Ad

Ad

20 March 2015

ຍ້ອນພັກຊີ້ນຳ-ນຳພາລັດວິສາຫະກິດຖືຮຸ້ນລາວມຸ້ງໜ້າເຕີບໃຫຍ່ເຂັ້ມແຂງ



           ລັດວິສາຫະກິດຖືຮຸ້ນລາວ (ລຮລ) ຫາກໍສຳເລັດການສະຫລອງຄົບຮອບ 10 ປີແຫ່ງການດຳເນີນທຸລະກິດຂອງຕົນນັບແຕ່ປີ 2005-2015,ການສະຫລອງ ຜົນສຳເລັດດັ່ງກ່າວແມ່ນມີຄວາມໝາຍສຳຄັນຍິ່ງ, ເນື່ອງຈາກວ່າ ຈັດຂື້ນໃນ ທ່າມ ກາງທົ່ວພັກ ແລະ ທົ່ວປວງຊົນລາວທັງຊາດ ພວມສ້າງຂະບວນ ການຄຳນັບຮັບ ຕ້ອນສອງວັນປະ ຫວັດສາດຄື: ວັນສ້າງຕັ້ງພັກປະຊາ ຊົນປະຕິວັດລາວຄົບຮອບ 60 ປີ ( 22 ມີນາ 1955-22 ມີນາ 2015) ແລະ ວັນສະຖາປະນາ ສາທາລະ ນະລັດປະຊາທິປະໄຕປະຊາຊົນລາວຄົບຮອບ 40 ປີ ( 2 ທັນວາ 1975-2 ທັນວາ 2015), ພ້ອມທັງກະກຽມເຂົ້າຮ່ວມປະຊາຄົມເສດຖະກິດອາຊຽນໃນທ້າຍປີ 2015 ນີ້.
    ທ່ານ ດຣ ສົມບູນ ມະໂນລົມ ອຳນວຍການລັດວິສາຫະກິດຖືຮຸ້ນລາວ ກ່າວວ່າ: ໃນມື້ເລີ້ມຕົ້ນສ້າງຕັ້ງບໍລິສັດ, ລຮລ ໄດ້ພົບກັບຄວາມຫຍຸ້ງຍາກຫລາຍດ້ານ ເປັນຕົ້ນ: ມີພະນັກງານຄົນດຽວຄືຜູ້ອຳນວຍການ, ບໍ່ມີສຳນັກງານ, ບໍ່ມີວັດຖຸອຸ ປະກອນ, ບໍ່ມີພາຫະນະຮັບໃຊ້ວຽກງານ ແລະ ບໍ່ມີງົບປະມານຮອງຮັບການບໍລິຫານອົງກອນ. ແຕ່ຜ່ານການສຸມ ທຸກເຫື່ອແຮງ, ສະຕິປັນຍາຂອງຜູ້ນຳພາໃນການສູ້ຊົນຂົນຂວາຍທຶນຮອນໂດຍຜ່ານກົນໄກໃນສັນ ຍາສຳປະທານໂຄງ ການໄຟຟ້ານ້ຳເທີນ 2, ລຮລ ຈຶ່ງມີທຶນຈຳນວນໜຶ່ງເພື່ອມາຮອງຮັບແຜນງົບປະມານລາຍຈ່າຍແຕ່ປີ 2005-2010
ລວມທັງການປຸກສ້າງສຳນັກງານຖາວອນຂອງຕົນ. ຜ່ານການຈັດຕັ້ງປະ ຕິບັດວຽກງານດ້ວຍຄວາມບຸກບືນຫ້າວຫັນ ແລະ ມີຄວາມຮັບພິຊອບສູງຂອງຄະນະນຳ ລຮລ ຈຶ່ງເຮັດໃຫ້ ທຸລະກິດມີການເຕີບໃຫຍ່ຂະຫຍາຍຕົວຢ່າງໜັກແໜ້ນ ແລະ ມີຄວາມເຂັ້ມແຂງເປັນກ້າວໆມາ.
