Ad

Ad

12 December 2014

ກອງປະຊຸມ ຮາປົວ (HAPUA WORKING GROUP Number. 5)



    ລັດວິສາຫະກິດໄຟຟ້າລາວ ແລະ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ໄດ້ຈັດກອງປະຊຸມ ຮາປົວ ຄັ້ງທີ 3 ກຸ່ມທີ 5 (HA PUA WORKING GROUP Number. 5) ຂຶ້ນຢ່າງເປັນທາງ ການ. ໃນວັນທີ 10-11 ທັນວານີ້ ທີ່ຜ່ານມາ ຢູ່ທີ່ລີສອດສັນຕິ ແຂວງຫຼວງພະບາງ, ໂດຍການ ເຂົ້າຮ່ວມ ທ່ານ ດຣ ຄໍາແພງ ໄຊ ສົມແພງ ເລຂາພັກ ເຈົ້າແຂວງໆ ຫຼວງພະບາງ, ທ່ານ ດາໂຕ້ ມູຮາ ມັດຮາຊິດ ອັບດຸນຮາມັນ ປະທານ ຮາປົວ ກຸ່ມທີ 5, ທ່ານ ບຸນ ອູ້ມ ສີວັນເພັງ ຮອງຜູ້ອໍານວຍ ການໃຫຍ່ລັດວິສາຫະກິດ ໄຟຟ້າ ລາວ ແລະ ທັງເປັນຜູ້ອໍານວຍ ການໃຫຍ່ບໍລິສັດຜະລິດ-ໄຟຟ້າ ລາວ ມະຫາຊົນ ມີບັນດາຄະນະ ຜູ້ແທນຜູ້ສັງເກດການ ຈາກ JE PIC ແລະ ແຂກທີ່ຖືກເຊີນຈາກ ປະເທດ ສະມາຊິກ ອາຊຽນ ຄື ກໍາປູເຈຍ, ອິນໂດເນເຊຍ, ມາເລ ເຊຍ, ຟີລິບປິນ, ສິງກະໂປ, ໄທ, ຫວຽດນາມ ແລະ ປະເທດ ເຈົ້າ ພາບ ສປປ ລາວ ເຂົ້າຮ່ວມ ຫຼາຍ ກວ່າ 115 ທ່ານ. ກອງປະຊຸມດັ່ງ ກ່າວໄດ້ ດໍາເນີນເປັນເວລາ 3 ວັນ  ເພື່ອເພີ່ມຄວາມຮູ້ຄວາມສາມາດ ແລະ ແລກປ່ຽນປະສົບການ ເຊິ່ງກັນ ແລະ ກັນ ກ່ຽວກັບໃນ
ການພັດທະນາຊັບພະ ຍາກອນ ມະນຸດໃນປະເທດອາຊຽນໃຫ້ມີ ຄວາມເຂັ້ມແຂງດ້ານປະລິມານ ແລະ ຄຸນນະພາບ ເພື່ອເປັນ ການຮັບຮອງການຂະຫຍາຍ ຕົວຂອງເສດຖະກິດ-ສັງຄົມໃນກຸ່ມອາ ຊຽນ.     
  ຫົວຂໍ້ທີ່ນໍາມາປຶກສາຫາລື ໃນຄັ້ງນີ້ປະກອບດ້ວຍການພັດ ທະນາບຸກຄະລາກອນໃຫ້ຄົນຮຸ່ນໜຸ່ມມີຄວາມສາມາດ, ການ ກວດ ສອບລະບົບພາຍໃນການບໍລິຫານອົງກອນເພື່ອພັດທະນາ ບຸກຄະລາກອນ, ການບໍລິຫານ ຄົນໃຫ້ເປັນທຶນ, ການປັບປຸງອົງ ກອນ ຂອງຕົນເພື່ອອະນາຄົດ, ພັດທະນາຊັບພະຍາກອນມະນຸດ ເພື່ອໃຫ້ເປັນຜູ້ບໍລິຫານທີ່ມີຄຸນນະພາບ, ພັດທະນາບຸກຄະລາກອນ ໃຫ້ມີຈັນຍາບັນ ແລະ ສ້າງບົດ ບາດຊັບພະຍາກອນມະນຸດໃຫ້ມີຄວາມສຸກໃນອົງກອນ.

No comments:

Post a Comment