Ad

Ad

30 March 2015

ສະ​ເຫຼີມສະຫຼອງວັນໂອ​ທິສຕິກ​ໂລກຈະ​ມີ​ຂຶ້ນຕົ້ນ​ເດືອນເມສາ​ນີ້



ງານສະເຫຼີມສະຫຼອງວັນໂອທິສຕິກໂລກຈະມີຂຶ້ນໃນວັນທີ 2-5 ເມສາ 2015 ນີ້, ໂດຍຈະມີກິດຈະກຳເຕັ້ນແອໂລບິກເພື່ອ ສຸ ຂະພາບຢູ່ປະຕູໄຊ ເລີ່ມເວລາ 17:00-19:30, ຂາຍເຂົ້າໜົມກຸກີ້ ຢູ່ຮ້ານກາເຟໂຈມາ ໃນນະ ຄອນຫຼວງວຽງຈັນງານວາງສະແດງ ຮູບພາບເພື່ອການກຸສົນທີ່ໂຮງ ແຮມ ເມີຄິວ.  ເພື່ອສະແດງໃຫ້ເຫັນ ເຖິງຄວາມສາມາດຂອງບຸກຄົນໂອທິສຕິກ ແລະ ເປັນການຊຸກ ຍູ້ສົ່ງເສີມໃຫ້ສັງຄົມໂດຍສະເພາະແມ່ນອົງ ການຈັດຕັ້ງຂອງລັດ, ສາກົນ,   ແລະ ປະຊາຊົນ ເຫັນໄດ້ ຄວາມອາດສາມາດຂອງຄົນໂອທິສຕິກ, ຜ່ານກິດຈະກຳຕ່າງໆເປັນການລະດົມທຶນສະໜັບສະໜູນ ການສົ່ງເສີມສັກກະຍະພາບຂອງບຸກຄົນໂອທິສຕິກໂດຍສະ ເພາະໃນວຽກງານການສຶກສາ ແລະ ກາຍະພາບ, ເຊິ່ງເງິນລະດົມໄດ້ໃນປີນີ້ 70% ແມ່ນມອບເຂົາກອງທຶນສົ່ງເສີມການ ສຶກສາຂອງສະ ມາຄົມ ແລະ 30% ຈະນຳໃຊ້ເຂົ້າໃນວຽກງານເຝິກອົບຮົມຄູການສຶກສາພິເສດ ແລະ ວຽກງານຕ່າງໆ ຂອງສະມາຄົມດັ່ງກ່າວ.

ອາການ ໂອທິສຕິກ (Autistic Spectrum Disorder) ຫຼື ໂອທິສຊຶມເປັນຄວາມຜິດປົກກະຕິ ທາງສະໝອງແບບໜຶ່ງທີ່ເກີດຂຶ້ນໃນໄວເດັກໂດຍຈະສະແດງອາການຜິດປົກກະຕິຄື: ຄວາມຜິດປົກກະຕິທາງສັງຄົມ ແລະ ປະຕິສຳພັນກັບຜູ້ອື່ນ, ຄວາມຜິດປົກກະຕິທາງພາສາ ແລະ ການສື່ສານ, ຄວາມຜິດປົກກະຕິທາງອາລົມ ແລະ ພຶດຕິກຳ. ອາການດັ່ງກ່າວນີ້ແມ່ນໄດ້ຮັບການກວດພົບໃນປະເທດຕາເວັນຕົກເປັນຈຳນວນຫຼວງຫຼາຍ ແລະ ມີການຂະ ຫຍາຍຕົວໄວ, ໃນບາງປະເທດອັດຕາການກວດພົບແມ່ນມີຫຼາຍກ່ວາອັດຕາ 1/100 ທັງນີ້ກໍ່ຍ້ອນວ່າຄວາມຮັບຮູ້ກ່ຽວກັບການຜິດປົກກະຕິດັ່ງກ່າວສູງ ແລະ ວິທີການກວດກໍ່ໄດ້ຮັບການປັບປຸງ, ບັນດາອົງກອນທີ່ເຮັດວຽກນີ້ໄດ້ຮ່ວມສະ ຫຼອງວັນໂອທິສຕິກໂລກປິ 1989 ເປັນຄັ້ງທຳອິດ ແລະ ຫຼັງຈາກນັ້ນກໍໄດ້ສະຫຼອງເປັນປະຈຳທຸກໆປີ. ໃນວັນທີ 18 ທັນວາ 2007 ສະມັດຊາໃຫຍ່ອົງການສະຫະປະຊາຊາດ ໄດ້ປະກາດເອົາວັນທີ 2 ເມສາ ຂອງທຸກໆປີ ເປັນວັນໂອທິສຕິກໂລກແຕ່ປີ 2008 ເປັນຕົ້ນມາ.
ງານຖະແຫຼງຂ່າວເພື່ອກະກຽມສະເຫຼີມສະລອງວັນດັ່ງກ່າວໄດ້ມີຂຶ້ນໃນວັນທີ 27 ມີນານີ້ ຢູ່ສະມາຄົມ ໂອທິສຕິກທີ່ນະຄອນຫຼວງວຽງຈັນ, ໂດຍການເຂົ້າຮ່ວມຂອງຜູ້ຮັກສາການປະທານສະມາຄົມເພື່ອຄົນໂອທິສຕິກ, ແລະ  ຫົວໜ້າຫ້ອງການອົງການບັນເທົາທຸກຄາໂຕລິກ ຫຼື ອົງການ CRS.

No comments:

Post a Comment