Ad

Ad

20 March 2015

​ເກີດ​​ໄຟ​​ໄໝ້​ເຮືອນ 1 ຫລັງ​ຢູ່ບ້ານ ໄຊຍະມຸງຄຸນ



     ເຈົ້າໜ້າທີ່ມອດໄຟ ແຂວງສະຫວັນນະເຂດ ລາຍງານໃຫ້ຮູ້ວ່າ: ​ໃນ​​ຕອນບ່າຍຂອງວັນທີ 19 ມີນານີ້, ​ໄດ້ເກີດເຫດໄຟໃໝ້ເຮືອ 1 ຫລັງ ຢູ່ບ້ານໄຊຍະມຸງຄຸນເມືອງໄກສອນ ແຂວງສະຫວັນນະເຂດເຊິ່ງ​​​ເປັນເຮືອນ​​​ 2 ຊັ້ນ ລຸ່ມກໍ່-ເທິງໄມ້. ພາຍຫລັງໄດ້ຮັບແຈ້ງເຈົ້າໜ້າທີ່ກໍຮີບນຳລົດນ້ຳຈຳນວນ 3 ຄັນແລະເຈົ້າໜ້າທີ 18 ຄົນ ລົງຈຸດ​​ເກີດເຫດເພື່ອສຸມເຂົ້າສະກັດກັນໄຟບໍ່ໃຫ້ລຸກລາມໄປຫາເຮືອນ​ໃກ້ຄຽງ, ​ໂດຍໃຊ້ເວລາປະມານ 1 ຊົ່ວໂມງ ຈຶ່ງສາມາດຄວບຄຸມໄຟໄວ້ໄດ້. ຜ່ານການລົງພິສູດຫລັກຖານສະຖານທີ່ເກີດເຫດຂອງເຈົ້າໜ້າທີ່​​ຮູ້ວ່າ: ສາເຫດຂອງການເກີດເຫດອັກຄີໄພຄັ້ງນີ້ແມ່ນມາຈາກໄຟຟ້າລັດວົງຈອນຍ້ອນວ່າເຮືອນຫລັງດັ່ງກ່າວເປັນ​​ເຮືອນທີ່ປຸກສ້າງມານານແລ້ວ ແລະ ສາຍໄຟທີ່ນຳ​​ໃຊ້ກໍ​​ເກົ່າ,ຈຶ່ງເຮັດໃຫ້ເກີດໄຟຊ໋ອດໄດ້ງ່າຍ ແລະ ລຸກລາມໄປທົ່ວເຮືອນຢ່າງໄວວາ ຄາດວ່າຈະມີມູນຄ່າ​​ເສຍຫາຍ ຫລາຍກວ່າ 200 ລ້ານກີບ, ໃນນີ້ ປະກອບມີເຮືອນ 1 ຫລັງ, ລົດຈັກ 3 ຄັນ, ເງິນກີບ 7 ລ້ານກີບ, ເງິນໄທ 2 ແສນບາດ, ຄຳໜັກ 1 ບາດ ແລະ ເຄື່ອງໃຊ້ພາຍໃນເຮືອນໄດ້ຮັບຄວາມເສຍຫາຍໝົດ, ແຕ່ຍັງໂຊກດີບໍ່ມີຄົນໄດ້ຮັບບາດເຈັບຫລືເສຍຊີວິດ.

No comments:

Post a Comment