Ad

Ad

6 April 2015

ຄູໂບຕ້າຈັດກິດຈະກຳແຂ່ງຂັນລົດໄຖນາເດີນຕາມຄັ້ງທີ 2



ໃນວັນທີ 3 ເມສາ ນີ້ ໄດ້ເປີດການແຂ່ງຂັນລົດໄຖເດີນຕາມຊິງແຊ໊ມ ຄັ້ງທີ 2 ຂຶ້ນ ຢູ່ບ້ານໜອງບຶກ ເມືອງ ສີ ໂຄດຕະບອງ ນະຄອນຫຼວງວຽງຈັນ, ໂດຍການ ເຂົ້າຮ່ວມຂອງທ່ານ ຄຳແຫງ ດວງສິລິ ຮອງເຈົ້າເມືອງສີໂຄດຕະບອງ ທ່ານກຳມະ ການຜູ້ຈັດການບໍລິສັດສະຫຍາມຄູໂບຕ້າ ຈຳກັດ.
          ກຳມະການຜູ້ຈັດການບໍລິສັດດັ່ງກ່າວໃຫ້ຮູ້ວ່າ: ການຈັດກິດຈະກຳໃນຄັ້ງນີ້ ແມ່ນເປັນຄັ້ງທີ 2, ເຊິ່ງ ຄ້ັງທຳອິດ ໄດ້ຈັດຂຶ້ນຢູ່ເມືອງໂພນທອງ ແຂວງຈຳປາສັກ  ເພື່ອສ້າງຄວາມສາມັກຄີ ໃຫ້ກະສິກອນໄດ້ເຮັດກິດຈະກຳຮ່ວມກັນ, ແລະ ໃນງານຍັງມີການສະແດງສິນຄ້າຂອງຄູໂບຕ້າ ທີ່ມີຄົບທຸກປະເພດ ສຳລັບເຮັດການຜະລິດ ແລະ ການສາທິດສິນຄ້າ ການເຮັດການກະເສດດ້ວຍເທັກໂນໂລຊີທີ່ທັນສະໄໝ ເພື່ອໃຫ້ຄວາມຮູ້ ແລະ ແນະນຳໃຫ້ຊາວກະສິກອນຫັນມານຳໃຊ້ ເຄື່ອງຈັກທົດແທນການໃຊ້ແຮງງານ, ຊ່ວຍຫຼຸດຕົ້ນທຶນ  ແລະ ເພີ່ມຜົນຜະລິດໃຫ້ສູງຂຶ້ນ.

ສຳລັບການແຂ່ງຂັນໃນຄັ້ງນີ້ ແມ່ນຈະແຂ່ງຂັນລົດໄຖນາຂະໜາດ 10 ແຮງມ້າ ເຊິງເປັນຮຸ່ນ ທີ່ກະສິກອນມີ ຄວາມນິຍົມສູງໃນການເຮັດການກະເສດ, ເຊິ່ງມີຜູ້ເຂົ້າຮ່ວມແຂ່ງຂັນທັງໝົດ 24 ທີມ ລວມເງິນລາງງວັນ  12 ລ້ານ 5 ແສນກີບ. ແລະ ຜົນຂອງການແຂ່ງຂັນລາງວັນຊະນະເລີດໄດ້ແກ່ທີມທ້າວ ໄມ  ບ້ານປາກແຄມ ເມືອງສັງທອງ ໄດ້ ຮັບເງິນສົດ 5 ລ້ານກີບ, ອັນດັບສອງ ໄດ້ແກ່ທີມທ້າວ ອຸດອນ ບ້ານ ປາກແຄມ ເມືອງສັງທອງ ໄດ້ຮັບເງິນສົດ 3,750.000 ກີບ, ອັນດັບ 3 ໄດ້ແກ່ ທີມທ້າວ ບຸນໂຮມ ບ້ານ ບູນໃຕ້ ເມືອງສັງທອງ ໄດ້ຮັບເງິນສົດ 2,500.000 ກິບ ແລະ ອັນດັບ 4 ໄດ້ແກ່ ທີມທ້າວ ແຫຼ້ ບ້ານ ນາສາວນາງ  ເມືອງ ສັງທອງ ໄດ້ຮັບເງິນສົດ 1,250.000 ກີບ.

No comments:

Post a Comment