Ad

Ad

28 April 2015

ນາຍົກລັດຖະມົນຕີ ທອງ​ສິງ ທຳ​ມະ​ວົງ ສຳ​ເລັດ​ການ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ ຄັ້ງ​ທີ 26 ທີ່ມາ​ເລ​ເຊຍ



     ທ່ານທອງສິງ ທຳມະວົງ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ພ້ອມດ້ວຍຄະນະໄດ້ສຳເລັດການເຂົ້າຮ່ວມກອງປະ ຊຸມສຸດຍອດອາຊຽນ ຄັ້ງທີ 26 ຊຶ່ງຈັດຂຶ້ນໃນວັນທີ 27 ​ເມສາ 2015 ທີ່ກົວລາລຳ​​ເປີແລະ ລັງກາລີ, ມາເລເຊຍເພື່ອສຸມ​​ໃສ່ປຶກສາຫາລື 4 ບັນຫາຫລັກຄື: 1.) ການສ້າງປະຊາຄົມອາຊຽນໃຫ້ບັນລຸໃນປີ 2015, 2.) ການສ້າງວິໄສທັດປະ ຊາຄົມອາຊຽນຫລັງປີ 2015, 3.) ທິດທາງການ ພົວພັນຮ່ວມມືກັບພາຍນອກຂອງອາຊຽນ ແລະ 4.) ບົດບາດຄວາມເປັນແກນກາງ ຂອງອາຊຽນ.
     ໃນກອງປະຊຸມ ທ່ານນາຍົກລັດຖະມົນຕີ ທອງສິງ ທຳມະວົງ ໄດ້ຮ່ວມກັບບັນດາຜູ້ນຳອາຊຽນ ພ້ອມກັນທົບທວນ ຄືນຄວາມຄືບໜ້າໃນການສ້າງປະຊາຄົມອາຊຽນໃຫ້ສຳເລັດພາຍໃນປີ 2015, ໂດຍສະເພາະແມ່ນການຈັດຕັ້ງປະ ຕິບັດແຜນ ແມ່ບົດຂອງສາມເສົ້າຄ້ຳປະຊາຄົມອາຊຽນ (ປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ, ປະຊາຄົມເສດຖະກິດອາຊຽນ ແລະ ປະຊາຄົມວັດທະນະທຳ-ສັງຄົມອາຊຽນ) ບັນດາຜູ້ນຳອາຊຽນເຫັນວ່າ: ດ້ວຍຄວາມພະຍາຍາມຮ່ວມກັນ ອາຊຽນຈະ ສາມາດປະກາດການສ້າງປະຊາຄົມອາຊຽນໃນທ້າຍປີ 2015 ນີ້.