ປັດຈຸບັນ ລຮລ ໄດ້ຮັບມອບໝາຍຈາກລັດຖະບານໃຫ້ເຂົ້າຮ່ວມຖືຮຸ້ນໃນບັນດາໂຄງການຄື: ໂຄງການໄຟ
ຟ້ານ້ຳເທີນ 2, ພະລັງງານຄວາມຮ້ອນຫົງສາ, ເຊປຽນ-ເຊນ້ຳນ້ອຍ ແລະ ນ້ຳງຽບ 1 ລວມກຳລັງຕິດຕັ້ງທັງໝົດ 3.658 ເມກາວັດ, ມູນຄ່າການລົງທຶນ 6.933 ລ້ານໂດລາສະຫະລັດ, ໃນນັ້ນທຶນຂອງ ລຮລ 536,64 ລ້ານ
ໂດລາສະຫະລັດ. ນອກຈາກນີ້, ຍັງໄດ້ຮັບມອບໝາຍຈາກລັດຖະບານໃຫ້ເປັນຜູ້ດຳເນີນທຸລະກິດຂີ້ເທົ່າລອຍ
ໃນໂຄງການໄຟຟ້າຄວາມຮ້ອນຫົງສາຕື່ມ ແລະ ລຮລ ສາມາດສ້າງລາຍຮັບໃຫ້ລັດຖະບານໄດ້ຢ່າງຫລວງ
ຫລາຍຄື: ເງິນປັນຜົນໂຄງການໄຟຟ້ານ້ຳເທີນ 2 ນັບແຕ່ປີ 2011-2014 ຈຳນວນ 98,25 ລ້ານໂດລາສະ
ຫະລັດ, ໃນນັ້ນ, ໄດ້ມອບພັນທະໃຫ້ລັດຈຳນວນ 60 ລ້ານກວ່າໂດລາສະຫະລັດ ຊຳລະໜີ້ຕົ້ນທຶນພ້ອມດອກ
ເບ້ຍເງິນກູ້ຈຳນວນ 19 ລ້ານກວ່າໂດລາສະຫະລັດ,ນອກຈາກນັ້ນລັດຖະບານຍັງໄດ້ຮັບເງິນພາກຫລວງຈາກ
ບໍລິສັດໄຟຟ້ານ້ຳເທີນ 2 ຈຳນວນ 62 ລ້ານກວ່າໂດລາສະຫະລັດ.
ທ່ານອຳນວຍການ ລຮລ ກ່າວວ່າ: ຕະຫລອດໄລຍະ 10 ປີຜ່ານມາ,  ການດຳເນີນທຸລະກິດຂອງພວກເຮົາ
ໄດ້ເຕີບໃຫຍ່ຂະຫຍາຍຕົວທັງດ້ານປະລິມານ ແລະ ຄຸນນະພາບ, ການຈັດຕັ້ງປະຕິບັດວຽກງານແມ່ນໄດ້ຮັບການ ສະໜັບສະໜູນຊ່ວຍເຫລືອຈາກບັນດາຂະແໜງການ ແລະ ອຳນາດການປົກຄອງທ້ອງຖິ່ນເປັນຢ່າງດີ, ສ່ວນບັນ ຫາທີ່ຫຍຸ້ງຍາກທ້າທ້າຍທີ່ສຸດສຳລັບພວກເຮົາໃນໄລຍະຜ່ານມາແມ່ນການລະດົມທຶນເພື່ອປະກອບເປັນເງິນຮຸ້ນຢູ່ແຕ່ລະໂຄງການ, ແຕ່ພວກເຮົາຮ່ວມກັບກະຊວງການເງິນ ກໍໄດ້ພ້ອມກັນສຸມທຸກສະຕິປັນຍາເຂົ້າໃນການເຈລະຈາຕໍ່ ລອງບັນດາເງື່ອນໄຂຕ່າງໆຂອງສັນຍາເງິນກູ້ ເພື່ອໃຫ້ເປັນທີ່ຍອມຮັບໄດ້ສອງຝ່າຍ ແລະ ເອົາໃຈໃສ່ຢ່າງເປັນເຈົ້າການ ໃນການປົກປ້ອງສິດ ແລະ ຜົນປະໂຫຍດທີ່ ລຮລ ກໍຄືປະເທດຊາດຈະໄດ້ຮັບຈາກໂຄງການ, ອັນສຳຄັນຕ້ອງຮັບປະ ກັນຜົນປະໂຫຍດຂອງປະຊາຊົນທີ່ໄດ້ຮັບຜົນກະທົບຈາກການກໍ່ສ້າງໂຄງການ ແລະ ຍົກສູງລະດັບຊີວິດການເປັນ ຢູ່ທີ່ດີຂຶ້ນເທື່ອລະກ້າວ, ເຮັດໃຫ້ເຂົາເຈົ້າຫລຸດພົ້ນອອກຈາກຄວາມທຸກຍາກຕາມແນວທາງນະໂຍບາຍຂອງພັກ ແລະ ລັດຖະບານວາງໄວ້.
    ຈາກຜົນງານທີ່ຍາດມາໄດ້ນັ້ນ, ລຮລ ຈຶ່ງໄດ້ຮັບລາງວັນຍ້ອງຍໍດີເດັ່ນໃນສອງໂຄງການຄື: ລາງວັນດີເລີດ
ປະຈຳປີຂອງພາກພື້ນອາຊີ-ປາຊີຟີກໃນດຳເນີນທຸລະກິດຮ່ວມທຶນກັບຕ່າງປະເທດໃນໂຄງການໄຟຟ້ານ້ຳ
ເທີນ 2 ຈາກອົງການການເງິນສາກົນໃນປີ 2005 ແລະ ໃນປີ 2010 ໄດ້ຮັບລາງວັນດີເດັ່ນຈາກອົງການການ
ເງິນສາກົນໃນໂຄງການໄຟຟ້າຄວາມຮ້ອນຫົງສາ, ເຊິ່ງລາງວັນດັ່ງກ່າວແມ່ນສິ່ງເອກອ້າງ ແລະ ເປັນຄວາມ
ພາກພູມໃຈອັນສູງສົ່ງຂອງ ລຮລ ກໍຄືລັດຖະບານລາວ.
    ຈາກຜົນງານດັ່ງກ່າວນັ້ນ, ຈຶ່ງເຮັດໃຫ້ ລຮລໄດ້ຮັບຄວາມເຊື່ອຖືຈາກພັກ ແລະ ລັດຖະບານ ແລະ ບັນດາ
ຂາຮຸ້ນຕ່າງປະເທດ, ກໍຄືບັນດາທະນາຄານຜູ້ສະໜອງເງິນທຶນ ລວມທັງສະຖາບັນການເງິນສາກົນເປັນຢ່າງ
ດີ, ຜົນສຳເລັດໃນ 10 ປີຜ່ານມາ, ຍ້ອນຄວາມບຸກບືນທຸ່ມເທທັງເຫື່ອແຮງ ແລະ ສະຕິປັນຍາຂອງຄະນະນຳ
ພ້ອມດ້ວຍພະນັກງານຂອງ ລຮລທັງໝົດທີ່ໄດ້ເຮັດວຽກຮ່ວມກັນດ້ວຍຄວາມສາມັກຄີເປັນປຶກແຜ່ນແໜ້ນ
ໜາ, ສິ່ງສຳຄັນທີ່ສຸດກໍຄືລຮລໄດ້ຮັບການຊີ້ນຳຢ່າງໃກ້ຊິດຈາກຄະນະພັກ ແລະ ຄະນະນຳກະຊວງພະລັງ
ງານ ແລະ ບໍ່ແຮ່, ຈາກຂະແໜງການກ່ຽວຂ້ອງ, ລວມເຖິງອຳນາດການປົກຄອງທ້ອງຖິ່ນຕ່າງໆຈຶ່ງເຮັດໃຫ້ ລຮລ ເຕີບໃຫຍ່ເຂັ້ມແຂງເພື່ອເປັນແຮງຊຸກຍູ້ເສດຖະກິດຂອງຊາດໃຫ້ຈະເລີນກ້າວໜ້າຢ່າງບໍ່ຢຸດຢັ້ງ.

No comments:

Post a Comment