Ad

Ad

10 December 2014

ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 8 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ VII ​ໄຂ​ຂຶ້ນຢ່າງ​ເປັນ​ທາງ​ການ



     ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 8 ຂອງ​ສະພາ​ແຫ່ງ​ຊາດຊຸດ​ທີ VII ​ໄດ້​ໄຂ​ຂຶ້ນຢ່າງ​ເປັນ​ທາງ​ການ ​ໃນ​ຕອນ​ເຊົ້າວັນ​ທີ 9 ທັນ ວາ​ນີ້ ຢູ່​ຫໍສະພາ​ແຫ່ງ​ຊາດ ທີ່ນະຄອນຫລວງ​ວຽງ​ຈັນ  ໂດຍຈະ​ດຳ​ເນີນ​ໄປ​ເປັນ​ເວລາ 14 ມື້ (9-26 ທັນວາ 2014) ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ​ນາງ ປານີ ຢາ​ທໍ່​ຕູ້ ປະທານ​ສະພາ​ແຫ່ງ​ຊາດ, ​ໂດຍ​ການ​ໃຫ້​ກຽດ​ເຂົ້າຮ່ວມ​ຂອງ​ທ່ານ ຈູມ​ມາລີ ​ໄຊ​ຍະ​ສອນ ປະທານ​ປະ​ເທດ ​ແຫ່ງ ສປປ ລາວ, ບັນດາ​ການ​ນຳ​ຂັ້ນສູງ​ພັກ-ລັດ, ສະມາຊິກ​ສະພາ​ແຫ່ງ​ຊາດ, ທູຕານຸທູດ ​ແລະ ຜູ້ຕາງໜ້າ​ອົງການ​ຈັດຕັ້ງສາກົນ​ປະຈຳ​ລາວເຂົ້າຮ່ວມ​ເປັນ​ຈຳນວນ​ຫລາຍ.
     ທ່ານ​ປະທານ​ສະພາ ​ໄດ້​ກ່າວ​ສູນ​ທອນ​ພົດ​ໄຂ​ກອງ​ປະຊຸມ​ວ່າ: ກອງ​ປະຊຸມ​ຄັ້ງນີ້​ໄດ້​ໄຂ​ຂຶ້ນ ທ່າມກາງ​ບັນຍາກາດ​ທີ່​ທົ່ວ​ພັກ, ທົ່ວ​ກອງທັບ ​ແລະ ທົ່ວ​ປວງ​ຊົນ​ລາວ​ບັນດາ​ເຜົ່າພວມ​ສືບຕໍ່​ຈັດຕັ້ງປະ ຕິບັດ​ຜັນ​ຂະຫຍາຍ​ມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີຄັ້ງທີ 7 ໃນໄລຍະທ້າຍສະໄໝກໍຄືການຈັດຕັ້ງຜັນຂະ ຫຍາຍຜົນ ສຳເລັດກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 9 ສະໄໝທີ IX, ຜົນສຳເລັດຂອງກອງປະຊຸມ ວຽກງານ 3
ສ້າງທົ່ວປະເທດທີ່ ຫາກໍສຳເລັດໄປໃນບໍ່ເທົ່າໃດອາທິດຜ່ານມາຕິດພັນກັບການຊຸກຍູ້ຂະບວນການສະເຫລີມສະ ຫລອງ 2 ວັນປະຫວັດສາດໃນປີ 2015 ໃຫ້ເປັນຂະບວນຟົດຟື້ນເພື່ອກ້າວເຂົ້າສູ່ການກຳເນີນ ກອງປະຊຸມໃຫຍ່ຜູ້ແທນທົ່ວປະ ເທດຄັງ ທີ X ຂອງພັກເວົ້າລວມແລ້ວ ກໍແມ່ນການຊຸກຍູ້ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ແລະ ການກະກຽມດຳເນີນ ກອງປະຊຸມໃຫຍ່ຂອງ ອົງຄະນະພັກ ກະຊວງ, ແຂວງ, ນະຄອນຫລວງໃຫ້ເປັນຂະບວນຟົດຟື້ນຢ່າງຕັ້ງໜ້າໃນທົ່ວປະເທດ.
