Ad

Ad

27 March 2015

ທະນາຄານລົງທຶນ ແລະ ພັດທະນາຫວຽດນາມ ( BIDV) ຈະໃຫ້ເງິນກູ້ແກ່ລາວຕື່ມ 150 ລ້ານໂດລາສະຫະລັດ



     ໃນບົດລາຍງານຂອງຜູ້ຕາງ ໜ້າທະນາຄານລົງທຶນ ແລະ ພັດ ທະນາຫວຽດນາມ (BIDV) ປະຈຳລາວ ຕໍ່ທ່ານປະທານປະ ເທດ ເຈືອງເຕິ່ນຊາງ ໃນໂອກາດຢ້ຽມ ຢາມລາວຢ່າງເປັນທາງການ ລະຫວ່າງວັນທີ 23-25 ມີນານີ້ ແລະ ໄດ້ພົບປະກັບບັນ ດາຫົວ ໜ່ວຍທຸລະກິດຫວຽດນາມທີ່ລົງ ທຶນຢູ່ລາວກ່ອນກັບຄືນປະເທດ ນັ້ນໃຫ້ຮູ້ວ່າ: ໃນຕໍ່ໜ້ານີ້, BIDV ຈະອະນຸມັດເງິນກູ້ຈຳນວນ 150 ລ້ານໂດລາສະຫະລັດ ໃຫ້ລາວ ເພື່ອນຳໃຊ້ເຂົ້າໃນໂຄງການພັດ ທະນາພື້ນຖານໂຄງລ່າງເມືອງ ຊ່ອນ ແຂວງຫົວພັນ 120 ລ້ານ ໂດລາ ແລະ ໂຄງການກໍ່ສ້າງລະ ບົບຊົນລະປະທານເມືອງສິງ ແຂວງຫລວງນ້ຳທາ 30 ລ້ານໂດ ລາ. ນີ້ແມ່ນໂຄງການທີ່ໄດ້ຮັບ ການ ຕົກລົງເຫັນດີລະຫວ່າງກົມ ການເມືອງສອງປະເທດ ລາວ ແລະ ຫວຽດນາມ ເພື່ອແນໃສ່ກະ ຕຸກຊຸກຍູ້ການພັດທະນາເສດຖະ ກິດ-ສັງຄົມແຂວງຫົວພັນ ແລະ ແຂວງຫລວງນ້ຳທາໃຫ້ເຕີບ ໃຫຍ່ເຂັ້ມແຂງ ແລະ ພ້ອມນັ້ນ, BIDV ຍັງໄດ້ຕົກລົງເຫັນດີອະນຸ ມັດສິນ ເຊື່ອແກ່ລາວຕື່ມອີກ 53,16 ລ້ານໂດລາສະຫະລັດ ເພື່ອສະໜັບສະໜູນການກໍ່ສ້າງ ເສັ້ນທາງຍາວ 67 ກິໂລແມັດ ແຕ່ ເມືອງຊຳໃຕ້ ແຂວງຫົວພັນຫາ ຊາຍແດນທົງທຸ້ຍ ສສ ຫວຽດ ນາມ, ຄາດວ່າການເຊັນສັນຍາ ເງິນກູ້ດັ່ງກ່າວລະຫວ່າງລັດຖະ ບານລາວ ແລະ BIDV ຈະມີຂຶ້ນ ໃນເດືອນເມສາ 2015 ນີ້.

     ຜູ້ຕາງໜ້າ BIDV ຍັງເປີດ ເຜີຍໃຫ້ຮູ້ວ່າ: ນອກຈາກ BIDV ໄດ້ສຸມໃສ່ວຽກງານລົງທຶນຂອງ ຕົນ ແລະ ຈະສະໜັບສະໜູນເງິນ ກູ້ຈຳນວນ 447 ລ້ານໂດລາສະ ຫະລັດ ໃຫ້ແກ່ໂຄງການລົງທຶນ ຈຳນວນ 15 ໂຄງການ ຂອງບັນ ດາຫົວໜ່ວຍທຸລະກິດຫວຽດ ນາມຢູ່ລາວແລ້ວ, BIDV ຍັງໄດ້ ເອົາໃຈໃສ່ເຮັດວຽກງານສະ ຫວັດດີການສັງຄົມອື່ນໆຕາມບູ ລິມະສິດຂອງລັດຖະບານ ເຊິ່ງ ນັບ ແຕ່ປີ 2005 ທີ່ທະນາຄານດັ່ງ ກ່າວໄດ້ເຂົ້າມາລົງທຶນຢູ່ລາວ. ມາຮອດປັດຈຸບັນການຊ່ວຍ ເຫລືອດັ່ງກ່າວລວມມີມູນຄ່າສູງ ເຖິງ 11,5 ລ້ານໂດລາສະຫະລັດ ໂດຍສ່ວນໃຫຍ່ໄດ້ສຸມໃສ່ຂົງເຂດ ການສຶກສາ, ສາທາລະນະສຸກ, ຊ່ວຍເຫລືອແກ້ໄຂຄວາມທຸກ ຍາກ ຂອງປະຊາຊົນ ແລະ ສະ ເພາະປີ 2014 ຜ່ານມານີ້, BIDV ໄດ້ສະໜັບສະໜູນເຄື່ອງຄອມພິວ ເຕີຈຳນວນ 300 ຊຸດ ໃຫ້ແກ່ກະ ຊວງ ແລະ ຂະແໜງການຕ່າງໆ ຂອງລາວ ພ້ອມໄດ້ສະໜັບສະ ໜູນທຶນການສຶກສາໃຫ້ແກ່ນັກ ຮຽນລາວໄປຮຽນຕໍ່ ສສ ຫວຽດ ນາມ ແລະ ຊ່ວຍສ້າງໂຮງຮຽນ ຈຳນວນໜຶ່ງໃຫ້ແກ່ແຂວງຫົວ ພັນອີກດ້ວຍ. ທັງນີ້ກໍເພື່ອປະ ກອບສ່ວນເຂົ້າໃນການເພີ່ມພູນ ຄູນ ສ້າງສາຍພົວພັນທີ່ເປັນມູນ ເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະ ຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ- ຫວຽດນາມ ທີ່ມີມາແຕ່ດົນນານ ແລ້ວນັ້ນນັບມື້ກ້າວເຂົ້າສູ່ລວງ ເລິກ ແລະ ແຕກດອກອອກຜົນ ງອກ ງາມຍິ່ງໆຂຶ້ນ.

No comments:

Post a Comment