Ad

Ad

30 March 2015

ຄາດວ່າຍອດມູນຄ່າການຄ້າລາວ-ຫວຽດນາມ ໃນປີ 2015 ຈະເພີ່ມຂຶ້ນ 40%



      ແຫລ່ງຂ່າວຫວຽດນາມ ໃຫ້ ຮູ້ວ່າ: ໃນປີ 2015 ນີ້, ຍອດມູນ ຄ່າການຄ້າລະຫວ່າງສອງປະເທດລາວ-ຫວຽດ ນາມຈະ ເພີ່ມຂຶ້ນ 40% ຈາກປີ 2014 ຜ່ານມາ ເພື່ອບັນລຸເປົ້າໝາຍຂອງຍອດມູນຄ່າການຄ້າສອງຝ່າຍໃຫ້ໄດ້ 2 ຕື້ໂດລາສະຫະລັດ.
     ໃນປີ 2014 ຜ່ານມາ, ຍອດມູນຄ່າການຄ້າດັ່ງກ່າວບັນລຸໄດ້ 1,4 ຕື້ໂດລາເພີ່ມຂຶ້ນ 24,5% ທຽບໃສ່ປີ 2013. ໂຕເລກການລົງທຶນຂອງຫວຽດນາມເຂົ້າລາວກໍມີປະລິມານເພີ່ມຂຶ້ນເຖິງ 413 ໂຄງການ, ລວມມີມູນຄ່າຈົດທະບຽນປະມານ 5 ຕື້ໂດລາສະຫະລັດ ເຮັດໃຫ້ຫວຽດນາມເປັນປະເທດອັນດັບສາມຂອງບັນດາປະເທດລົງທຶນຢູ່ລາວ.
     ການພົວພັນຮ່ວມມືດ້ານວຽກງານສຶກສາພັດທະນາຊັບພະຍາກອນມະນຸດລະຫວ່າງສອງປະເທດລາວ-ຫວຽດ ນາມ ແມ່ນຂົງເຂດການຮ່ວມມືທີ່ເປັນບູລິມະສິດ ເຊິ່ງປັດຈຸບັນສອງຝ່າຍໄດ້ສຸມໃສ່ຍົກສູງຄຸນນະພາບຂອງການຮ່ວມມືດັ່ງກ່າວ ເພື່ອແນໃສ່ພັດທະນາຊັບພະຍາກອນມະນຸດ ໃນໄລຍະປີ 2011-2020 ໃຫ້ມີປະສິດທິຜົນ ແລະ ຖືເປັນພື້ນຖານ ອັນໜັກ ແໜ້ນໃຫ້ແກ່ການພັດທະນາຊັບພະຍາກອນມະນຸດຂອງສອງປະເທດ, ປະກອບສ່ວນເຂົ້າໃນຂະ ບວນການພັດທະນາເສດຖະ ກິດ-ສັງຄົມຂອງແຕ່ລະປະເທດປະສົບຜົນສຳເລັດສູງ.

No comments:

Post a Comment