Ad

Ad

8 April 2015

ນະຄອນຫລວງວຽງຈັນ-ໂຮຈີມິງ ສືບຕໍ່ເພີ່ມທະວີການຮ່ວມມືຫລາຍດ້ານ



ໃນວັນທີ 7 ເມສານີ້, ຢູ່ຫ້ອງວ່າການປົກຄອງນະຄອນຫລວງວຽງຈັນ, ໄດ້ມີພິທີ ພົບປະສອງຝ່າຍລະຫວ່າງການ ນຳຂັ້ນ ສູງຂອງນະຄອນຫລວງວຽງຈັນ ສປປ ລາວ ແລະ ນະຄອນໂຮຈີມິງ ສສ ຫວຽດນາມ ຊຶ່ງ ຝ່າຍລາວນຳໂດຍທ່ານ ດຣ ສີນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫລວງວຽງຈັນ ແລະ ຝ່າຍຫວຽດນາມນຳໂດຍທ່ານ ເລແທັງ ຮາຍ ສະມາຊິກສະ ພາແຫ່ງຊາດ, ເລຂາຄະນະພັກນະຄອນໂຮຈີມິງ.
      ໃນການພົບປະຄັ້ງນີ້, ທັງສອງຝ່າຍໄດ້ຕີລາສູງຕໍ່ໝາກຜົນການພົວພັນຮ່ວມ ມືໃນໄລຍະຜ່ານມາເວົ້າລວມ, ເວົ້າສະເພາະ ແມ່ນການຊ່ວຍເຫລືອຂອງນະ ຄອນໂຮຈີມິງໃຫ້ແກ່ນະຄອນຫລວງ ວຽງຈັນໃນຫລາຍໂຄງການ, ເຊິ່ງເຫັນວ່າ ມີຄຸນຄ່າ ແລະ ເປັນປະໂຫຍດຫລວງຫລາຍຕໍ່ການພັດທະນາຂອງນະຄອນຫລວງວຽງຈັນ, ອັນໄດ້ປະກອບສ່ວນສຳຄັນເຂົ້າ ໃນການຮັດແໜ້ນ ການພົວພັນຮ່ວມມືອັນເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະ ຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ ກໍຄືສອງນະຄອນຫລວງວຽງຈັນ ແລະ ນະ ຄອນໂຮຈີມິງນັບມື້ແຕກ ດອກອອກຜົນ ຫງອກ ງາມຍິ່ງຂຶ້ນ. ສຳລັບການຮ່ວມມືໃນຕໍ່ໜ້ານີ້, ສອງຝ່າຍໄດ້ຕົກລົງຜັນຂະຫຍາຍໂຄງການ ຊ່ວຍເຫລືອ ທາງດ້ານເຕັກນິກການ ລ້ຽງງົວພັນຊີ້ນແຕ່ປີ 2015-2020, ໂດຍນະຄອນໂຮຈີມິງຈະຊ່ວຍສະໜອງດ້ານເຕັກນິກວິຊາ ການການ ລ້ຽງງົວພັນຊີ້ນ ແລະ ຊ່ວຍຊື້ຊີ້ນໄປໂຮຈີມິງ, ຊ່ວຍພັດທະນາລະບົບເຕັກໂນໂລຊີທັນສະໄໝໃນການຄຸ້ມ ຄອງວຽກການເງິນ ແລະ ຮ່ວມມືດ້ານການທ່ອງທ່ຽວ, ວັດທະນະທຳ ແລະສັງຄົມ ອື່ນໆ.

No comments:

Post a Comment