Ad

Ad

10 December 2014

ມີຜູ້ບໍລິຈາກທຶນຮ່ວມສົມທົບ​ການ​ບູລະນະ​ປະຕິສັງຂອນ​ຫໍພະ​ແກ້ວແລ້ວຫຼາຍກວ່າ 600 ລ້ານກີບ



     ພະ​ແນ​ກຖະ​ແຫລ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ ນະຄອນຫລວງ ​ໃຫ້​ຮູ້​ວ່າ:ພາຍ ຫຼັງໄດ້ເປີດໂຄງການ​ປະຕິສັງ ຂອນ​ພິພິທະ​ພັນ​ຫໍພະ​ແກ້ວ​ນັບແຕ່​ວັນ​ທີ 5 ທັນວາ​ມານີ້ທາງໂຄງ ການດັ່ງກ່າວໄດ້​ຮັບເງິນ​​ບໍລິຈາກ​ປະມານ 600 ລ້ານ​ກວ່າ​ກີບ, ​ໃນ​ນັ້ນ ຜູ້​ທີ່​ໃຫ້ການ​ບໍລິຈາກ​ຫລາຍ​ກວ່າ​ໝູ່​ແມ່ນ​ທ່ານ ກິດສະໜາ ວົງ​ໄຊ ປະທານ​ບໍລິສັດ​ເບຍ​ລາວ​ຈຳກັດໄດ້ບໍລິຈາກເງິນສົດຈຳນວນ 200 ລ້ານ​ກີບ, ບໍລິສັດ​ເພັດ​ບັນດິດ​ກໍ່ສ້າງ 120 ລ້ານ​ກີບ, ບໍລິ ສັດ​ເພັດ​ຖາວອນ​ກໍ່ສ້າງ 80 ລ້ານ​ກີບ, ບໍລິສັດ​ບຸນ​ທະວີ​ຊັບ​ກໍ່ສ້າງ 50 ລ້ານ​ກີບ, ບໍລິສັດ​ທີ​ເຄກຣຸບ 30 ລ້ານ​ກີບ. ນອກຈາກ​ນັ້ນຍັງ​ມີ​ຫລາຍ​ພາກສ່ວນ​ທີ່​ສົມທົບ​ທຶນ​​ດັ່ງກ່າວ. ​ເຖິງ​ຢ່າງ​ໃດ​ກໍ​ດີ, ຄວາມຕ້ອງ ການທຶນຮອນເພື່ອປະຕິສັງຂອນຫໍພະແກ້ວຄັ້ງທຳ ອິດນີ້ອາດສູງເຖິງ 7 ຕື້ກີບ, ດັ່ງນັ້ນທາງໂຄງ ການຈຶ່ງຮຽກຮ້ອງໃຫ້ຜູ້ ມີຈິດໃຈ ເຫຼືອມໃສສັດທາ ຈົ່ງຮ່ວມແຮງຮ່ວມໃຈກັນປະຕິສັງຂອນສະຖານບູຮານສະຖານສັກສິດດັ່ງ ກ່າວທີ່​ມີ​ສະພາບ​ເກົ່າ​ແກ່​ຊຸດ​ໂຊມ ​​ແລະ ​ເພື່ອ​ເປັນ​ການ ຈັດຕັ້ງຜັນ​ຂະຫຍາຍ​ກົດໝາຍ​ມໍ ລະດົກ​ແຫ່ງ​ຊາດ​ລົງ​ສູ່​ລວງ​ເລິກ ກໍ​ຄື​
ການ​ປະຕິບັດ​ຕາມ​ທິດ​ຊີ້ນຳ​ຂອງ​ສະຫາຍ​ເລຂາທິການໃຫຍ່ ບົນ​ພື້ນຖານ​ການ​ຮັກສາ​ລັກສະ ນະ​ຮູບຊົງ​ພື້ນຖານ​ດັ້ງ​ເດີມ​ຂອງ​ຫໍ​​ໄວ້​ຄື​ເກົ່າ ປ່ຽນ​ຖ່າຍ​ສິ່ງ​ເກົ່າ​ແກ່​ເປ່​ເພ​ຊຸດ​ໂຊມ​ຕ່າງໆ​ອອກ. ພ້ອມ​ດຽວ​ກັນນັ້ນ ກໍ​ຕ້ອງ​ຮັກສາ​ໄດ້​ມູນ​ເຊື້ອສິລະ​ປະ​ລວດລາຍ​ດອກ​ດວງ​ອັນ​ໂດດ​ເດັ່ນ ​ແລະ ດັ້ງ​ເດີມ​ຂອງ​ລາວ ແລະ ເພື່ອ​ເປັນ​ການ​ບູ ລະນະ​ສະຖານ​ບູຮານ​ອັນ​ເກົ່າ​ແກ່​ໃຫ້​ກັບ​ມາ​ມີ​ສະພາບ​ດີ​ຢູ່​ຄູ່​ປະ​ເທດ​ລາວ​ຈົນ​ຮອດ​ເຊັ່ນ​ລູກ​ເຊັ່ນ​ຫລານ, ດັ່ງນັ້ນຈຶ່ງ ຂໍຮຽກຮ້ອງ​ມາ​ຍັງ​ທຸກ​ພາກສ່ວນ​ໃນ​ທົ່ວ​ສັງ ຄົມ, ອົງການ​ຈັດຕັ້ງພັກ-ລັດ, ພາກສ່ວນ​ທຸລະ​ກິດ ​ແລະ ນິຕິບຸກ ຄົນ​ຈົ່ງ​ຊ່ວຍ​ປະກອບ ສ່ວນ​ເຫື່ອ​ແຮງ​ສະຕິ​ປັນຍາ ​ແລະ ທຶນຮອນ​ເຂົ້າຮ່ວມ​​ເປັນ​ອະນຸ​ໂມທະນາ​ໃນ​ການ​ປະຕິສັງຂອນ​ຄັ້ງນີ້​ໃຫ້​ສຳ​ເລັດ ​ແລະ ​ເກີດ​ຜົນ​ປະ​ໂຫຍ​ດສູງ​ສຸດ​.

No comments:

Post a Comment