Ad

Ad

6 April 2015

ປກສ ຈຳປາສັກຈັບຜູ້ຄ້າຢາເສບຕິດລາຍໃຫຍ່



    ເຈົ້າໜ້າທີ່ ປກສ ແຂວງຈຳປາສັກລາຍງານໃຫ້ຮູ້ວ່າ: ພາຍຫລັງໄດ້ຮັບແຈ້ງວ່າ ຈະມີຂະບວນການຄ້າຢາເສບຕິດລາຍ ໃຫຍ່ຂົນສົ່ງຢາເສບຕິດແຕ່ແຂວງສະ ຫວັນນະເຂດ ​ເຂົ້າມາແຂວງຈຳປາສັກ ຈຶ່ງໄດ້ນຳກຳລັງສະເພາະກິດອອກກວດກາ ຕິດຕາມຈຶ່ງພົບລົດກະບະວີໂກ້ ສີປອນ ບໍ່ຕິດປ້າຍທະບຽນ ເຊິ່ງເປັນລົດເປົ້າ ໝາຍ ຈຶ່ງໄດ້ຂໍກວດກາເອກກະສານ ແລະ ກວດຄົ້ນພາຍໃນລົດ, ເຊິ່ງຂັບຂີ່ໂດຍທ້າວ ວຽງທອງ ອາຍຸ 32 ປີ ຢູ່ບ້ານສະບູໄຊ ແລະ ນາງ ວັນນີ ອາຍຸ 24 ປີຢູ່ບ້ານ ນາປົ່ງ ເມືອງສອງຄອນ ແຂວງສະຫວັນນະເຂດ ແລະ ພົບຢາບ້າຈຳນວນ 3.200 ເມັດ, ຈຶ່ງໄດ້ຈັບຕົວທັງສອງ ແລະ ຍຶດລົດພ້ອມຢາເສບຕິດທັງໝົດ ໄວ້ເປັນຫລັກຖານໃນການດຳເນີນຄະດີຕາມລະບຽບກົດໝາຍ.

No comments:

Post a Comment