Ad

Ad

27 March 2015

ບໍລິສັດພີທີສະໜັບສະໜູນເງິນ 5 ຮ້ອຍລ້ານກີບບູລະນະຖ້ຳສຸພານຸວົງ



ໃນວັນທີ 26 ມີນາ  ນີ້, ທ່ານ ເດວິດ ເດົາ (david dau) ປະທານບໍລິສັດ ພີທີ ໄດ້ມອບເງິນ 5 ຮ້ອຍລ້ານກີບ ໃຫ ທ່ານ ດຣ ສີນາວາ ສຸພານຸວົງ ລັດຖະມົນ ຕີຊ່ວຍກະຊວງພະລັງງານ ແລະ ບໍ່ແຮ່ ເພື່ອປະກອບສ່ວນເຂົ້າໃນການຖ້ຳປະທານ ສຸພານຸວົງ ທີ່ເມືອງ ວຽງໄຊແຂວງຫົວພັນ ທີ່ເປັນບ່ອນພັກພາອາໃສເຄື່ອນໄຫວປະຕິວັດຕ້ານຈັກກະພັດຜູ້ຮຸກຮານໃນເມື່ອກ່ອນ ແລະເພື່ອອະນຸລັກຮັກສາ ບຸລະນະຖ້ຳທີ່ໝັ້ນດັ່ງກ່າວໃຫ້ເປັນແຫຼ່ງທ່ອງທ່ຽວ ແລະ ໃຫ້ລູກຫຼານຜູ້ສຶບທອດ ໄດ້ເຫັນ ແລະ ຈົດຈຳຄຸນງາມ ຄວາມດີນີ້ຕະຫຼອດໄປເຊິ່ງພິທີມອບ​-ຮັບໄດ້ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ .ໃນໂອກາດ ການສະເຫຼີມສະຫຼອງວັນສ້າງຕັ້ງພັກປະ ຊາຊົນປະຕິວັດລາວຄົບຮອບ 60 ປີ ແລະ ວັນສະຖາປະນາ ສປປ ລາວ ຄົບຮອບ 40 ປີ ໃຫ້ມີຄວາມໝາຍຫຍິ່ງຂຶ້ນ.

No comments:

Post a Comment