     ຄຽງຄູ່ກັບຜົນສຳເລັດທີ່ຍາດ ມາໄດ້ນັ້ນ ສົກປີ 2014-2015 ແມ່ນໄລຍະທ້າຍຂອງການຈັດຕັ້ງປະຕິບັດແຜນພັດທະ ນາເສດ ຖະກິດ-ສັງຄົມ 5 ປີ ຄັ້ງທີ VII, ຊຶ່ງດຳເນີນໃນເງື່ອນໄຂສະພາບແວດລ້ອມຂອງສາກົນ ແລະ ພາກພື້ນໄດ້ສືບຕໍ່ມີການ ຜັນແປຢ່າງ ວ່ອງໄວ ແລະ ສະຫລັບຊັບ ຊ້ອນ, ທ່າອ່ຽງເສດຖະກິດຂອງໂລກມີລັກສະນະທົດຖອຍທຽບໃສ່ໄລຍະດຽວກັນ ຂອງປີຜ່ານມາ, ບັນຫາໂລກລະບາດ, ໄພທຳມະຊາດຍັງເກີດຂຶ້ນຢ່າງຕໍ່ເນື່ອງ, ເຊິ່ງໄດ້ສົ່ງຜົນກະທົບທາງກົງ ແລະ ທາງອ້ອຕໍ່ ການຂະຫຍາຍຕົວ ຂອງເສດຖະກິດໂລກ ແລະ ພາກພື້ນ. ສຳລັບປະເທດຂອງພວກເຮົາໃນໜຶ່ງປີຜ່ານມາ ກໍໄດ້ມີຄວາມພະ ຍາຍາມສູງໃການພັດທະ ນາເສດຖະກິດ-ສັງຄົມໃຫ້ຢູ່ໃນລະດັບອັນຕໍ່ເນື່ອງໄປພ້ອມໆກັບການສືບຕໍ່ກະກຽມທຸກ ດ້ານໃນ ການເຂົ້າເປັນປະຊາຄົມເສດຖະກິດອາຊຽນໃນທ້າຍປີ 2015. ແຕ່ຄຽງຄູ່ກັນນັ້ນປະເທດເຮົາກໍຍັງປະສົບກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າ ທາຍຈຳນວນບໍ່ໜ້ອຍ ເປັນຕົ້ນເສດຖະກິດມະຫາພາກຍັງມີຄວາມບອບບາງ, ຫລາຍຫົວໜ່ວຍທຸລະກິດຍັງປະ ສົບກັບຄວາມຫຍຸ້ງຍາກໃນດ້ານຖານະການເງິນ; ການຜະລິດເປັນສິນຄ້າເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນເຖິງວ່າ ໄດ້ມີຄວາມພະຍາຍາມ, ແຕ່ຜົນໄດ້ ຮັບຍັງບໍ່ທັນ ສົມຄູ່ກັບທ່າແຮງທີ່ມີ,ການຄຸ້ມຄອງຊັບພະຍາກອນ ປ່າໄມ້ ແລະ ທຳມະ ຊາດຈຳນວນໜຶ່ງບໍ່ທັນເຂັ້ມງວດຕາມລະບຽບກົດໝາຍ, ເຊິ່ງມັນຮຽກ ຮ້ອງໃຫ້ມີບັນດານະໂຍບາຍ ແລະ ມາດຕະການທີ່ມີຢູ່ ໃຫ້ເປັນລະບົບຄົບຊຸດກວ່າເກົ່າ, ເພື່ອສືບຕໍ່ຮັກສາສະຖຽນລະພາບທາງດ້ານເສດຖະກິດມະຫາພາກສູ້ຊົນຈັດຕັ້ງປະຕິບັດພັດ ທະນາ ແຜນເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ ສົກປີ 2014-2015 ໃຫ້ບັນລຸເປົ້າໝາຍ. ດັ່ງນັ້ນ ກອງປະ ຊຸມ​ເທື່ອ​ນີ້ຈະ​ໄດ້​ສຸມ​ໃສ່​ຄົ້ນຄວ້າ​ພິຈາລະນາ​ບັນ ຫາ​ສຳຄັນ​ຂອງ​ຊາດ​ຈຳນວນ​ໜຶ່ງຄື​ ຮັບ​ຟັງລາຍ​ງານ​ຂອງ​ລັດ ຖະບານ​ກ່ຽວ​ກັບ​ຜົນ​ການຈັດ​ຕັ້ງ​ປະຕິບັດ​ນະ​ໂຍບາຍສົ່ງ​ເສີມ​ການ​ຜະລິດ​ເປັນ​ສິນຄ້າ​ຂອງ​ປະຊາຊົນ​ເປັນ​ຕົ້ນ​ການ​ສົ່ງ​ເສີມ​ທຸລະ​ກິດ​ຂະໜາດ​ນ້ອຍ ​ແລະ ຂະໜາດ​ກາງ ແນ​ໃສ່​ຫລຸດຜ່ອນ​ຄວາມທຸກ​ຍາກ​ຂອງ​ປະ​ຊາຊົນ ແລະ ບັນດາ ເປົ້າໝາຍທີ 1 ຂອງເປົ້າໝາຍສະ ຫັດສະວັດເພື່ອການພັດທະນາ, ຮັບຟັງລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິ ບັດວຽກງານແຮງງານພິຈາລະນາ  ແລະ ຮັບຮອງເອົາບົດລາຍ ງານຂອງອົງການກວດສອບ ແຫ່ງລັດກ່ຽວກັບຜົນການກວດສອບ ບົດສະຫລຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານ ປະຈຳສົກປີ 2012-2013, ພິຈາ ລະນາ ແລະ ຮັບຮອງເອົາບົດລາຍ ງານຂອງຄະນະປະ ຈຳສະພາແຫ່ງຊາດກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານລະຫວ່າງກອງ ປະຊຸມສະໄໝສາ ມັນເທື່ອທີ 7 ຫາ 8  ແລະ ທິດທາງວຽກງານແຕ່ ກອງປະຊຸມສະໄໝສາມັນເທື່ອທີ 8 ຫາ 9 ຂອງສະພາແຫ່ງຊາດ ຊຸດທີ VII, ພິຈາລະນາ ແລະ ຮັບ ຮອງເອົາກົດໝາຍ 7 ສະບັບ ໃນ ນັ້ນ ກົດໝາຍສ້າງໃໝ່ຈຳນວນ 4 ສະບັບຄື ກົດໝາຍວ່າດ້ວຍ ການຄຸ້ມ ຄອງເງິນຕາຕ່າງປະເທດ, ກົດໝາຍວ່າດ້ວຍການຄຸ້ມ ຄອງຄົນເຂົ້າ-ອອກ ສປປ ລາວ ແລະ ການຄຸ້ມຄອງຄົນຕ່າງປະເທດ, ກົດໝາຍວ່າດ້ວຍການ ຄວບຄຸມເຄື່ອງດື່ມທີ່ມີທາດ ເຫລົ້າ, ກົດໝາຍວ່າດ້ວຍການ ຕ້ານ ແລະ ສະກັດກັ້ນການໃຊ້ ຄວາມຮຸນ ແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ. ກົດໝາຍສະບັບປັບ ປຸງຈຳນວນ 3 ສະບັບຄື ກົດ ໝາຍວ່າດ້ວຍການແກ້ໄຂຄຳ ຮ້ອງທຸກ, ກົດໝາຍວ່າດ້ວຍພາ ສີ, ກົດໝາຍວ່າດ້ວຍການປິ່ນ ປົວ. ບັນດາເນື້ອໃນທີ່ກ່າວມາ ຂ້າງເທິງນັ້ນລ້ວນແລ້ວແຕ່ເປັນ ບັນຫາ ສຳຄັນເຊິ່ງເປັນໜ້າທີ່ຮັບຜິດຊອບທາງດ້ານການເມືອງ ຂອງບັນດາສະມາຊິກສະພາ ແຫ່ງຊາດທີ່ຕ້ອງໄດ້ຄົ້ນຄວ້າ ແລະ ພິຈາລະນາຢ່າງຖີ່ຖ້ວນຕໍ່ບັນດາເນື້ອໃນຕ່າງໆທີ່ຈະນຳມາພິສູດໃນຄັ້ງນີ້ໃຫ້ເລິກເຊິ່ງມີຈຸດສຸມດ້ວຍເຫດຜົນບົນພື້ນຖານສະພາບຄວາມເປັນຈິງ ໃນການພັດທະນາເສດຖະກິດ-ສັງຄົມຂອງ ປະເທດກໍຄືການເຊື່ອມໂຍງເສດຖະກິດກັບພາກພື້ນ ແລະ ໃນໂລກ ເພື່ອກ້າວ ເຂົ້າສູ່ການຮັບຮອງແຕ່ລະບັນຫາຢ່າງມີຄຸນນະພາບ ແລະ ສາມາດຈັດຕັ້ງປະຕິບັດໃຫ້ເຊື່ອມເຂົ້າກັບຊີວິດຕົວຈິງຂອງສັງຄົມ.

No comments:

Post a Comment