Ad

Ad

20 March 2015

ຍົກສູງບົດບາດການເຄື່ອນໄຫວ ຂອງສື່ມວນຊົນກອງທັບໃນສະພາບການໃຫມ່



ເປັນທີ່ຮູ້ນໍາກັນແລ້ວວ່າ: ສື່ມວນ ຊົນກອງທັບກໍເປັນພາກສ່ວນໜຶ່ງ ນອນຢູ່ໃນຖັນແຖວສື່ມວນຊົນລາວ ເຊິ່ງປັດຈຸບັນບັນດາສຳນັກງານສື່ມວນຊົນ ຂອງລາວເຮົາລວມມີ:ສຳນັກຂ່າວ ສານປະເທດ ລາວ, ມີບັນດາສຳນັກງານ ໜັງ ສືພິມສະບັບຕ່າງໆ, ມີສະຖານີວິທະຍຸກະຈາຍ ສຽງ, ສະຖານີໂທລະພາບ ແລະ ປະ ເພດສື່ອື່ນໆ ທັງຢູ່ສູນກາງ ແລະ ທ້ອງ ຖິ່ນເຊິ່ງເປັນສຳນັກປາກກະບອກສຽງ ຂອງ ພັກ-ລັດ, ບັນດາກະຊວງ, ອົງການ ແລະ ບັນດາແຂວງເຊິ່ງແຕ່ລະປີມີປະ ລິມານ ເພີ່ມຂຶ້ນ. ມາຮອດດຽວນີ້ມີໜັງສື ພິມ ແລະ ວາລະສານທັງໝົດ 110 ສະ ບັບ, ໃນນັ້ນ ມີໜັງສືພິມລາຍວັນຢູ່ອ້ອມ ຂ້າງສູນກາງ 9 ສະບັບ, ມີວິທະຍຸກະເປັນທີ່ຮູ້ນໍາກັນແລ້ວວ່າ: ສື່ ມວນຊົນກອງທັບ ກໍເປັນພາກສ່ວນໜຶ່ງນອນຢູ່ໃນຖັນແຖວສື່ມວນຊົນ ລາວເຊິ່ງປັດຈຸບັນບັນດາສຳນັກ ງານສື່ມວນຊົນຂອງລາວເຮົາລວມມີ: ສຳນັກຂ່າວສານປະເທດລາວ, ມີບັນດາສຳນັກງານໜັງສືພິມສະ ບັບຕ່າງໆ, ມີສະຖານີວິທະຍຸກະ ຈາຍສຽງ, ສະຖາ ນີໂທ ລະພາບ ແລະ ປະເພດສື່ອື່ນໆ ທັງຢູ່ສູນກາງ ແລະ ທ້ອງຖີ່ນ ເຊິ່ງເປັນສຳນັກ ປາກກະບອກສຽງຂອງພັກ-ລັດ, ບັນດາກະຊວງ,
ອົງການ ແລະ ບັນ ດາແຂວງເຊິ່ງແຕ່ລະປີມີປະລິມານ ເພີ່ມຂຶ້ນ. ມາຮອດດຽວນີ້ມີໜັງສື ພິມ ແລະ ວາລະສານທັງໝົດ 110 ສະບັບ, ໃນນັ້ນ ມີໜັງສືພິມລາຍວັນ ຢູ່ອ້ອມຂ້າງສູນກາງ 9 ສະບັບ, ມີວິ ທະຍຸກະຈາຍ ສຽງ 57 ແຫ່ງ, ໃນ ນັ້ນ ວິທະ ຍຸແອຟເອັມ 99,7 ເມ ກາເຮີດຂອງກອງທັບເຮົາກໍໄດ້ປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນ ການເພີ່ມພື້ນທີ່ກະຈາຍຄື້ນສຽງ ກວມເຖິງ 90% ຂອງພື້ນທີ່ທົ່ວປະ ເທດ, ມີສະຖານີໂທລະພາບທັງ  ໝົດ 46 ແຫ່ງ ສັນຍານພາບກວມ 70% ຂອງພື້ນ ທີ່ທົ່ວປະເທດ. ຈາກ ໂຕເລກດັ່ງກ່າວຊີ້ໃຫ້ເຫັນວ່າ: ພັກ- ລັດເຮົາໄດ້ເຫັນຄວາມສຳຄັນ, ເອົາ ໃຈໃສ່ຊີ້ນຳ-ນຳພາ ແລະ ລົງ ທຶນ ຢ່າງໜັກເຂົ້າໃສ່ໃນການພັດທະນາຍົກລະດັບວຽກງານສື່ມວນຊົນ ລາວໃຫ້ສູງຂຶ້ນສົມຄູ່ກັບຄວາມ ຮຽກຮ້ອງຕ້ອງການ ໃນສະພາບ ການໃໝ່, ສຳລັບສື່ມວນຊົນກອງ ທັບເຮົາແລ້ວໃນໄລຍະທົດສະວັດ ຜ່ານມານີ້ກໍໄດ້ມີການປັບປຸງ ແລະ ພັດທະ ນາໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນຢ່າງໄວວາເຊັ່ນດຽວກັນບໍ່ວ່າທາງດ້ານປະລິມານ ແລະ ຄຸນນະພາບ ກໍຄືທາງດ້ານເນື້ອໃນ ແລະ ຮູບ ການເປັນຕົ້ນໄດ້ພັດທະນາໜັງສືພິມກອງທັບປະຊາຊົນລາວກາຍເປັນ 1 ໃນ 9 ໜັງສືພິມເປັນລາຍວັນ ຂອງປະເທດ, ມີການລົງທຶນສ້າງ ສະຖານີວິທະຍຸກະຈາຍສຽງ FM 99.7MHz ຂອງກອງທັບປະຊາ ຊົນລາວ, ໄດ້ຮັບການຍ້ອງຍໍຊົມ ເຊີຍສະໜັບສະໜູນຈາກສັງຄົມນັບມື້ຢ່າງຫຼວງຫຼາຍ ແລະ ກວ້າງ ຂວາງ ແລະ ຖັນແຖວພະນັກງານ ນັກຂ່າວຢູ່ຂັ້ນ ກະຊວງກໍຄືຢູ່ບັນດາກົມກອງທ້ອງຖິ່ນຕ່າງໆໃນທົ່ວ ກອງທັບກໍມີເພີ່ມຂຶ້ນສາມາດຕອບສະໜອງກັບໜ້າທີ່ການເມືອງໃນ ຂົງເຂດວຽກງານສື່ມວນຊົນໃນ ກອງທັບໄລຍະໃໝ່.
ເຖິງວ່າສື່ມວນຊົນກອງທັບ ເຮົາໄດ້ມີການປັບປຸງໃຫ້ເຕີບໃຫຍ່ ຢ່າງຕໍ່ເນື່ອງກໍຕາມ, ແຕ່ສື່ມວນ ຊົນກອງທັບເຮົາ ກໍບໍ່ປາສະຈາກໄດ້ຈຸດອ່ອນບາງປະການເຊັ່ນ: ການ ສະໜອງເນື້ອໃນໂຄສະນາທີ່ມີລັກ ສະນະສຶກສາອົບຮົມຍັງບໍ່ທັນໜັກ ແໜ້ນ, ໃຫ້ຂ່າວເນັ້ນແຕ່ການເຄື່ອນ ໄຫວຂອງຂັ້ນເທິງ ຫຼື ເອົາໃຈໃສ່ຄຳ ເຫັນຂອງຂັ້ນເທິງເປັນສ່ວນຫຼາຍ, ສ່ວນຄຳເຫັນ ຂັ້ນລຸ່ມຕໍ່ແນວທາງນະໂຍບາຍອັນຖືກຕ້ອງຂອງພັກຕໍ່ ການປະຕິບັດໜ້າທີ່ວຽກງານຕ່າງໆມີໜ້ອຍ. ອອກຂ່າວການເມືອງ, ຂ່າວກອງປະຊຸມ, ການຮັບແຂກ ແລະ ອື່ນໆແມ່ນກວມອັດຕາສ່ວນ ສູງໃນໜ້າຂ່າວໜັງສືພິມ ຫລື ໃນ ລາຍການຂ່າວວິ ທະຍຸໂທລະພາບ. ສ່ວນວ່າເຫດການສຳຄັນທີ່ມີການ ເຄື່ອນໄຫວຢູ່ກົມກອງທ້ອງຖິ່ນໃນ ຂະບວນການປົກປັກຮັກສາ ແລະ ສ້າງສາປະເທດຊາດທີ່ຟົດຟື້ນທີ່ສຸດພັດສ່ອງແສງໄດ້ໜ້ອຍ, ຂາດປັດ ໄຈການໂຄສະນາສັນລະເສີນວຽກ ດີຄົນເດັ່ນວຽກຈິງ ຄົນແທ້, ການໃຊ້ ສັບທັງພາສາລາວ ແລະ ພາສາ ຕ່າງປະເທດທັງພາສາເວົ້າ ແລະ ຂຽນຍັງບໍ່ຖືກຕ້ອງຈະແຈ້ງ (ຊອດ ກະຈາ), ນັກຂ່າວບໍ່ລົງຫາພື້ນຖານ ກົມກອງເພື່ອຊອກຫາຂ່າວຕົວຈິງ. ສະນັ້ນ ເນື້ອໃນທີ່ສ່ອງແສງອອກ ມາໃນບົດໃນຂ່າວກໍ ບໍ່ແທດຄວາມຈິງ, ບໍ່ດຶງດູດຈູງໃຈຜູ້ອ່ານ.
