Ad

Ad

10 December 2014

ຄະນະປະສານ​ງານ​ລະດັບຊາດ​ສະ​ເໜີໂຄງການ​ຜະລິດ​ເຂົ້າ​ ​ແລະ ​ສະບຽງອາຫານຕໍ່​ສະ​ພາ​ແຫ່ງ​ຊາດ​



             ໃນ​ມື້​ທຳ​ອິດຂອງ​ວາລະ​ດຳ​ເນີນ​ກອງ​ປະຊຸມ​ສະ​ໄໝສາ ມັນ​ເທື່ອ​ທີ 8 ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 7 ເຊິ່ງຈັດ​ຂຶ້ນ​ທີ່​ນະ ຄອນຫຼວງວຽງຈັນ, ​ໃນ​ວັນ​ທີ 9 ທັນວາ​ນີ້  ​ທ່ານ ວິ​ໄລ​ວັນ ພົມ​ເຂ, ລັດຖະມົນຕີວ່າການກະຊວງ​ກະສິກຳ ​ແລະ ປ່າ​ໄມ້​ໄດ້​ຕາງໜ້າ​ໃຫ້​ຄະນະ​ກຳມະການ​ປະສານ ງານ​ລະດັບ​ຊາດສະ​ເໜີຜ່ານ​ກອງ​ປະຊຸມ​ກ່ຽວກັບ​ການ​ຜະລິດ​ເຂົ້າ ​ແລະ ສັດ ​ເພື່ອ​ຄ້ຳປະກັນ​ສະ ບຽງອາຫານ​ເປັນ​ສິນຄ້າປະ ກອບສ່ວນ​ບັນລຸ​ເປົ້າໝາຍສະຫັດ​ສະ​ວັດ​ທີ 1. ເຊິ່ງ​ໂຄງການ​ດັ່ງ ກ່າວ​​ເປັນໜຶ່ງ​ໃນ​ໂຄງການ​ທີ່​ນອນ​ໃນ​ຍຸດ​ທະ​ສາດ​ພັນທະນາ​ກະສິກ​ຳຮອດ​ປີ 2025 ໂດຍ​ກະ ຊວງ​ກະສິກຳ ​ແລະ ປ່າ​ໄມ້ ເປັນ​ເຈົ້າ​ການ​ສົມທົບ​ກັບ​ຂະ​ແໜງ ການ​ທີ່​ກ່ຽວຂ້ອງ ​ແລະ ທ້ອງຖິ່ນ​ໂດຍ​ໄດ້​ກຳນົດ​ຄາດໝາຍສູ້​ຊົນ ແຕ່​ນີ້​ຮອດ​ປີ 2020 ຫາ 2025.
           ທ່ານ  ລັດຖະມົນຕີ​ໄດ້​ໃຫ້ ການ​ຄາດ​ຄະ​ເນ​ວ່າ: ​ແຕ່​ນີ້​ຮອດ 2020 ຈະສູ້​ຊົນ​ຜະລິດ​ເຂົ້າ​​ເປືອກ ​ໃຫ້​ໄດ້​ປະມານ 4,7 ຫາ 5 ລ້ານ​ໂຕນ, ຕາມ​ອັດຕາ​ສ່ວນ​ເຂົ້າ ໜຽວປະມານ 70% ​ແລະ ເຂົ້າ ຈ້າວ​ປະມານ 30%. ໃນ​ນີ້, ​ເຂົ້າ​ສຳລັບ​ຄ້ຳປະກັນ​ສະບຽງອາ ຫານ​ຕາມ​ໂຄງການ​ຜະລິດ​ເຂົ້າ​ແຫ່ງ​ຊາດ​ໃຫ້​ໄດ້​ປະມານ 2,5 ລ້ານ​ໂຕ່ນ ( ​ເຂົ້າ​ເປືອກ) ຊຶ່ງ​ລວມ ມີ: ​ເຂົ້າ​ບໍລິ​ໂພ​ກ 2,1 ລ້ານ​ໂຕ່ນ (​ເຂົ້າ​ເປືອກ), ​ເຂົ້າ​ຄັງ​ແຮ 4 ແສນ ໂຕນ (​ເຂົ້າສານ).  ແລະ ຮອດ​ປີ 2025 ຈະສູ້​ຊົນ​ຜະລິດ​ເຂົ້າ​ເປືອກ​ ໃຫ້​ໄດ້​ປະມານ 2,5 ລ້ານ​ໂຕນ  ເຊິ່ງປະກອບ​ມີ: ​ເຂົ້າ​ບໍລິ​ໂພ​ກປະ ມານ 2,1 ລ້ານ​ໂຕນ, ​ເຂົ້າ​ຄັງ​ແຮ ປະມານ 4 ແສນໂຕນ (​
