ໂດຍ : ວິເສດ ສະແຫວງສຶກສາ
ເມື່ອບໍ່ພໍເທົ່າໃດວັນຜ່ານມານີ້, ພວກນ້ອງນຸ່ງມືໃໝ່ໃນວົງການຂີດໆຂຽນໆຂໍໃຫ້ຈານແຍ່ຊ່ວຍບິ
ແບ່ງວິຊາຄວາມ ຮູ້ທີ່ໄດ້ໄປ ສູ້ຝົນ ທົນຫິມະຮ່ຳຮຽນມາເປັນເວລາ ຫລາຍປີໃຫ້ພວກເຂົາເຈົ້າພໍຫອມ
ປາກຫອມຄໍ. ຈຳໄດ້ວ່າຄຳເວົ້າທີ່ ລັ່ນອອກຈາກປາກ ຈານແຍ່ປະໂຫຍກທຳອິດກໍແມ່ນ “ຂໍໃຫ້ສະ ສົມເອກະສານ
ແລະ ຂໍ້ມູນໄວ້ ຫລາຍໆ... ມີພະ ຫຍາບໍ່ແມ່ນໃສ່ ບ່າແບກໄວ້”. ຈານແຍ່ຢືມຄຳ ເວົ້າໃນເພງສອນໃຈຂອງ
ຄຳ ຫລ້າ ໜໍ່ແກ້ວ ມາເສີມ. ຈາກນັ້ນ ກໍໄດ້ເນັ້ນ ຕື່ມວ່າ: ປີ 2015 ເປັນປີ ມະຫາເສດ ຖີສຳລັບຄົນສື່ຄົນຂີດ
ຄົນຂຽນ ເພາະຈະເປັນປີທີ່ອຸດົມ ສົມບູນດ້ວຍເອກະ ສານທີ່ແຕ່ລະ ຂະແໜງການໃຕ້ຟ້າເມືອງລາວ ເອົາ
ອອກມາອ້າງກັນ ເພື່ອປະດັບ ສີສັນໃຫ້ແກ່ສອງວັນປະຫວັດ ສາດທີ່ມາຄົບໃນໂຕເລກມົນ: 60 ປີ ວັນສ້າງຕັ້ງພັກ
ປປ ລາວ, 40 ປີ ວັນສະຖາປະນາ ສປປ ລາວ (ວັນຊາດ). ສຳລັບຈານແຍ່ນັ້ນ ໄດ້ຈັດຊອງເຫລືອງຂະໜາດ
ໃຫຍ່ສຸດໄວ້ຄົບ 12 ເດືອນ ແລ້ວ ເພື່ອເກັບມ້ຽນເອກະສານທີ່ຈະ ຕັກໄວ້ແຕ່ລະເດືອນ. ສຳລັບພວກ
ນ້ອງນຸ່ງທີ່ເກັ່ງຄອມພິວເຕີ, ຊຳ ນານດ້ານຖານຂໍ້ມູນ ຂ່າວສານ ນັ້ນ ແຮງຍິ່ງຈະສະດວກ, ແຕ່ກໍ
ຢ່າລືມວ່າ ບໍ່ມີຫຍັງເລິກເຊິ່ງເທົ່າ ກັບການຈົດບັນທຶກດ້ວຍມື ຫລື ການສະສົມ ຂໍ້ ມູນປະເພດ
“ຮາດ ແວ” (Hardware) ຢ່າງໜ້ອຍກໍ ແມ່ນໃນສະພາບປັດຈຸບັນ. ແຕ່ ຖ້າໄດ້ແຕ່ສະສົມຈົນເປັນກອງພະ
ເນີນ
ແຕ່ຂາດການຈັດສັນ-ຈັດໃຊ້ ແລ້ວ ມັນກໍຈະກາຍເປັນ “ຄວາມ ຮູ້ຢູ່ຄອມ” ລ້າໆ ຖາມຫາຂໍ້ມູນ
ຍາມໃດ ກໍໄດ້ຍິນຄ ຳຕອບວ່າ: “ມີເຊັບໄວ້ຄອມແລ້ວ !”. ການ ເປັນຄົນສື່ທີ່ດີທີ່ເກັ່ງນັ້ນ ຕ້ອງຮູ້
ວ່າອັນໃດຄວນ “ເຊັບໄວ້ຄອມ” ອັນໃດຄວນ “ເຊັບໄວ້ຫົວ”.
