Ad

Ad

8 April 2015

ຈັບໄດ້ແລ້ວ ຜູ້ຂັບຂີ່ລົດໃຫຍ່ຕຳຄົນເສຍຊີວິດຢູ່ເຂດບ້ານດົງນາທອງ



    ພາຍຫລັງໄດ້ເກີດອຸປະຕິເຫດລົດໃຫຍ່ຕຳລົດຈັກ ໃນວັນທີ 10 ມີນາຜ່ານມາ, ຢູ່ຖະໜົນສີທອງ ເຂດ ບ້ານດົງນາທອງ ເມືອງສີໂຄດຕະບອງ ນະຄອນຫລວງ ວຽງຈັນ ໄດ້ເຮັດໃຫ້ຜູ້ຊ້ອນທ້າຍຄື ນາງ ຄຳໃສ ອາຍຸ 21 ປີ ອາຊີບກຳມະ ກອນ ຢູ່ບ້ານສີໄຄທົ່ງ ເມືອງສີໂຄດຕະບອງ ເສຍຊີວິດຄາທີ່, ສ່ວນຜູ້ຂັບຂີ່ ລົດໃຫຍ່ໄດ້ ຫລົບໜີ. ຈົນມາຮອດວັນທີ 3 ເມສານີ້, ເຈົ້າໜ້າທີ່ຈຶ່ງສາມາດນຳຈັບຕົວໄດ້ ຊື່ທ້າວ ອຸດຕະມະ ຈັນທະກຸມມານ ອາຍຸ 45 ປີ ອາຊີບຄ້າຂາຍ ຢູ່ບ້ານວັດໄຕທົ່ງ ເມືອງສີ ໂຄດຕະບອງ ນະຄອນຫລວງວຽງຈັນ ຂັບຂີ່ລົດເກັງ ໝາຍເລກທະບຽນ ກກ 8168. ປັດຈຸ ບັນຜູ້ກ່ຽວໄດ້ຖືກເຈົ້າໜ້າທີ່ກັກຕົວໄວ້ເພື່ອດຳເນີນຄະດີຕາມລະບຽບກົດໝາຍຕໍ່ໄປ.

No comments:

Post a Comment