Ad

Ad

30 March 2015

ປີຜ່ານມາບໍລິສັດ ລ້ານຊ້າງປະກັນໄພ ມະຫາຊົນມີ​ຜົນ​ປະກອບ​ການ​ດີ



ເພື່ອເປັນການສະຫລຸບຜົນການເຄື່ອນໄຫວທຸລະກິດປະກັນໄພຜ່ານລະ ບົບຕົວແທນ,  ພ້ອມທັງເປັນການມອບລາງວັນໃຫ້ແກ່ບັນດາຕົວແທນທີ່ມີ ຍອດ ການຂາຍດີເດັ່ນ ປະຈໍາປີ 2014, ໃນວັນທີ 27-28 ມີນານີ້ ບໍລິສັດ ລ້ານຊ້າງ ປະກັນໄພ ມະຫາຊົນໄດ້ມີກອງປະຊຸມຕົວແທນທົ່ວປະເທດ 2015ຂື້ນ ຢ່າງເປັນທາງການໂດຍການເປັນປະທານຂອງ ລ້າຍແມັງກວານ ອຳນວຍການບໍລິສັດ ລ້ານຊ້າງປະກັນໄພມະຫາຊົນ.
          ມີຜູ້ຕາງຫນ້າຈາກບັນດາບໍລິສັດ, ຄູ່ຮ່ວມມື ຄື: ທະນາຄານພັດທະນາລາວ (LDB), ບໍລິສັດ ທະນາຊັບລິດຊີ້ງ ແອນ ຟາຍແນ້ນ ຈໍາກັດ, ບໍລິສັດ ເຊົ່າສິນເຊື່ອ ກຣຸງສີ ແລະ   ຕົວແທນດີເດັ່ນ 60 ກວ່າຄົນເຂົ້າຮ່ວມ.
          ທ່ານຜູ້ອໍານວຍການ ບໍລິສັດ ລ້ານຊ້າງປະກັນໄພ ມະຫາຊົນ (LAP ) ກ່າວວ່າໄລຍະຜ່ານມາ ພວກເຮົາຮັບຮູ້ເຖິງຄ ວາມພະຍາຍາມຂອງບັນດາຕົວແທນ ທີ່ໄດ້ປະກອບສ່ວນເຂົ້າໃນວຽກງານການເພີ້ມລາຍຮັບທີ່ບັນລຸເປົ້າໝາຍ ເຖິງ 140%
ໃນປີ 2014, ພາຍຫຼັງ 3 ປີທີ່ພວກ​ເຮົາໄດ້ປະຕິບັດແນວຄິດສ້າງສັນໃໝ່ ໃນການຄຸ້ມຄອງ  ແລະ ດໍາເນີນທຸລະກິດ,  ພິເສດ ແມ່ນນະໂຍບາຍທີ່ມີໃຫ້ແກ່ຕົວແທນ,  ຂອງບໍລິສັດ   ຊຶ່ງສ້າງລາຍຮັບຫຼາຍກວ່າ 20 ຕື້ກີບໃນປີ 2014, ເພີ້ມຂຶ້ນເຖີງ 10 ເທົ່າຖ້າທຽບໃສ່ປີ 2011.
        ໃນກອງປະຊຸມ ໄດ້ມີການຮັບຟັງ ແລະ ຕອບຂໍ້ຂ້ອງໃຈຂອງບັນດາຕົວແທນກ່ຽວກັບວິຊາສະເພາະວຽກປະກັນໄພ, ວຽກງານຄຸ້ມຄອງການຂາຍແລະ ນະໂຍບາຍຂອງບໍລິສັດມີຕໍ່ແກ່ຕົວແທນ. ພ້ອມດຽວກັນນັ້ນ ບໍລິສັດ ຍັງສືບຕໍ່ໃຫ້ຄໍາ ໝັ້ນສັນຍາຈະບໍ່ຢຸດການປະຕິບັດນະໂຍບາຍໃຫ້ຊ່ວຍເຫຼືອ ແລະ ດູແລບັນດາຕົວແທນ, ກໍຄືການເພີ້ມຄຸນນະພາບການ ບໍລິການຫຼັງການຂາຍໃຫ້ດີຂຶ້ນແລະ ຕອນທ້າຍກອງປະຊຸມກໍໄດ້ມີການຍ້ອງຍໍ ແລະ ມອບລາງວັນໃຫ້ແກ່ຕົວແທນທີ່ບັນລຸຍອດການຂາຍດີເດັ່ນປະຈໍາປີ 2014.  ເພື່ອເຮັດໃຫ້ບັນດາຕົວແທນມີກໍາລັງໃຈໃນການພັດທະນາ ແລະ ສ້າງລາຍຮັບທີ່ບັນລຸເປົ້າໝາຍໃນປີ 2015.

No comments:

Post a Comment