Ad

Ad

30 March 2015

ມອບ​ໃບຢັ້ງຢືນ​ໃຫ້​ຜູ້​ສຳ​ເລັດການຝຶກອົບ​ຮົມວາທະສິລະປະການເວົ້າຄັ້ງທຳ​ອິດ



ໃນວັນທີ 28 ມີນາ ນີ້ ທີ່ໂຮງຮຽນມັດທະຍົມສົມບູນວຽງຈັນ, ນະຄອນ ຫຼວງວຽງຈັນ ໄດ້ມີພິທີມອບໃບຢັ້ງຢືນການເຝິກອົບຮົມວາທະສິລະປະການ ເວົ້າ ຂຶ້ນ, ໂດຍການເຂົ້າຮ່ວມຂອງທ່ານ ສາຍທອງ ແກ້ວດວງດີ ຮອງເຈົ້າຄອງນະຄອນ ຫຼວງວຽງຈັນ.
ມູນນິທິສົ່ງເສີມການສຶກສາໄດ້ຈັດກິດຈະກໍາຝຶກວາທະສິລະປະການເວົ້າໃຫ້ ແກ່ນັກຮຽນ, ຜູ້ມີພອສະຫວັນໃນການເວົ້າເປັນຄັ້ງທຳອິດເພື່ອສ້າງໂອກາດໃຫ້ເຂົາເຈົ້າໄດ້ຊອກຮູ້ ປະສົບການໃໝໃນຊີວິດເຊິ່ງໄດ້ຈັດຂຶ້ນເປັນເວລາ 6 ເດືອນ ຢູ່ໂຮງຮຽນ ມສ ວຽງຈັນໂດຍມີນັກຮຽນ ທີ່ມີຄ ວາມສົນໃຈແລະ ພອນສະຫວັນເຂົ້າຮ່ວມ   66 ຄົນ, ຍິງ 32 ຄົນມາຈາກຊັ້ນມັດທະຍົມ ມ5  ໂຮງຮຽນ ມສ ວຽງຈັນ ແລະ ມສ ລາວ-ຫວຽດນາມ, ໃນນີ້ ໂດຍໄດ້ຮັບການ ຈາກຜູ້ມີປປະສົບການໃນສະຖານີວິທະຍຸກະຈາຍສ່ຽງແຫ່ງຊາດ,   ໂທລະ ພາບແຫ່ງຊາດ ແລະ ອາຈານ   ຈາກໂຮງຮຽນ ມສ ວຽງຈັນ, ໂອກາດນີ້ ທ່ານຮອງເຈົ້າຄອງນະຄອນຫຼວງວຽງຈັນໄດ້ມອບໃບ ຢັ້ງຢືນໃຫ້ຜູ້ສຳເລັດການເຝິກອົບຮົມດັ່ງກ່າວເປັນຄັ້ງທຳອິດ.

No comments:

Post a Comment