Ad

Ad

20 March 2015

ເຢຍລະມັນໃຫ້ທຶນສ້າງຄວາມເຂັ້ມແຂງວຍກງານກວດສອບຂອງສະພາແຫ່ງຊາດ



ລັດຖະບານເຢຍລະມັນ ໃຫ້ ທຶນສະໜັບສະໜູນກ່ຽວກັບການ ສ້າງ ຄວາມເຂັ້ມແຂງໃຫ້ແກ່ວຽກງານຕິດຕາມກວດກາຂອງສະພາແຫ່ງຊາດ ແລະ ການປະສານ ງານຂອງອົງການກວດສອບແຫ່ງລັດຂອງລາວ ລວມມູນຄ່າ 1 ຕື້ກວ່າກີບ, ເຊິ່ງພິທີເຊັນສັນຍາຊ່ວຍ ເຫລືອດັ່ງກ່າວມີຂຶ້ນໃນວັນທີ 19 ມີນາ ນີ້ຢູ່ສະພາແຫ່ງຊາດລະຫວ່າງທ່ານ ດຣ. ບຸນທັນ ບຸນວິໄລ ຫົວໜ້າ ໂຄງການ ຄຸ້ມຄອງການຮ່ວມມືສາກົນສະພາແຫ່ງຊາດ (ICPMS) ແລະ ທ່ານ ເອີນ ຮູສຕາ Ernst Hustaedt ຜູ້ອໍານວຍການອົງ ການຮ່ວມມືເພື່ອການພັດທະນາປະຈໍາພາກພື້ນອາຊີຂອງປະເທດເຍຍລະມັນ GIZ ໂດຍມີທ່ານ ສົມພັນ ແພງຄໍາມີຮອງປະທານສະພາແຫ່ງຊາດ, ທ່ານ Micheal Grau ເອກ ອັກຄະລັດຖະທູດແຫ່ງ ເຢຍລະມັນ ປະຈໍາລາວເຂົ້າຮ່ວມ.

ຈຸດປະສົງຂອງໂຄງການ ແມ່ນເພື່ອແນ່ໃສ່ປັບປຸງການຕິດ ຕາມກວດກາຂອງສະພາແຫ່ງ ຊາດ ແລະ ການປະສານງານ ຂອງອົງການກວດສອບແຫ່ງລັດ,ສ້າງຂີດຄວາມສາມາດທາງດ້ານວິຊາການໃຫ້ແກ່ພະນັກງານວິຊາ ການທັງສູນກາງ ແລະ ທ້ອງຖິ່ນ ໃນການຍົກລະດັບຄວາມຮູ້, ຄວາມສາມາດ ແລະ ປະສົບການ ລະຫວ່າງສະຖາບັນກວດສອບຂອງບັນ ດາປະເທດ ສະມາຊິກອາຊຽນ, ນັກວິຊາການໂດຍມີເປົ້າ ໝາຍເຮັດໃຫ້ບັນດາປະເທດອາຊຽນເປັນພາກພື້ນທີ່ຮັບປະກັນການ ຄຸ້ມຄອງ ນໍາໃຊ້ງົບປະມານຂອງລັດໃຫ້ມີປະສິດທິພາບ, ປະສິດທິຜົນ, ໂປ່ງໃສ ແລະ ເປັນປະໂຫຍດສູງສຸດໃຫ້ແກ່ປະເທດຊາດ.

No comments:

Post a Comment