Ad

Ad

12 December 2014

ອຸຕຸແຈ້ງຕົ້ນອາທິດໜ້າສະພາ ບອາກາດຈະອຸ່ນຂຶ້ນເລັກຫນ້ອຍ



       ກົມອຸຕຸນິຍົມ ແລະ ອຸທົກ ກະສາດໃຫ້ຮູ້ວ່າ: ສະພາບອາ ກາດນັບແຕ່ວັນທີ 10-13 ທັນວາ ນີ້, ບໍລິເວນຄວາມກົດດັນອາ ກາດສູງຂອງອາກາດເຢັນຍັງຈະມີກຳລັງປານກາງຫາແຮງສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະ ເທດລາວ, ສົມທົບກັບລົມຕາ ເວັນອອກສ່ຽງເໜືອພັດປົກຄຸມ ເປັນສ່ວນໃຫຍ່, ເຮັດໃຫ້ອຸນຫະ ພູມອາກາດຈະໜາວລົງຕື່ມອີກ, ໂດຍສະເພາະແຂວງພາກ ເໜືອ ດ້ານຕາເວັນອອກ, ແຂວງໄຊ ສົມບູນ, ຫລັກ 20, ປາກຊ່ອງ, ນິຄົມ 34, ທ່າແຕງ ແລະ ເມືອງ ດາກຈຶງພ້ອມມີໝອກ ໜາປົກ ຫຸ້ມໃນຕອນເຊົ້າ. ຈາກນັ້ນ ວັນທີ 14- 16 ທັນວາ 2014 ບໍລິເວນຄວາມ ກົດດັນສູງຂອງອາກາດເຢັນຈະມີກຳລັງ ອ່ອນລົງ ເລັກ ຫນ້ອຍ, ເຮັດໃຫ້ອາກາດສູງຂຶ້ນ ແລະ ຈະມີຝົນຕົກກະຈາຍພ້ອມມີລົມພັດ ແຮງເປັນບາງໂອກາດຢູ່ບາງ ທ້ອງຖິ່ນໃນແຕ່ລະພາກ.
     ສະພາບອຸນຫະພູມໃນທ້າຍ ອາທິດນີ້ອາກາດຍັງຈະໜາວ ເຢັນຕື່ມອີກ, ໂດຍສະເພາະ ແຂວງພາກເໜືອຫາພາກກາງ ດ້ານຕາ ເວັນອອກ, ເຂດພູດອຍ, ແຂວງໄຊສົມບູນ, ປາກຊ່ອງ, ທ່າແຕງ ແລະ ເມືອງດາກຈຶງ ພ້ອມມີໝອກໜາປົກຫຸ້ມ ຫລາຍ ຂຶ້ນໃນຕອນ ເຊົ້າຈາກນັ້ນທ້າຍອາທິດສະພາບອຸນຫະພູມອາກາດຈະອຸ່ນຂຶ້ນເລັກຫນ້ອຍ. ໄລຍະໜຶ່ງອາທິດຕໍ່ໜ້ານີ້ຈະມີຝົນຕົກກະຈາຍຢູ່ບາງ ທ້ອງຖິ່ນທາງດ້ານຕາເວັນອອກຂອງແຕ່ລະພາກພ້ອມມີລົມພັດແຮງ ເປັນບາງ ໂອກາດ ຈຶ່ງ​​ເຕືອນໃຫ້ປະຊາ ຊົນເຮົາມີສະຕິຮັກສາ ສຸຂະພາບ, ນຸ່ງຖືໃຫ້ອົບອຸ່ນ ແລະ ເອົາໃຈໃສ່ປະຕິບັດຫລັກການ ອະນາໄມສາມສະອາດໃຫ້ເຂັ້ມງວດ.

No comments:

Post a Comment