Ad

Ad

28 April 2015

ລາວ-ກຳປູ​ເຈຍ ​ຖື​ສຳຄັນ​​ການ​ຄວບ​ຄຸມ, ສະກັດ​ກັ້ນ ​ແລະ ຕ້ານ​ຢາ​ເສບ​ຕິດຮ່ວມ​ກັນ



     ​ ​​ກອງປະຊຸມພົບປະແລະ ປຶກສາຫາລືບັນຫາການພົວພັນຮ່ວມມືເພື່ອຄວບຄຸມ, ສະກັດກັ້ນແລະ ຕ້ານຢາເສບຕິດ ລະຫວ່າງລາວແລະ ກໍາປູເຈຍໄດ້ມີຂຶ້ນໃນຕອນເຊົ້າວັນທີ 27 ​​ເມສານີ້, ທີ່ນະຄອນຫລວງວຽງຈັນ, ຝ່າຍລາວນຳໂດຍທ່ານ ກຸ ຈັນສີນາ ປະທານຄະນະກຳມະການແຫ່ງຊາດເພື່ອກວດກາແລະ ຄວບຄຸມຢາເສບຕິດ, ຝ່າຍກຳປູເຈຍ ນຳໂດຍທ່ານແກກິມ ຢານ ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການຕໍ່ຕ້ານຢາເສບຕິດແຫ່ງລາຊະອານາຈັກກຳປູເຈຍ ພ້ອມຄະນະ​, ຊຶ່ງພວມຢູ່ຢ້ຽມຢາມລາວ.
     ທ່ານປະທານຄະນະກຳມະການແຫ່ງຊາດເພື່ອກວດກາແລະ ຄວບຄຸມຢາເສບຕິດໄດ້ມີຄຳເຫັນວ່າ: ​​ໃນແຕ່ໃດໆມາ ສປປ ລາວໄດ້ຖືເອົາການຄວບຄຸມ, ສະກັດກັ້ນແລະ ຕ້ານຢາເສບຕິດເປັນໜ້າທີ່ສຳຄັນແລະໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານດັ່ງກ່າວຢ່າງຕັ້ງໜ້າແລະ ຈິງຈັງຕະຫລອດມາ, ​ໂດຍສະເພາະການສຶກສາອົບຮົມແລະໂຄສະນາເຜີຍແຜ່ເພື່ອປູກຈິດສຳນຶກ​​​ໃຫ້ຄົນໃນສັງຄົມໄດ້ຮັບຮູ້ແລະເຂົ້າໃຈ ລະບຽບກົດໝາຍ, ​ເຫັນໄດ້ຜົນຮ້າຍຂອງຢາເສບຕິດດ້ວຍຫລາຍຮູບການ, ​ໄດ້ດຳເນີນການບຳບັດປິ່ນປົວ, ຟື້ນຟູແລະ ຝຶກວິຊາຊີບໃຫ້ຜູ້ຕິດຢາເສບຕິດທັງຢູ່ໃນສູນແລະ ຢູ່ຊຸມຊົນເພື່ອຊ່ວຍໃຫ້ເຂົາ
ເຈົ້າໄດ້ກັບຄືນເປັນຄົນດີຂອງສັງຄົມ, ພ້ອມກັນນີ້ ຢູ່ເຂດພາກເໜືອຂອງລາວ ລັດຖະບານ​ ​ຍັງໄດ້ລົງທຶນປະຕິບັດຫລາຍໂຄງການພັດທະນາຊົນນະບົດເພື່ອເຮັດໃຫ້ປະຊາຊົນຫັນໄປເຮັດອາຊີບອື່ນແທນການປູກຝິ່ນ. ນອກຈາກນີ້ ການພົວພັນຮ່ວມມືກັບສາກົນ ​​ໂດຍສະເພາະປະເທດເພື່ອນບ້ານໄກ້ຄຽງ ກໍເປັນອີກວຽກງານໜຶ່ງທີ່ສຳຄັນ, ​ເຊິ່ງສາມາດ​​ເຮັດໃຫ້ບັນຫາຢາເສບຕິດຢູ່ລາວ ຖືກສະກັດກັ້ນແລະແກ້ໄຂໄດ້ໃນລະດັບອັນແນ່ນອນ, ທັງໄດ້ປະກອບ ສ່ວນອັນສຳຄັນເຮັດໃຫ້ສັງຄົມລາວມີຄວາມສະຫງົບແລະເປັນລະບຽບຮຽບຮ້ອຍໄດ້ໂດຍພື້ນຖານ. ຄຽງຄູ່ກັບຜົນດີທີ່ໄດ້ຮັບນັ້ນ ກໍຍັງມີບາງຈຸດອ່ອນແລະ ສິ່ງທ້າທາຍຫລາຍປະການ ທີ່ຈະຕ້ອງໄດ້ຮີບແກ້ໄຂເຊັ່ນ: ບັນຫາການເສບແລະ ການຄ້າຂາຍຢາບ້າລາຍຍ່ອຍຢູ່ຕາມຕົວເມືອງໃຫຍ່ຂອງຫລາຍທ້ອງຖິ່ນ ທີ່ມີທ່າອ່ຽງເພີ້ມຂຶ້ນຢ່າງໜ້ເປັນຫ່ວງ. ​10 ປີ ຜ່ານມາ, ​ໄດ້ປະສົບຜົນສຳເລັດ​​ໃນການສູ້ຊົນລົບລ້າງການປູກຝິ່ນ, ​ແຕ່ຍ້ອນມີຫລາຍສາເຫດທັງໃນຕົວແລະ ນອກຕົວ, ມາຮອດປັດຈຸບັນນີ້ ບັນຫາການລັກປູກຝິ່ນຂອງປະຊາຊົນຢູ່ຫລາຍບໍລິເວນທາງພາກເໜືອໄດ້ກັບຄືນມາອີກແລະ ຢູ່ບາງບ່ອນ, ສະພາບການດັ່ງກ່າວໄດ້ມີທ່າອ່ຽງເພີ້ມຂຶ້ນໃນແຕ່ລະປີ.
     ທ່ານໃຫ້ຮູ້ຕື່ມວ່າ: ໃນປີ 2015ນີ້, ເປັນປີສຸດທ້າຍຂອງການຈັດຕັ້ງປະຕິ ບັດວິໄສທັດອາຊຽນປອດຈາກຢາເສບຕິດ”, ​ເພື່ອບັນລຸຄາດໝາຍສູ້ຊົນດັ່ງກ່າວໃນຖານະເປັນສະມາຊິກສະມາຄົມອາຊຽນດ້ວຍກັນ, ປະເທດລາວແລະ ກຳປູເຈຍ ມີຊາຍແດນຕິດຈອດກັນຍາວກວ່າ 500 ກິໂລແມັດ, ຕັ້ງຢູ່ອານຸພາກພື້ນລຸ່ມແມ່ນ້ຳຂອງນຳກັນ. ສະນັ້ນ ທັງສອງປະເທດຈະຕ້ອງໄດ້ສຶບຕໍ່ເພີ່ມທະວີການຮ່ວມມືເພື່ອຄວບຄຸມ, ສະກັດ ກັ້ນແລະ ຕ້ານຢາເສບຕິດແນໃສ່​​ເຮັດໃຫ້ບັນ ຫາຢາເສບຕິດຢູ່ 2 ປະເທດໄດ້ໝົດໄປເທື່ອລະກ້າວ, ​ເພື່ອນຳ​​ເອົາຄວາມສະຫງົບສຸກແລະ ຄວາມເປັນລະບຽບຮຽບຮ້ອຍ ມາສູ່ສັງຄົມຂອງ 2 ປະເທດ​.

No comments:

Post a Comment