ເຂົ້າສານ).​ເພື່ອ​ບັນລຸ​ເປົ້າໝາຍ​ດັ່ງກ່າວລັດ ຖະບານ​ໄດ້​ຈັດຕັ້ງຄະນະ​ກຳມະ ການ​ປະສານ​ງານ​ລະດັບ​ຊາດ​ໂດຍ​ມີ​ທ່ານ ຮອງ​ນາຍົກລັດຖະ ມົນຕີ, ຜູ້​ຊີ້​ນຳ​ວຽກງານ​ເສດ ຖະກິດ​ການ​ຜະລິດ  ​ແລະ ຈໍລະ​ຈອນ ເປັນ​ປະທານ, ແນໃສ່ເພື່ອ​ຮັບປະກັນ​ການ​ຜະລິດ​ເຂົ້າ​ໃຫ້​ໄດ້ 2,5 ລ້ານ​ໂຕ່ນ​ຕໍ່ປີ, ໃຫ້​ສາມາດ​ຮັບປະກັນ​ດ້ານ​ສະບຽງອາຫານ ແລະ ມີ​ເຂົ້າ​ກິນ​ແຮ​ໄວ້​ຕາມ​ການ​ເພີ່ມ​ຂຶ້ນ​ຂອງ​ປະຊາກອນ ( 8 - 10 ລ້ານ​ຄົນ ໃນ​ປີ 2020 - 2025). ຈຶ່ງ​ມີ​ຄວາມ​ຈຳ​ເປັນ​ຕ້ອງ​ໄດ້​ດຳ​ເນີນ​ມາດ​ຕະການ​ຈັດຕັ້ງປະຕິບັດ​ບາງ​ບັນຫາ​ທີ່​ສຳຄັນ​ເປັນຕົ້ນ​ແມ່ນ: ທາງ​ດ້ານ​ການ​ປັບປຸງ​ດິນ, ການ​ໃສ່​ຝຸ່ນ​ປຸຍ; ການສະໜອງ ນ້ຳ(ຊົນລະປະທານ); ​ແນວ​ພັນ; ການ​ໄລ່​ລຽງ​ເສດຖະກິດ, ຕົ້ນ​ທຶນ ການ​ຜະລິດ​ເຂົ້າ, ການ​ຫັນ​ເປັນ​ກົນ​ຈັກ, ການ​ຜະລິດ​ກະສິກຳ​ສະ ອາດ,  ​ ຄວາມ​ປອດ​ໄພ​ດ້ານ​ສະ ບຽງອາຫານ ແລະ ລວມ​ໄປ​ເຖິງ​ວຽກງານ​ສຳຄັນ​ອື່ນໆ.
            ເພື່ອບັນລຸ​​ການຈັດຕັ້ງ ປະຕິບັດບັນດາ​ວຽກງານ​ທີ່​ກ່າວ​ມາ​ຂ້າງ​ເທິງນັ້ນທ່ານລັດຖະມົນ ຕີ​ຍັງ​ໄດ້​ສະ​ເໜີຜ່ານ​ກອງ​ປະ ຊຸມກ່ຽວກັບ​ນະ​ໂຍບາຍ​ລວມ ປະກອບ​ມີ 12 ນະ​ໂຍບາຍ​ຄື ນະ​ໂຍບາຍ​ດ້ານ​ການ​ພັດທະນາ ແລະ ການຄຸ້ມ​ຄອງ​ທີ່​ດິນ​ໂດຍ​ເນັ້ນການ​ສະຫງວນ​ດິນ​ນາ​ໂດຍ​ສະ​ເພາະ​ໃນ​ຂົງ​ເຂດ​ຊົນລະປະ ທານ, ການ​ຂຶ້ນ​ທະບຽນດິນ​ນາ​ໂດຍ​ນະ​ໂຍບາຍ​ອອກ​ໃບ​ສຳມະ​ໂນ​ທີ່​ດິນ​ນາ​ແບບ​ບໍ່​ເສຍ​ຄ່າ; ສົ່ງ​ເສີມ​ດ້ານ​ການ​ຜະລິດ ​ແລະ ປຸງ​ແຕ່ງ​ໂດຍ​ເນັ້ນ​ໃສ່ການ​ປອດໜີ້ ແລະ ຕົ້ນ​ທືນຕໍ່ຜູ້​ສ້າງ​ໂຮງສີ​ເຂົ້າ, ໂຮງງານ​ປຸງ​ແຕ່ງ ​ແລະ ຢັ້ງຢືນ​ສິດ​ອຳນາດ; ການ​ເງິນການ​ທະນາຄານ​ແນ​ໃສ່​ຜູ້​ຜະລິດ, ຜູ້​ປະກອບ​ການ​ລວມ​ເຖິງ​ຜູ້​ສະ ໜອງປັດ​​ໄຈ​ຕ່າງໆເພື່ອ​ດຳ​ເນີນ​ການ​ຜະລິດ​ໃຫ້​ມີ​ປະສິດທິພາບ ແລະ ປະສິດທິ​ຜົນ​ສູງ; ກະສິກຳ​ສະອາດ​ແນໃສ່​ຊຸກຍູ້​ສົ່ງ​ເສີມ​ຜູ້​ຜະລິດ​ໃຫ້​ດຳ​ເນີນ​ການ​ຜະລິດ​ຕາມ​ມາດຕະຖານ​​ກະສິກຳ​ສະ ອາດ ​ແລະ ຕິດ​ພັນ​ກັບ​ການ​ຮັກ ສາ​ສິ່ງ​ແວດ​ລ້ອມ; ດ້ານ​ພະລັງ ງານ​ເພື່ອ​ໃຫ້​ຜູ້​ຜະລິດ ​ແລະ ຜູ້​ປະກອບ​ການ​ນຳ​ໃຊ້​ພະລັງງານ​ຢ່າງ​ປະຢັດ​ມີ​ຕົ້ນ​ທຶນການ​ຜະລິດ ຕໍ່າ; ການ​ຕະຫຼາດ, ລາ​ຄາ ​ແລະ ການ​ລົງ​ທຶນ​ເພື່ອ​ພັດທະນາ​ຕະ ຫຼາດ​ເຂົ້າ​ໃຫ້​ກ້ວາງ ​ແລະ ມີ​ຄວາມໝັ້ນຄົງ​ຮັບປະກັນ​ການສະ ໜອງ ​ແລະ ຄວາມ​ຕ້ອງການ​ສາ ມາດ​ຮັກສາ​ລາຄາ​ທີ່​ເໝາະສົມ; ດ້ານ​ແຮງ​ງານເພື່ອ​ຮັບປະກັນ​ຈຳນວນ​ແຮງ​ງານ​ກະສິກຳ​ໃຫ້​ພຽງພໍ; ຊັບ​ສິນ​ທາງ​ປັນຍາມາດ ຖານ ແລະ ວັດ​ແທກ​ເພື່ອ​ເຮັດ​ໃຫ້​ເຂົ້າຂອງ​ລາວ​ມີ​ການ​ເຕີບ​ໂຕສາ ມາດ​ເເຂ່ງຂັນ​ກັບ​ພາກ​ພື້ນ ແລະ ສາກົນ​ໄດ້; ຄົ້ນຄວ້າ ​ແລະ ສົ່ງ​ເສີມ​ແນວ​ພັນ​ເຂົາ​ເພື່ອ​ຮັບປະກັນ​ການສະໜອງ​ແນວ​ພັນ​ເຂົ້າ​ທີ່​ມີ​ຄຸນ​ນະພາ​ບ​ເໝາະສົມ ​ແລະ  ພຽງພໍ​ກັບ​ຊາວນາ​ຜູ້​ຜະລິດ​ໄດ້​ນຳ​ໃຊ້​ຢ່າ​ງທົ່ວ​ເຖິງ; ການ​ຂົນ​ສົ່ງ​ເພື່ອ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ຈໍລະ​ຈອນ​ສິນຄ້າ​ເຂົ້າ​ໃຫ້​ມີ​ຄວາມ​ຮັບປະກັນທາງ​ດ້ານ​ຄວາມ​ປອດ​ໄພ; ພັດທະນາ​ຊົນ ນະບົດ​ເພື່ອ​ວາງ​​ແຜນ​ຈັດ​ສັນ​ບ້ານ​ເຮືອນ​ຕາມ​ທິດ​ເຕົ້າ​ໂຮມ​ບ້ານ​ນ້ອຍ​ເປັນ​ບ້ານ​ໃຫຍ່, ​ເປັນ​ຕົວ​ເມືອງ​ນ້ອຍ​ໃນ​ຊົນນະບົດ​ຕິດ​ພັນ​ກັບ​ການ​ພັດທະນາ​ກະສິກຳ​ເປັນ​ສິນຄ້າ ​ແລະ ຄ້ຳປະກັນ​ສະ ບຽງອາຫານ​ແບບ​ຍືນ​ຍົງ ​ແລະ ນະ​ໂຍບາຍ​ສົ່ງ​ເສີມ​ການ​ລົງ​ທຶນຂອງ​ຕ່າງປະ​ເທດ, ລັດ​ສົ່ງ​ເສີມ​ໃຫ້​ມີ​ການ​ລົງທຶນ​ຕ່າງປະ​ເທດ​ເຂົ້າ​ໃນ​ການ​ຜະ​ລິດ​ກະສິກຳ ແລະ ມີ​ນະ​ໂຍບາຍ​ຕໍ່ກັບ​ນັກ​ລົງ​ທືນຕ່າງປະ​ເທດ​ທີ່​ມາ​ລົງທຶນ​ໃສ່​ການ​ຜະລິດ​ກະສິກຳ​ໃນ​ທຸກຂັ້ນ ຕອນ​ຂອງ​ຂະ​ບວນຕໍ່ສູ້​ມູນ​ຄ່າ​ເພີ່ມອື່ນໆ.

No comments:

Post a Comment