນດາ​ຄລີນິກເຫຼົ່ານັ້ນຄືນ​ໃໝ່, ​ພ້ອມ​ດຳ​ເນີນ​ມາດ​ຕະການ​ຕໍ່​ຜູ້​ທີ່​ລະ​ເມີດ ແລະ ໃຫ້​ຢຸດ​ເຊົາການ​ເຄື່ອນ​ໄຫວ​.
            ກະຊວງ​ສາທາລະນະ​ສຸກ​ໃຫ້​ຮູ້​ວ່າ: ຜູ້​ທີ່​ຈະ​ເປີດ​ຄລີກນິກ ໄດ້ຕ້ອງ​ມີ​ເງື່ອນ​ໄຂ​ ແລະ ປະຕິບັດຕາມດຳລັດ​​ວ່າ​ດ້ວຍ​ຫ້ອງ​ກວດ​ພະຍາດ​ເອກະ​ຊົນ​ຂອງ​ກະຊວງ​ສາທາລະນະ​ສຸກທີ່​ໄດ້​ກຳນົດ​ຄື ຜູ້​ທີ່​ຈະ​ເ​ປີດ​ຫ້ອງ​ກວດ​ພະຍາດ​​ເອກະ​ຊົນ​ຕ້ອງ​​ເປັນ​ຄົນ​ລາວ, ຖື​ສັນ​ຊາດ​ລາວ, ຕັ້ງ​ພູມລຳ​ເນົາ​ຢູ່​ ສປປ ລາວ ບໍ່​ຕ່ຳ​ກວ່າ 10 ປີ ແລະ​ ຕ້ອງ​ເປັນ​ແພດ​ຊັ້ນ​ສູງ​ທຽບ​ເທົ່າ​ທີ່​ມີ​ໃບ​ປະກາ​ສະນີ​ຍາ​ບັດຮັບ​ຮູ້​ຈາ​ກກະຊວງ​ສາທາລະນະ​ສຸກ ​ແລະ ຕ້ອງ​ຜ່ານ​ວຽກ​ງານ​ຕົວ​ຈິງ​ມາ​ແລ້ວ​ຢ່າງ​ໜ້ອຍ 7 ປີ.

No comments:

Post a Comment