Ad

Ad

27 March 2015

ປກສ ແຂວງຈຳປາສັກມ້າງເຄືອຂ່າຍຢາເສບຕິດລາຍໃຫຍ່ພ້ອມອາວຸດສົງຄາມ



ຂ່າວ-ພາບ ໜັງສືພິມ ປກສ
     ເມື່ອບໍ່ດົນມານີ້, ເຈົ້າໜ້າທີ່ ປກສ ແຂວງຈຳປາສັກ,ໄດ້ນຳກຳລັງສະເພາະກິດ ຕັ້ງດ່ານຈັບເຄືອຂ່າຍຄ້າຂາຍຢາເສບຕິ ດລາຍໃຫຍ່,ຢູ່ເສັ້ນທາງເຂດບ້ານນາກະສັງ, ເມືອງໂຂງ, ແຂວງຈຳປາສັກ, ສາມາດຈັບຜູ້ຕ້ອງຫາຄື:ທ້າວ ວິຊຽນ ອາຍຸ 38 ປີຢູ່ບ້ານເຜົ່າສຳພັນ,ເມືອງປະທຸມພອນ, ທ້າວ ເຮືອງ ອາຍຸ 40 ປີ, ທ້າວ ທິ ອາຍຸ 50 ປີສັນຊາດກຳປູເຈຍຢູ່ບ້ານກະຈານໂຄກ, ເມືອງແສນປາງ, ແຂວງຊຽງແຕງ, ປະເທດກຳປູເຈຍ ແລະ ທ້າວ ທອງຫລຽນ ອາຍຸ 30 ປີຢູ່ບ້ານນາປະກຽບ, ເມືອງໂຂງ, ແຂວງຈຳປາສັກ, ພ້ອມລະເບີດ 2 ໜ່ວຍ, ປືນເອເຄໜຶ່ງກະບອກ, ລູກກະສຸນຈຳນວນໜຶ່ງ ແລະ ລົດກະບະ ວີໂກ້ບໍ່ຕິດປ້າຍທະບຽນ, ຜ່ານການສືບສວນ-ສອບສວນ ພວກກ່ຽວໄດ້ຊັກ ທອດຫາເພື່ອນຮ່ວມຂະບວນການອີກກຸ່ມ ໜຶ່ງ,ເຈົ້າໜ້າທີ່ຈຶ່ງນຳຈັບຕົວມາໄດ້ຄື: ທ້າວ ຈັນສະໝອນ ອາຍຸ 48 ປີຢູ່ບ້ານ ເຜົ່າສຳພັນ, ເມືອງປະທຸມພອນ, ທ້າວ ໝໍ ອາຍຸ 37 ປີສັນຊາດກຳປູເຈຍພັກເຊົາຢູ່ບ້ານນາປະກຽບ, ເມືອງໂຂງ, ແຂວງຈຳ
ປາສັກ ແລະ ທ້າວ ເພັດສະໝອນ ອາຍຸ 28 ປີຢູ່ບ້ານທ່າພີ, ເມືອງທ່າປາງທອງ,ແຂວງສະຫວັນນະເຂດ, ພ້ອມອາວຸດປືນ ແລະ ລະເບີດໜຶ່ງໜ່ວຍ, ຈຶ່ງໄດ້ນຳຕົວມາ ສືບສວນ-ສອບສວນ ແລະ ໄດ້ຊັກທອດເພື່ອນຮ່ວມຂະບວນການຕື່ມອີກ, ເຈົ້າໜ້າທີ່ຈຶ່ງໄດ້ນຳກຳລັງເຂົ້າຈັບກຸມຢູ່ບ້ານ ພັກແຫ່ງໜຶ່ງເຂດບ້ານຂີ້ນາກ, ເມືອງໂຂງ, ມີຜູ້ຕ້ອງຫາຄື:ທ້າວ ຫັດສະດີ ອາຍຸ 20 ປີ, ທ້າວ ລັດ ອາຍຸ 21 ປີຢູ່ບ້ານແກ້ງແກບ, ທ້າວ ນຳໂຊກ ອາຍຸ 15 ປີຢູ່ບ້ານກຸດລຳພັນ, ເມືອງທ່າປາງທອງ, ແຂວງສະ ຫວັນນະເຂດ ແລະ ທ້າວ ບຸນມາ ອາຍຸ 35 ປີຢູ່ບ້ານສີສະຫວາດ, ເມືອງຈັນທະບູລີ, ນະຄອນຫລວງວຽງຈັນ, ພ້ອມຂອງ ກາງຢາໄອ ໜັກ 3 ກິໂລ ແລະ ລົດກະບະ ວີໂກ້ໝາຍເລກທະບຽນ ກຄ 4624 ສະຫວັນນະເຂດ,ຈຶ່ງໄດ້ຍຶດໄວ້ເປັນຫລັກ ຖານເພື່ອດຳເນີນຄະດີຕາມລະບຽບກົດໝາຍ.

No comments:

Post a Comment