Ad

Ad

4 February 2015

ປກສ ນະຄອນຫລວງມ້າງເຄືອຂ່າຍຢາເສບຕິດລາຍໃຫຍ່



     ເມື່ອວັນທີ 30 ມັງກອນຜ່ານມາ , ເຈົ້າໜ້າທີ່ສະກັດກັ້ນ ແລະ ຕ້ານຢາເສບຕິດ ນະຄອນຫລວງວຽງຈັນ, ໄດ້ນຳກຳລັງເຂົ້າສະກັດ ແລະ ປິດລ້ອມລົດເປົ້າໝາຍຄ້າ ຢາເສບຕິດລາຍໃຫຍ່ຢູ່ເຂດເສັ້ນທາງບ້ານຊຳເກດ ເມືອງສີໂຄດຕະບອງ ນະຄອນ ຫລວງວຽງຈັນ ໄດ້ຜູ້ຕ້ອງຫາຄື: ທ້າວ ວິລະໄຊ ທິບດາວົງ ອາຍຸ 40 ປີຢູ່ບ້ານງິ້ວ ເມືອງຊຳເໜືອ ແຂວງຫົວພັນແລະ ນາງ ອ່ອນຈັນ ພົງປະດິດ ອາຍຸ 42 ປີ, ເຊິ່ງທັງ ສອງພັກເຊົາຢູ່ບ້ານນາທົ່ມ ເມືອງໄຊທານີ ນະຄອນຫລວງວຽງຈັນ ພ້ອມຂອງ ກາງຢາບ້າ 60 ພັນເມັດທີ່ຊຸກເຊື່ອງໄວ້ຢູ່ລົດໃຫຍ່ດັ່ງກ່າວເຈົ້າໜ້າທີ່ຈຶ່ງໄດ້ຍືດໄວ້ເປັນ ຫລັກຖານໃນການດຳ ເນີນຄະດີຕາມລະບຽບກົດໝາຍ.
     ທ້າວ ວິລະໄຊ ຮັບສາລະພາບຕໍ່ເຈົ້າໜ້າທີ່ວ່າ: ຢາບ້າຈຳນວນດັ່ງກ່າວແມ່ນໄດ້ເອົາມາຈາກເຄືອຂ່າຍຂະບວນການຄ້າ ຢາເສບຕິດໃນເຂດພາກເໜືອ ເພື່ອຈະເອົາໄປສົ່ງໃຫ້ລູກຄ້າ, ແຕ່ຖືກເຈົ້າໜ້າທີ່ຈັບຕົວໄດ້ກ່ອນ.
     ປັດຈຸບັນ, ເຈົ້າໜ້າທີ່ພວມເລັ່ງໃສ່ສືບສວນ-ສອບສວນລະອຽດຕື່ມ ເພື່ອຂະຫຍາຍຜົນເຖິງຜູ້ເປັນຫົວໂປ່ໂຕການຂອງເຄືອ ຂ່າຍຄ້າຂາຍຢາເສບຕິດດັ່ງກ່າວເພື່ອນຳຈັບຕົວມາດຳເນີນຄະດີຕາມລະບຽບກົດໝາຍຢ່າງເດັດຂາດ.

No comments:

Post a Comment