ໃນສະພາບການປັດຈຸບັນ ວຽກງານສື່ມວນຊົນກອງທັບກໍ ເຊັ່ນດຽວກັບຂົງເຂດວຽກງານອື່ນໃນກອງທັບ ລ້ວນແຕ່ມີຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກຢູ່ຫຼາຍປະການ, ສະນັ້ນ ເພື່ອປັບປຸງ ແລະ ພັດທະນາ ຂົງເຂດວຽກງານນີ້ໃຫ້ມີຄຸນນະພາບສູງຂຶ້ນນັ້ນຕ້ອງໄດ້ມີການສຶກສາຄົ້ນຄວ້າຊອກຫາເງື່ອນໄຂ ແລະ ວິ ທີການທີ່ເໝາະສົມ, ມີວິທີການແກ້ ໄຂຈຳກັດສີ່ງທີ່ເປັນອຸປະສັກໃນ ການເຄື່ອນໄຫວວຽກງານສື່ໃຫ້ ໝົດໄປຈຶ່ງສາມາດຍົກລະດັບຄຸນ ນະພາບສື່ມວນຊົນກອງທັບໃຫ້ເຂັ້ມແຂງທັນສະໄໝ ເຊິ່ງບັນຫາສຳຄັນ ອົງການຈັດຕັ້ງທຸກຂັ້ນພະນັກງານທຸກຄົນຕ້ອງເຫັນໄດ້ບົດບາດຄວາມສຳຄັນຂອງວຽກງານສື່ມວນຊົນ ໃນກອງທັບ ແລະ ໃຫ້ການຊີ້ນຳ ແລະ ປະກອບສ່ວນຮ່ວມມືກັນເຂົ້າ ຮ່ວມເຄື່ອນໄຫວວຽກງານສື່ມວນຊົນເຮັດໃຫ້ວຽກງານນີ້ກາຍເປັນເວທີແລກປ່ຽນຂໍ້ມູນຂ່າວສານ ແລະ ສະແດງຄວາມຄິດເຫັນແລກປ່ຽນ ບົດຮຽນ ແລະ ປະສົບການເຊິ່ງກັນ ແລະ ກັນລະຫວ່າງເພື່ອນຜູ້ອ່ານ, ຜູ້ ຟັງ, ຜູ້ຊົມ. ປັດ ຈຸບັນພາຫະນະ ແລະ ຜະລິດຕະພັນສື່ມວນຊົນ ກອງທັບປະຊາຊົນລາວພວກເຮົາ ປະກອບມີ: ໜັງສືພິມກອງທັບປະຊາຊົນລາວ, ວິທະຍຸ-ໂທລະພາບ ກອງທັບ, ວາລະສານປ້ອງກັນ ຊາດ, ມີເວັບໄຊ ແລະ ບັນດາຜະລິດຕະພັນສິ່ງພິມຕ່າງໆຜ່ານມາໄດ້ພະຍາຍາມປັບປຸງກໍ່ສ້າງຕົນເອງ ແລະ ເຄື່ອນໄຫວເຮັດໜ້າທີ່ສື່ຕາມ ພາລະບົດບາດຂອງຕົນໄດ້ດີຂຶ້ນໃນລະດັບໜຶ່ງ, ແຕ່ໃນເງື່ອນໄຂໃໝ່ສະ ພາບການໃໝ່ຂອງບ້ານເມືອງເຮົາທີ່ນັບວັນຜັນແປໄປຢ່າງໄວວາ, ສະນັ້ນ ເພື່ອຕອບສະໜອງກັບ ຄວາມຮຽກຮ້ອງຕ້ອງການໃນໜ້າທີ່ການເມືອງໄລຍະໃໝ່ສື່ມວນຊົນ ກອງທັບເຮົາຍິ່ງຈະຕ້ອງໄດ້ເລັ່ງປັບປຸງກໍ່ສ້າງຕົນເອງໃນທຸກດ້ານເພື່ອ ໃຫ້ມີລະດັບຄຸນນະພາບອັນໃໝ່, ມີ ການຂະຫຍາຍໂຕທາງດ້ານຈຳ ນວນໃຫ້ພຽງພໍ, ມີເນື້ອໃນຄຸນນະ ພາບຂໍ້ມູນຂ່າວອຸດົມສົມບູນ ແລະ ດ້ານອື່ນໆມີການພັດທະນາໄປຕາມທິດທາງທີ່ຕັ້ງໜ້າ, ເຮັດໃຫ້ສື່ມວນ ຊົນກອງທັບກາຍເປັນກະບອກ ສຽງໂຄສະນາອັນແຫຼມຄົມຂອງ ຄະນະພັກກະຊວງ ແລະ ກະຊວງ ປ້ອງກັນປະເທດ, ເປັນຄູ່ມືເອກະ ສານໃຫ້ຄະນະພັກ-ຄະນະບັນຊາ ໃນການເຜີຍແຜ່ແນວທາງນະໂຍ ບາຍຂອງພັກ, ກົດໝາຍຂອງລັດ, ມະຕິຄຳສັ່ງຕ່າງໆຂອງລັດຖະບານແລະ ກະຊວງປ້ອງກັນປະເທດ ດ້ວຍການເປີດກວ້າງ ແລະ ຊຸກຍູ້ ສົ່ງເສີມໃຫ້ນາຍ ແລະ ພົນທະ ຫານກໍຄືປະຊາຊົນຊັ້ນຄົນຕ່າງໆໄດ້ອ່ານໄດ້ບໍລິໂພກ ຫຼື ນຳໃຊ້ສື່ກອງ ທັບຢ່າງທົ່ວເຖິງ, ພ້ອມທັງຊຸກຍູ້ ການປະກອບສ່ວນຜົນງານການ ຂີດຂຽນບົດຂ່າວຮູບພາບຕ່າງໆ ຂອງນັກຂ່າວທີ່ເປັນຕາໜ່າງຂ່າວ ແລະ ເພື່ອນຮ່ວມງານທີ່ປະຈຳຢູ່ ບັນດາກົມກອງໃນກອງທັບ ແລະ ນອກກອງທັບໃຫ້ຫຼາຍຂຶ້ນ, ມີການ ບໍາລຸງດ້ານທິດສະດີ ແລະ ເຝິກຫັດ ຂຽນຂ່າວຂຽນບົດຮູບແບບໃໝ່ມີ ການເຈາະເລິກເຂົ້າປະເດັນທີ່ຜູ້ອ່ານສົນໃຈ, ຫລີກເວັ້ນຂ່າວພິທີການ ໃຫ້ມີໜ້ອຍລົງ, ບຳລຸງ ແລະ ຖອດ ຖອນບົດຮຽນໃນດ້ານທັກສະໃນ ການເກັບກຳຂ່າວ, ຂຽນຂ່າວ ແລະ ເອົາໃຈໃສ່ບຳລຸງແລກປ່ຽນ ບົດຮຽນນຳກັນຢ່າງຕໍ່ເນື່ອງ, ພ້ອມທັງມີການຮໍ່າຮຽນຍົກລະດັບການນຳໃຊ້ເຄື່ອງມືສື່ສານທີ່ທັນສະໄໝໃນການຂຽນຂ່າວ ແລະ ສົ່ງ ຂ່າວໃຫ້ວ່ອງໄວທັນສະຖານະ ການ.
ສະນັ້ນ, ເພື່ອປັບປຸງ ແລະ ຍົກສູງບົດບາດຄວາມສຳຄັນໃນ ການເຄື່ອນໄຫວສື່ມວນຊົນກອງ ທັບໃນໄລຍະໃໝ່ຈະຕ້ອງໄດ້ເອົາໃຈໃສ່ບຳລຸງຍົກລະດັບການເຄື່ອນ ໄຫວວຽກງານສື່ມວນຊົນໃຫ້ແຂງແຮງເຊິ່ງນອກຈາກປະກອບພາຫະ ນະອຸປະກອນເຕັກນິກສື່ທີ່ທັນສະ ໄໝສົມຄູ່ກັບສະພາບການຍຸກໃໝ່ ແລ້ວ, ຍັງຈະຕ້ອງເລັ່ງກໍ່ສ້າງຖັນ ແຖວພະນັກ ງານສື່ມວນຊົນກອງ ທັບໃຫ້ມີລະດັບຄວາມຮູ້ດ້ານເຕັກນິກວິຊາການທີ່ເກັ່ງ ແລະ ມີຄວາມ ຮັບຜິດຊອບສູງຕໍ່ໜ້າທີ່ວຽກງານ, ມີການຕິດຕາມຄຸ້ມຄອງຢ່າງໃກ້ຊິດ ແລະ ທັງໄດ້ອຳນວຍຄວາມສະດວກໃນການເຄື່ອນໄຫວຂອງສື່ ຢ່າງເໝາະສົມພາຍໃຕ້ການຊີ້ນຳ-ນຳພາຂອງຄະນະພັກ-ຄະນະບັນຊາທຸກຂັ້ນຈຶ່ງຈະເຮັດໃຫ້ວຽກງານສື່ມວນຊົນໃນກອງ ທັບເຮົາເຄື່ອນໄຫວມີປະສິດທິຜົນ ແລະ ຖືກຕ້ອງຕາມທິດຊີ້ນຳຂອງພັກໃນວຽກ ງານສື່ມວນຊົນ.

No comments:

Post a Comment