Ad

Ad

30 March 2015

ນະຄອນຫຼວງ​ເລັ່ງກວດກາ ​ແລະ ​ແກ້​ໄຂ​ສະພາບຄົນຂໍທານເພື່ອ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຂອງ​ຕົວ​ເມືອງ



ຂະແໜງສັງຄົມສົງເຄາະ, ພະແນກແຮງງານແລະສະຫວັດດີການສັງຄົມນະ ຄອນຫຼວງວຽງຈັນໃຫ້ຮູ້ວ່າ: ໂດຍປະຕິບັດຕາມຄຳສັ່ງຂອງທ່ານ ນາຍົກລັດຖະມົນຕີ ວ່າດ້ວຍກນຕ້ານປະກົດການຫຍໍ້ທໍ້ສະບັບເລກທີ 27/ນຍ ລົງວັນທີ 5 ຕຸລາ 2012, ກໍຄືການແກ້ໄຂບັນຫາຄົນຂໍທານໃນຕົວເມືອງນະຄອນຫຼວງວຽງຈັນ ແລະ ຈາກການ ລົງກວດກາຕົວຈິງເຫັນວ່າຄົນຂໍທານມີຈຳນວນເພີ່ມຂຶ້ນເລື້ອຍໆ, ບໍ່ວ່າຈະເປັນເດັກ ນ້ອຍ ແລະ ຜູ້ໃຫຍ່, ຜູ້ທີ່ມີສຸຂະ ພາບແຂງແຮງ, ພິການ, ເສຍຈິດ ແລະ ເດັກນ້ອຍເ ລ້ລ້ອນ​ ​ເຊິ່ງໃນປີ 2014 ຜ່ານມາ, ຄະນະກຳມະການ ແກ້ໄຂຄົນຂໍ້ທານ, ຂັ້ນນະ ຄອນຫຼວງ, ເມືອງ ແລະ ບ້ານ, ສາມາດກວດພົບ ແລະ ເຕົ້າໂຮມຄົນຂໍ້ທານໄປໄວ້ສູນ ສົງເຄາະຈຳ ນວນ 107 ຄົນ ຍິງ 38 ຄົນ, ໃນນັ້ນເປັນຄົນນະຄອນຫຼວງ 71 ຄົນ, ສະຫວັນນະເຂດ 22 ຄົນ ແລະ ແຂວງອື່ນໆອີກຈຳນວນໜຶ່ງ, ພາຍຫຼັງເຕົ້າໂຮມ ແລ້ວ, ຄະນະກຳມະການກໍໄດ້ເກັບກຳປະຫວັດ, ສຳລັບຜູ້ທີ່ມີ ພູມລຳເນົາ ແລະ ມີພໍແມ່, ຍາດພີ່ນ້ອງແມ່ນໄດ້ນຳສົ່ງກັບ ຄືນແຂວງ, ເພື່ອໄປສຶກສາອົບຮົມ, ກໍລະນີຜູ້ທີ່ຕິດຢາເສບຕິດກໍຈະສົ່ງໄປສູນ ບຳບັດ, ສຳລັບຄົນທີ່ເປັນບ້າໃບ້ເສຍຈິດ ແມ່ນ
ຈະມອບໃຫ້ສູນສົ່ງເຄາະເປັນຜູ້ເບິ່ງແຍງດູແລ, ເປັນຕົ້ນແມ່ນ ທີ່ ພັກອາໄສ, ອາຫານການກິນ, ສຸຂະອະນາໄມ, ຢາປິ່ນປົວພະ ຍາດ ແລະ ສອນທັກສະວິຊາຊີບໃຫ້ເຂົາເຈົ້າ, ສຳລັບຕົນປີ 2015 ນີ້, ນະຄອນຫຼວງກໍໄດ້ດຳເນີນແຜນແກ້ໄຂ ຄົນຂໍທານດ້ວຍ ການລົງຕິດຕາມກວດກາຢູ່ຕາມເມືອງ ແລະ ຊຸມຊົນຕ່າງ, ມາຮອດປັດຈຸບັນແມ່ນກວດພົບ ແລະ ເຕົ້າໂຮມຄົນຂໍ້ທານໄດ້ແລ້ວ 23 ຄົນ, ເປັນຍິງ 11 ຄົນ, ໃນນັ້ນເປັນຄົນນະຄອນຫຼວງ 15 ຄົນ, ສະຫວັນນະເຂດ 7 ຄົນ ແລະ ຫົວພັນ 1 ຄົນເພື່ອປະຕິບັດ ການຊ່ວຍເຫຼືອດັ່ງຜ່ານມາເພື່ອຊ່ວຍໃຫ້ນະຄອນຫລວງວຽງຈັນມີຄວາມເປັນລະບຽບຮຽບຮ້ອຍ, ປາສະຈາກສິ່ງຫຍໍ້ທໍ້ຕ່າງໆ.
      ຄະນະກຳມະການດັ່ງກ່າວໃຫ້ຮູ້ວ່່າ: ສາເຫດຫຼັກທີ່ເຮັດໃຫ້ເກີດມີການຂໍທານ ໃນສັງຄົນແມ່ນ: ເກີດຈາກຄວາມຂີ້ຄານມັກງ່າຍຂອງຕົວເຂົາເຈົ້າເອງ ແລະ ຍັງມີກຸ່ມຄົນຂໍທານຈຳນວນໜຶ່ງຢຶດຖືການຂໍທານເປັນປະເພນີ ແລະ ເກີດຈາກຄົນຜິດປົກກະຕິຂອງຮ່າງກາຍທີ່ບໍ່ສາມາດຊ່ວຍເຫຼືອຕົນເອງໄດ້ເຊັ່ນ: ເປັນບ້າໄບ້, ເສຍຈິດ, ພິການ, ເດັກນ້ອຍ ແລະ ເຖົ້າແກ່ສະລາອານະຖາບໍ່ມີຍາດຕິພີ້ນ້ອງ, ຊຶ່ງຕໍ່ບັນຫານີ້ຄະນະກຳມະການແກ້ໄຂບັນຫາຄົນຂໍທານກໍໄດ້ເອົາ ໃຈໃສ່ແກ້ໄຂ ແລະ ຊ່ວຍເຫຼືອແຕ່ຫຼອດມາເພື່ອເຮັດໃຫ້ຄົນຂໍຄົນໃນສັງຄົມນຫລຸດໜ້ອຍລົງ.

No comments:

Post a Comment