Ad

Ad

10 December 2014

ນາຍົກລັດຖະມົນຕີເຄື່ອນໄຫວຢ້ຽມຢາມແຂວງຫົວພັນ



    ໃນລະຫວ່າງວັນທີ 6-7 ທັນ ວານີ້, ທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນ ຕີພ້ອມບັນດາລັດຖະມົນຕີ ແລະ ເອກອັກຄະ ລັດຖະທູດ ສສ ຫວຽດນາມ ປະ ຈຳລາວພ້ອມນັກລົງທຶນຫວຽດນາມ ໄດ້ເດີນທາງໄປຢ້ຽມຢາມ ບັນດາໂຄງການພັດ ທະນາທີ່ ແຂວງຫົວພັນໂດຍໄດ້ຮັບການ ຕ້ອນຮັບຢ່າງອົບອຸ່ນຈາກຄະນະນຳແຂວງ ແລະ ປະຊາຊົນ ແຂວງດັ່ງກ່າວໂດຍສະເພາະໄດ້ ເດີນທາງ ໄປຢ້ຽມຢາມເມືອງ ຊ່ອນເຊິ່ງເປັນເມືອງທີ່ໄດ້ຮັບ ການສ້າງຕັ້ງໃໝ່ເມື່ອຕົ້ນປີ 2014 ນີ້, ປະກອບມີ 34 ບ້ານ ແບ່ງເປັນ 5 ກຸ່ມ ບ້ານ, ມີພົນລະເມືອງ 15.913 ຄົນ, ຍິງ 7.929 ຄົນ ແລະ ໄດ້ກວມເອົາປະມານ 78% ຂອງ ເນື້ອ ທີ່ເຂດປ່າສະຫງວນແຫ່ງ ຊາດ ນ້ຳແອດພູເລີຍ ແລະ ປັດ ຈຸບັນຍັງເປັນເມືອງທີ່ທຸກຍາກ ກວ່າໝູ່ຂອງແຂວງຫົວພັນ, ມີ ຄອບຄົວທຸກຍາກກວມ 48,55% ຂອງ ຄອບຄົວທັງໝົດ, ແຕ່ເປັນ ເມືອງທີ່ມີມູນເຊື້ອພິລະອາດຫານໃນການຕໍ່ສູ້ກູ້ຊາດ ແລະ ມີ ຄວາມດຸໝັ່ນໃນການປູກຝັງລ້ຽງສັດ, ຕ່ຳຫູກທໍ່ໄໝ ແລະ ມີຮີດຄອງປະເພນີອັນດີງາມ.

           ໃນໂອກາດນີ້, ນາຍົກລັດຖະມົນຕີກໍໄດ້ພົບປະໂອ້ລົມຄະນະນຳ ແລະ ປະຊາຊົນເມືອງດັ່ງກ່າວ ແລະ ໄດ້ສະ ແດງຄວາມຊົມເຊີຍຕໍ່ຄວາມບຸກບືນພະຍາຍາມຂອງອຳນາດການປົກຄອງທ້ອງຖິ່ນພຽງ 10 ເດືອນ ທີ່ໄດ້ຮັບການສ້າງຕັ້ງຂຶ້ນ ໂດຍສ່ວນ ໃຫຍ່ໄດ້ ຮັບການພັດທະນາມີໂສມໜ້າໃໝ່ຫລາຍດ້ານ, ແຕ່ນາຍົກລັດ ຖະມົນຕີຍັງໄດ້ສະແດງຄວາມ ເປັນ ຫ່ວງ-ເປັນໄຍຕໍ່ບັນຫາຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆ ເຊິ່ງເມືອງຈະຕ້ອງໄດ້ເອົາໃຈໃສ່ບຸກບືນເສີມຂະຫຍາຍນ້ຳໃຈຮັກຊາດ ແລະ ກ້າວໄປສູ່ການພັດທະນາ, ເພີ່ມພູນຜະລິດຜົນ, ຜະລິດເປັນສີນຄ້າ ແລະ ແກ້ໄຂຊີວິດການເປັນຢູ່ຂອງປະ ຊາຊົນໃຫ້ນັບ ມື້ມີການປ່ຽນແປງດີຂຶ້ນ.
    ນອກຈາກນີ້, ນາຍົກລັດຖະມົນຕີ ທອງສິງ ທຳມະວົງ ຍັງໄດ້ເຄື່ອນໄຫວຕິດຕາມຄວາມຄືບ ໜ້າຂອງບັນດາໂຄງການພັດ ທະນາ ຂອງແຂວງຫົວພັນຄືໂຄງການກໍ່ສ້າງສະໜາມບິນໜອງຄ້າງ ແລະ ໂຄງການກໍ່ສ້າງຫໍພິ ພີທະພັນປະຕິວັດ ແລະ ບູລະ ນະຖ້ຳຜາແດງ. ສຳລັບໂຄງການ ກໍ່ສ້າງສະໜາມບິນມາຮອດປັດຈຸບັນມີຄວາມຄືບໜ້າແລ້ວ 16% ພາຍຫລັງດຳເນີນມາແຕ່ຕົ້ນ ເດືອນຕຸລາ 2013 ຜ່ານມາເຫັນ ວ່າຊ້າກວ່າແຜນການ 17% ຍ້ອນ ມີຫລາຍສາເຫດທີ່ຍັງບໍ່ເອື້ອອຳນວຍ; ສ່ວນໂຄງການ ກໍ່ສ້າງຫໍພິພີທະພັນປະຕິວັດ ແລະ ບູລະ ນະຖ້ຳຜາແດງທີ່ເມືອງວຽງໄຊມີຄວາມຄືບໜ້າໄປກວ່າ 48% ຊຶ່ງຊ້າກວ່າແຜນການ 10% ເນື່ອງຈາກຂາດແຮງງານ ແລະ ງົບປະມານຈຳນວນໜຶ່ງ.
     ຈາກສະພາບດັ່ງກ່າວ, ນາຍົກລັດຖະມົນຕີກໍໄດ້ເນັ້ນໃຫ້ທຸກພາກສ່ວນກ່ຽວຂ້ອງທັງເບື້ອງລັດຖະບານກໍຄືອຳນາດການ ປົກ ຄອງທ້ອງຖິ່ນ ແລະ ນັກລົງທຶນຕ້ອງໄດ້ມີການປະສານງານກັນຢ່າງສະໜິດແໜ້ນເພື່ອໃຫ້ການດຳເນີນງານມີປະສິດທິພາບ ແລະ ແນະນຳໃຫ້ທາງໂຄງການ ກໍມີການລາຍງານສະພາບການຈັດຕັ້ງປະຕິບັດໃຫ້ແກ່ລັດຖະບານຮັບຊາບຢ່າງເປັນປະຈຳ ທຸກໄລຍະເພື່ອມີທິດຊີ້ນຳ ແລະ ແກ້ໄຂບັນຫາທ່ວງທັນເວລາ.

No comments:

Post a Comment