ຈານແຍ່ຝອຍຕໍ່ໄປ (ຕາມນິໃສ ມັກຝອຍບໍ່ຢຸດ) ວ່າ:
ນອກຈາກ ສະສົມເກັ່ງແລ້ວ ຄົນສື່ຍັງຕ້ອງຮູ້ ຄັດເລືອກ, ຮູ້ຄັດ ເລືອກແລ້ວ ຍັງຕ້ອງຮູ້ຈັກໂອກາດນຳໃຊ້ຂໍ້
ມູນນັ້ນໃຫ້ມີປະໂຫຍດສູງສຸດ. ຄົນສື່, ນັກວັນນະກຳທີ່ເກັ່ງນັ້ນ ແມ່ນນັກສະ ສົມ ເກັ່ງ, ຖ້າເວົ້າ
ແບບຟັງສີຂັດໆຫູກໍແມ່ນ “ຄົນຂີ້ ລັກ ຫລື ຂະໂມຍເກັ່ງ” ແຕ່ລັກ ໂດຍໃຫ້ເຈົ້າຂອງຊັບຮູ້ໜ້າຜູ້ຂີ້
ລັກ. ຈຸດນີ້ ໄດ້ເຮັດໃຫ້ພວກນ້ອງ ນຸ່ງງົງປານໄກ່ຖືກຄ້ອນກໍບໍ່ປານ. ດັ່ງນັ້ນ ຈານແຍ່ເລີຍອະທິບາຍຕໍ່
ວ່າ: ຄົນຂີ້ລັກສິ່ງຂອງ ຫລື ວັດຖຸ ນັ້ນ ເດັດຂາດຈະບໍ່ໃຫ້ເຈົ້າຂອງ ຊັບຮູ້ ເພາະໄດ້ຮູ້ກໍບໍ່ແມ່ນລັກ,
ແຕ່ການລັກຂໍ້ມູນນັ້ນ ຍິ່ງໃຫ້ເຈົ້າ ຂອງຂໍ້ມູນຮູ້ ເຂົາແຮງດີໃຈ. ຖ້າ ບໍ່ໃຫ້ເຂົາຮູ້ແລ້ວ
ບັງເອີນເຂົາໄປ ຮູ້ຕາມຫລັງເອງ ແນ່ນອນບັນຫາ ຕ້ອງເກີດຂຶ້ນ. ເປັນອັນວ່າການ ເອົາຂໍ້ມູນມາຈາກໃຜ,
ຈາກ ໃສ, ຄົນສື່, ຜູ້ສະສົມຂໍ້ມູນ, ນັກປະພັນ ຕ້ອງບອກແຫລ່ງທີ່ມາຢູ່ສະເໝີ ຂໍຢ່າເຮັດຄືບາງຄົນ,
ລັກເອົາຂໍ້ ມູນຄົນອື່ນ, ລັກເອົາ ຫົວຄິດ-ພູມ ປັນຍາຂອງຜູ້ອື່ນ ແຕ່ອ້າງວ່າ ເປັນຂອງຕົນເອງ
ເພື່ອຄວາມ ເປັນເລີດ. ບຸກຄົນປະເພດນີ້ເຂົ້າ ໃຈວ່າຖ້າ ບອກວ່າ ເອົາຂໍ້ມູນມາ ແຕ່ບ່ອນຫັ້ນບ່ອນນີ້,
ຜູ້ອ່ານຊິຄິດ ວ່າຕົນເອງບໍ່ເກັ່ງ, ມີແຕ່ກ່າຍໝູ່ ມາ. ມີບາງຄົນພິມປຶ້ມເປັນຫົວ ເວົ້າເຖິງ
ຄວາມສະຫລັບສັບຊ້ອນ ຂອງບັນຫາວິທະຍາສາດ, ເລື່ອງ ຄອມພິວເຕີ, ກົນໄກການຕະ ຫລາດ, ບັນຫາຈິດຕະສາດ
ແຕ່ບໍ່ ຍອມຂຽນບອກຈັກຄຳເລີຍວ່າ: ເອົາຂໍ້ມູນມາຈາກໃສ. ແລ້ວຈະ ໃຫ້ຜູ້ອ່ານສັດທາ ແລະ ຫລົງເຊື່ອ
ແນວໃດໄດ້ ?. ສຳລັບ ຈານແຍ່ ແລ້ວ, ຄົນສື່, ນັກສະຖິຕິ, ນັກປະ ພັນຄົນໃດອ້າງແຫລ່ງທີ່ມາຂອງ
ຂໍ້ມູນ, ຂອງປະໂຫຍກຄຳເວົ້າ (ທີ່ ບໍ່ແມ່ນຂອງ ຕົນເອງ) ຫລາຍເທົ່າ ໃດ ກໍແຮງຍິ່ງມີສັດທາໃນໂຕ
ເຂົາ. ຕາມສັງເກດ, ຄົນທີ່ເປີດໃຈ ອ້າງແຫລ່ງຂໍ້ມູນທີ່ຕົນ ນຳໃຊ້ນັ້ນ ມັກ ຈະເປັນຜູ້ທີ່ມີຄຳເວົ້າ,
ມີຂໍ້ມູນ ທີ່ສ້າງຂຶ້ນເອງແບບເດັດໆເດັ່ນໆ ສະເໝີ. ເລື່ອງນີ້ບໍ່ ແປກດອກ ເພາະຄວາມ ຮູ້ນັ້ນມັນອອກໜໍ່
ເປັນ, ມັນເປັນໜໍ່ພິເສດຂອງຜູ້ສະ ສົມທີ່ເກີດມາຈາກການຄົ້ນຄິດ ແລະ ນຳໃຊ້ ຢ່າງປະດິດສ້າງສິ່ງ
ທີ່ໄດ້ສະສົມມາ. ປີ 2015 ຂໍໃຫ້ເປັນປີສະສົມເອກະສານໄວ້ເປັນ ຄັງແຮສຳລັບຄົນສື່-ຄົນສິນ, ຄົນ
ທີ່ຫາກິນນຳຂໍ້ມູນເຖີດ !. ຈານ ແຍ່ບອກພວກນ້ອງ ໆນຸ່ງໆປາກກາໃໝ່ແນວນີ້ລະ !.
ເວລາອ່ານວິນຫົວ ຍະຫວ່າງຫລາຍໂພດ, ເວລາເອົາລົງບລອກຄວນກວດກາກອ່ນ.
ReplyDelete