Ad

Ad

27 March 2015

ນາຍົກລັດຖະມົນຕີ ທອງສິງ ທຳມະວົງ ແນະນຳບໍ່ຄວນໃຊ້ງົບລັດຈັດສະຫລອງປີໃໝ່ລາວ



ໃນໂອກາດກ່າວໃຫ້ທິດຊີ້ນຳວຽກງານຢູ່ກອງປະຊຸມຄະນະລັດຖະບານປະຈຳເດືອນ ມີນາ 2015 ຂອງ ທ່ານນາຍົກ ລັດ ຖະມົນຕີ ທອງສິງ ທຳມະວົງ ເມື່ອວັນທີ 25 ມີນານີ້, ທ່ານໄດ້ແນະນຳຫລາຍບັນຫາເພື່ອ ໃຫ້ບັນດາກະຊວງ, ອົງການຈັດຕັ້ງລັດທຸກພາກ ສ່ວນເອົາ ໃຈໃສ່ຈັດຕັ້ງປະຕິບັດວຽກງານໃນຂະແໜງການຕົນ ດ້ວຍຄວາມຮັບພິຊອບ ສູງເປັນຕົ້ນ:ສືບ ຕໍ່ວຽກງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບຢ່າງໜັກແໜ້ນເດັດຂາດ, ເພື່ອຮັບປະ ກັນໃຫ້ບ້ານເມືອງມີຄວາມສະ ຫງົບ,ເປັນລະບຽບຮຽບຮ້ອຍ ແລະ ອັນພິເສດໃນໄລຍະ ການສະເຫລີມສະຫລອງບຸນປີໃໝ່ລາວ ພສ 2558 ທີ່ຈະໝູນວຽນມາເຖິງໃນອີກ ບໍ່ເທົ່າ ໃດວັນຂ້າງໜ້ານີ້ ໃຫ້ມີບັນຍາກາດເບີກບານມ່ວນຊື່ນ, ມີຄວາມສະຫງົບ, ເປັນລະ ບຽບຮຽບ ຮ້ອຍ ແລະ ປອດໄພ ຖືກຕາມຮີດຄອງປະເພນີອັນດີ ງາມ ແລະ ເອກກະລັກຂອງຊາດ ແລະ ສິ່ງສຳຄັນຕ້ອງ ສະຫລອງບຸນດັ່ງ ກ່າວບົນຈິດໃຈປະຢັດມັດທະຍັດບໍ່ນຳໃຊ້ງົບປະມານຂອງລັດ ເນື່ອງຈາກຫລາຍປີມານີ້ການເກັບລາຍຮັບງົບປະມານຂອງລັດ ອ້ອມຂ້າງຫຍຸ້ງຍາກ ຈຶ່ງຮຽກຮ້ອງໃຫ້ທຸກພາກສ່ວນເຫັນຄວາມຈຳເປັນ ແລະ ປະຢັດຊ່ວຍກັນ.

No comments:

Post a Comment