Ad

Ad

10 December 2014

ທ່າານາຍົກລັດຖະມົນຕີຕ້ອນຮັບຮອງນາຍົກລັດຖະມົນຕີ ສສ ຫວຽດນາມ



          ໃນຕອນບ່າຍຂອງວັນທີ 9 ທັນວາ 2014 ຢູ່ຫ້ອງວ່າການ ລັດຖະບານ, ທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາ ຊົນລາວ ໄດ້ໃຫ້ກຽດຕ້ອນ ຮັບ ທ່ານ ຫງວຽນ ຊວນ ຟຸກ ຮອງນາຍົກລັດ ຖະມົນ ຕີແຫ່ງ ສສ ຫວຽດນາມ ປະທານຄະນະກຳມາທິການຮ່ວມມືຫວຽດ ນາມ-ລາວ ພ້ອມຄະນະ. ໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ແຕ່ວັນທີ 09-10 ທັນວາ 2014.
    ໂອກາດນີ້ ທ່ານ ນາຍົກ ລັດຖະມົນຕີ ທອງສິງ ທຳມະວົງ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ການຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງທ່ານຮອງນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ເຊິ່ງເປັນການປະກອບສ່ວນເສີມ ສ້າງສາຍພົວ ພັນມິດຕະພາບຄວາມສາມັກຄີພິເສດ ແລະ ການຮ່ວມ ມືຮອບດ້ານລະຫວ່າສອງພັກ, ສອງລັດ ແລະ ປະຊາ ຊົນສອງຊາດລາວ-ຫວຽດນາມ ໃຫ້ນັບມື້ຂະຫຍາຍຕົວເຂົ້າສູ່ລວງເລິກ.ພ້ອມດຽວກັນນັ້ນທ່ານນາຍົກລັດຖະມົນຕີ ແຫ່ງ
ສປປ ລາວ ຍັງໄດ້ສະແດງຄວາມເຊື່ອໝັ້ນວ່າສອງຝ່າຍຈະມີການທົບທວນຄືນໝາກຜົນການຈັດຕັ້ງປະຕິບັດຂໍ້ຕົກລົງການ ຮ່ວມມືຂອງລັດຖະບານສອງປະເທດໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ.
    ທ່ານ ຮອງນາຍົກລັດ ຖະມົນຕີ ຫງວຽນ ຊວນ ຟຸກ ກໍໄດ້ສະ ແດງຄວາມຂອບໃຈຕໍ່ທ່ານນາ ຍົກລັດຖະມົນຕີ ທອງສິງ ທຳ ມະວົງທີ່ໃຫ້ການຕ້ອນຮັບອັນອົບອຸ່ນ ພ້ອມໄດ້ແຈ້ງເຖິງຈຸດປະສົງ ແລະ ເປົ້າໝາຍຂອງການຢ້ຽມ ຢາມລາວໃນຄັ້ງນີ້ໃຫ້ ທ່ານນາຍົກລັດຖະມົນຕີໄດ້ຮັບຊາບນຳ ດ້ວຍ.
            ທ່ານ ຫງວຽນ ຊວນ ຟຸກ ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ແຕ່ວັນ ທີ 9-10 ທັນວາ 2014 ຕາມຄຳ ເຊື້ອເຊີນ ຂອງທ່ານ ສົມສະ ຫວາດ ເລັ່ງສະຫວັດ ຮອງນາຍົກ ລັດຖະມົນຕີປະທານຄະນະກຳ ມາທິການ ຮ່ວມມືລາວ-ຫວຽດ ນາມເພື່ອຮັດແໜ້ນການພົວພັນທີ່ເປັນມູນເຊື້ອຄວາມສາມັກຄີພິ ເສດ ແລະ ການຮ່ວມມືຮອບ ດ້ານລະ ຫວ່າງສອງພັກ, ສອງ ລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມໃຫ້ນັບມື້ດີຂຶ້ນ ເລື້ອຍໆ. ພິທີຕ້ອນຮັບໄດ້ມີຂຶ້ນ ທີ່ສະໜາມບິນສາກົນວັດໄຕ ໂດຍ ທ່ານ ດຣ ນາງ ສູນທອນ ໄຊຍະ ຈັກລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະ ເທດພ້ອມດ້ວຍຄະນະ.
  ການພົບປະສອງຝ່າຍໄດ້ມີ ຂຶ້ນໃນຕອນບ່າຍຂອງວັນດຽວ ກັນຢູ່ໂຮງແຮມລາວພລາຊານະຄອນຫລວງວຽງຈັນຝ່າຍລາວ ນຳໂດຍ ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນ ຕີ ປະທານຄະນະກຳມາທິການ ຮ່ວມມືລາວ-ຫວຽດນາມ ແລະ ຝ່າຍ ຫວຽດນາມ ນຳໂດຍທ່ານ ຫງວຽນ ຊວນ ຟຸກ ຮອງນາຍົກ ລັດຖະມົນຕີປະທານຄະນະກຳ ມາທິການຮ່ວມ ມືຫວຽດນາມ- ລາວ.
  ການພົບປະຄັ້ງນີ້ທັງສອງ ຮອງນາຍົກລັດຖະມົນຕີໄດ້ມີການຕີລາຄາສະພາບການຕັ້ງປະຕິບັດຂໍ້ຕົກລົງຂອງສອງກົມການ ເມືອງສູນກາງພັກ, ເນື້ອໃນບົດ ບັນທຶກກອງປະຊຸມຄັ້ງທີ 36 ແລະ ສັນຍາວ່າດ້ວຍການຮ່ວມມືດ້ານເສດຖະ ກິດ-ວັດ ທະນະທຳ, ການສຶກສາ, ວິທະຍາສາດ-ເຕັກ ນິກລະຫວ່າງສອງລັດຖະບານ ໃນປີ 2014; ພ້ອມກັນປຶກສາຫາ ລືທິດທາງ ແຜນການຮ່ວມມືສຳ ລັບປີ 2015 ໃຫ້ສອດຄ່ອງກັບ ແຜນການຮ່ວມມືໄລຍະປີ 2011-2015 ທີ່ໄດ້ລົງນາມຮ່ວມ ກັນ ແລະ ຖືກກັບສະພາບຄວາມເປັນຈິງ ຂອງການພັດທະນາແຕ່ລະປະເທດໃນໄລຍະໃໝ່ເພື່ອເປັນພື້ນຖານໃຫ້ແກ່ການກະກຽມ ລາຍງານຕໍ່ກອງປະຊຸມປະຈຳປີຂອງສອງ ກົມການເມືອງໃນຕໍ່ໜ້າ.    
   ການພົບປະຂອງສອງຄະນະ ກຳມາທິການຮ່ວມມືລາວ- ຫວຽດນາມ, ຫວຽດນາມ-ລາວ ໃນຄັ້ງນີ້, ໄດ້ບັນລຸຜົນສຳເລັດ ຢ່າງສະ ຫງ່າງາມເຊິ່ງໄດ້ຢັ້ງຢືນເຖິງຄວາມຕັດສິນໃຈໃນການສືບຕໍ່ເສີມຂະຫຍາຍມູນເຊື້ອແຫ່ງ ຄວາມສາມັກຄີພິເສດ ແລະ ການ ຮ່ວມມື ຮອບດ້ານລະຫວ່າງລາວ-ຫວຽດນາມໃນໄລຍະໃໝ່.
   ໃນຕອນຄ່ຳຂອງວັນດຽວກັນ ທ່ານສົມສະຫວາດ ເລັ່ງສະຫວັດ ໄດ້ຈັດງານລ້ຽງຕ້ອນຮັບທ່ານ ຫງວຽນ ຊວນ ຟຸກ ແລະ ຄະນະ ທີ່ໂຮງແຮມລາວພລາຊາ.

No comments:

Post a Comment