Ad

Ad

18 May 2015

ເຢຍລະ​ມັນ ສືບ​ຕໍ່​ໃຫ້​ທຶນ​ຊ່ວຍ​ເຫລືອ​ລາວ ປະຕິ​ບັດ​ຫລາຍ​​ໂຄງການ​ລວມມູນ​ຄ່າ​ຫລາຍ​ກວ່າ 28 ລ້ານ​ເອີ​ໂຣ



     ລັດຖະບານ ສສເຢຍລະມັນໃຫ້ທຶນຊ່ວຍເຫລືອທາງດ້ານເຕັກນິກແກ່ ສປປ ລາວ ປະຈຳປີ 2014-2015 ຈຳນວນ 28,3 ລ້ານເອີໂຣ ຫລື ປະມານ 254 ຕື້ກີບເພື່ອສືບຕໍ່ນຳໃຊ້ເຂົ້າໃນການພັດທະນາທາງດ້ານເຕັກນິກໃນ 6 ​ໂຄງການຄື​: ​ໂຄງ ການສົ່ງເສີມການສຶກສາດ້ານສິ່ງແວດລ້ອມ, ​ໂຄງການຫີນໝາມໜໍ່, ​ໂຄງການຄຸ້ມຄອງທີ່ດິນແລະ ການວາງແຜນແບບມີສ່ວນຮ່ວມ, ​ໂຄງການອະຊີວະສຶກສາ, ​ໂຄງການເຂົ້າເຖິງແຫລ່ງທຶນຂອງຜູ້ທຸກຍາກໃນເຂດຊົນນະບົດແລະໂຄງການພັດທະນາຂະແໜງບໍ່ແຮ່ ຊຶ່ງໄລຍະຜ່ານມາ ລັດຖະບານ ສສເຢຍລະມັນໄດ້ໃຫ້ທຶນຊ່ວຍເຫລືອເຂົ້າໃນບັນດາໂຄງການດັ່ງກ່າວແລ້ວຫລາຍກວ່າ 50,3 ລ້ານ​​ເອີໂຣ ຫລື ປະມານ 453 ຕື້ກີບ.
     ພິທີລົງນາມສັນຍາໃຫ້ທຶນຊ່ວຍເຫລືອດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 14 ພຶດສະພານີ້, ຢູ່ກະຊວງແຜນການແລະ ການລົງທຶນ ລະຫວ່າງທ່ານ ມີເຊ ກໍ (Michael Grau) ​ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສສເຢຍລະມັນປະຈຳລາວແລະ ທ່ານ ດຣ. ກິແກ້ວ ຈັນທະບູລີ ລັດຖະມົນຕີຊ່ວຍວ່າການກະຊວງແຜນການແລະ ການລົງທຶນ, ມີພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

No comments:

Post a Comment