Ad

Ad

20 March 2015

ປະທານປະເທດແຫ່ງ ສສ ຫວຽດນາມ ເຈື່ອງເຕິນຊາງ ຈະເດີນທາງມາຢ້ຽມຢາມລາວແຕ່ວັນທີ 23--25 ມີນານີ້



ຕອບສະໜອງຕາມຄຳເຊີນຂອງສະຫາຍຈູມມາລີໄຊຍະສອນເລຂາທິການໃຫຍ່ ປະທານປະເທດແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນລາວແລະພັນລະຍາ, ສະ ຫາຍເຈື່ອງເຕິນຊ່າງປະທານປະເທດແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມພ້ອມ ດ້ວຍພັນລະຍາແລະຄະນະຜູ້ແທນຂັ້ນສູງຈະໄດ້ເດີນທາງມາຢ້ຽມ ຢາມເຮັດວຽກທີ່ສາທາລະນະ ລັດປະຊາທິປະໄຕປະຊາຊົນລາວແຕ່ວັນທີ 23-25 ມີນານີ້.
ປະຫວັດຫຍໍ້ຂອງສະຫາຍເຈື່ອງເຕິນຊ່າງເກີດເມື່ອວັນທີ 21 ມັງກອນ 1949 ຢູ່ແຂວງ ລ່ອງອ່ານ, ລະດັບວິຊາສະເພາະປະລິນຍາຕີກົດໝາຍປະຫວັດການເຄື່ອນໄຫວ 1966-1975 ເຂົ້າຮ່ວມການປະຕິວັດ, 1975-1983 ເລາຂາໜ່ວຍຊາວໜຸ່ມກອມມູນິດໂຮ່ຈີມິນຂອງກອງພັດ ທະນາເສດຖະກິດກະສິກຳແລະສະຫະກອນເຂດຊານເມືອງຂອງນະຄອນຫລວງໂຮ່ຈີມິນ, 1983-1986 ຮັບຜິດຊອບ ວຽກງານຊາວໜຸ່ມອາສາສະໝັກ, ການຟຶ້ນຟູເສດຖະກິດຢູ່ເຂດຊົນນະບົດແລະວຽກງານປ່າໄມ້ຂອງນະຄອນຫລວງໂຮ່ຈີມິນ, 1986-7991 ຄະນະປະຈຳຄະນະພັກນະຄອນໂຮ່ຈີມິນ, ເລຂາຄະນະພັກເມືອງບິ່ງແຈ໋ງ, ນະຄອນຫລວງໂຮ່ຈີມິນ, ຫົວ ໜ້າພະແນກກະສິກຳນະຄອນໂຮ່ຈີມິນ, 1991-1996 ກຳມະການສູນກາງພັກ, ຮອງເລຂາຄະນະພັກນະຄອນໂຮ່ຈີມິນ, ປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ, 1996-2000 ກຳມະການກົມການເມືອງສູນກາງພັກ, ເລຂາຄະ
ນະພັກນະຄອນໂຮ່ຈີມິນ, 2000 -2006 ກຳມະການກົມການເມືອງສູນກາງພັກ, ຫົວໜ້າຄະນະເສດຖະກິດຂອງ ສູນ ກາງພັກ, 2006-2011 ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ເດືອນກໍລະກົດ 2011 ໃນກອງປະຊຸມສະພາແຫ່ງຊາດຊຸດທີ 13, ໄດ້ຮັບເລືອກຕັ້ງເປັນປະທານປະເທດແຫ່ງສສຫວຽດນາມ. ພາສາຕ່າງປະ ເທດ: ອັງກິດ, ສະຖານະພາບຄອບຄົວແຕ່ງງານກັບທ່ານນາງມາຍທິແຫ໋ງ, ມີລູກ 2 ຄົນ.

No comments:

Post a Comment