     ບັນດາຜູ້ນຳອາຊຽນ ໄດ້ສະແດງຄວາມຍິນດີຕໍ່ຄວາມຄືບໜ້າໃນການຮ່າງວິໄສທັດປະຊາຄົມອາຊຽນ ຫລັງ 2015 ແລະ ແຜນປະຕິບັດງານເພື່ອຈັດຕັ້ງປະຕິບັດວິໄສທັດດັ່ງກ່າວ ແລະ ສືບຕໍ່ສ້າງປະຊາຄົມອາຊຽນໃຫ້ເຂັ້ມແຂງ ຈະເລີນກ້າວໜ້າ. ອາຊຽນຈະຮ່າງວິໄສທັດດັ່ງກ່າວໃຫ້ສຳເລັດ ເພື່ອໃຫ້ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 27 ພິຈາລະນາຮັບຮອງເອົາໃນທ້າຍປີ 2015 ນີ້.
     ກ່ຽວກັບການພົວພັນພາຍນອກຂອງອາຊຽນ, ບັນດາຜູ້ນຳອາຊຽນໄດ້ສະແດງຄວາມຍິນດີຕໍ່ການຮ່ວມມືຂອງອາ ຊຽນກັບບັນດາຄູ່ເຈລະຈາຂອງຕົນ ທີ່ໄດ້ຮັບການເສີມຂະຫຍາຍເທື່ອລະກ້າວ ອັນໄດ້ປະກອບສ່ວນສຳຄັນເຂົ້າໃນການສ້າງ ປະຊາຄົມອາຊຽນກໍຄືການປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະ ນາໃນພາກພື້ນ ແລະ ໃນໂລກ ໂດຍລວມ ແລະ ເຫັນດີໃຫ້ສືບຕໍ່ເສີມຂະຫຍາຍໝາກຜົນທີ່ຍາດມາໄດ້.
     ກ່ຽວກັບບົດບາດຄວາມເປັນແກນກາງຂອງອາຊຽນ, ບັນດາຜູ້ນຳອາຊຽນເຫັນວ່າຄວາມເປັນແກນກາງຂອງອາຊຽນ ມີຄວາມສຳຄັນ ແລະ ເຫັນດີໃຫ້ສືບຕໍ່ຣັດແໜ້ນບົດບາດຄວາມເປັນແກນກາງຂອງອາຊຽນໃນໂຄງສ້າງພາກພື້ນໂດຍ ຜ່ານບັນດາກົນໄກທີ່ອາຊຽນເປັນຜູ້ລິເລີ່ມຄື: ອາຊຽນ+1, ອາຊຽນ+3, ເວທີພາກພື້ນອາຊຽນ, ກອງປະຊຸມລັດຖະມົນ ຕີປ້ອງກັນປະເທດອາຊຽນບວກ ແລະ ກອງປະຊຸມສຸດຍອດອາຊີຕາເວັນອອກ.
     ນອກຈາກນີ້, ບັນດາຜູ້ນຳອາຊຽນ ຍັງໄດ້ປຶກສາຫາລືເພື່ອຊອກຫາວິທີການຮັບມືກັບສິ່ງທ້າທາຍທີ່ປະເຊີນ ໜ້າກັບອາ ຊຽນເຊັ່ນ: ຜົນກະທົບຈາກວິກິດການທາງດ້ານການເງິນ ແລະ ເສດຖະກິດ, ການບັນເທົາທຸກໄພພິບັດ ແລະ ການປ່ຽນ ແປງຂອງດິນຟ້າອາກາດ ແລະ ໄດ້ແລກປ່ຽນຄຳຄິດເຫັນກ່ຽວກັບບັນຫາພາກພື້ນ ແລະ ສາກົນທີ່ພົ້ນເດັ່ນ ແລະ ມີຄວາມສົນໃຈຮ່ວມກັນ.
     ກອງປະຊຸມສຸດຍອດອາຊຽນຄັ້ງທີ 26 ໄດ້ຮັບຮອງເອົາ 3 ຖະແຫລງການຄື: ຖະແຫລງການກົວລາລຳເປີວ່າດ້ວຍ ອາຊຽນຕາມທິດປະຊາຊົນ ແລະ ປະຊາຊົນເປັນແກນກາງ, ຖະແຫລງການລັງກາວີວ່າດ້ວຍຂະບວນການເດີນສາຍກາງ ຂອງໂລກ ແລະ ຖະແຫລງການວ່າດ້ວຍການສ້າງຄວາມພ້ອມຂອງອາຊຽນ ກໍຄືຊຸມຊົນ ແລະ ປະຊາຊົນອາຊຽນໃນການ ຮັບມືກັບໄພພິບັດ ແລະ ການປ່ຽນແປງຂອງດິນຟ້າອາກາດ.
     ໃນໂອກາດກອງປະຊຸມສຸດຍອດຄັ້ງນີ້, ບັນດາຜູ້ນຳອາຊຽນຍັງໄດ້ພົບປະກັບ 4 ພາກສ່ວນຄື: ລັດຖະສະພາລະຫວ່າງລັດ ຖະບານອາຊຽນ (AIPA), ສະພາທີ່ປຶກສາທຸລະກິດອາຊຽນ (ABAC), ບັນດາຜູ້ຕາງໜ້າຊາວໜຸ່ມອາຊຽນແລະ ບັນດາຜູ້ຕາງໜ້າອົງການຈັດຕັ້ງສັງຄົມພົນລະເຮືອນອາຊຽນ (CSOs).
     ສປປ ລາວ ຈະເປັນເຈົ້າພາບແລະເປັນປະທານອາຊຽນໃນປີ 2016 ຊຶ່ງເປັນປີທຳອິດຂອງປະຊາຄົມອາຊຽນ.

No comments:

Post a Comment