Ad

Ad

18 May 2015

ກອງ​ປະຊຸມ​ຄະນະ​ກຳ​ມະ​ການ​ຊາຍ​ແດນ​ຮ່ວມ​ລາວ-ຈີນ ຄັ້ງ​ທີ XIII



     ກອງປະຊຸມຄະນະກຳມະການຊາຍແດນຮ່ວມລາວ-ຈີນ ຄັ້ງທີ XIII ​ໄດ້ຈັດຂຶ້ນໃນລະຫວ່າງວັນທີ 11-15 ພຶດສະພານີ້ ຢູ່ນະຄອນຫລວງວຽງຈັນ, ​ໂດຍການເປັນປະທານຮ່ວມຂອງທ່ານແພງສະຫວັນແກ້ວປະເສີດ ຫົວໜ້າຫ້ອງການຄະນະກຳມະການຊາຍແດນແຫ່ງຊາດ, ກະຊວງການຕ່າງປະເທດຂອງລາວ, ທັງເປັນຫົວໜ້າຄະນະກຳມະການຊາຍແດນຮ່ວມລາວ-ຈີນແລະ ທ່ານເຫີເຫຍີ່ ຮອງຫົວໜ້າກົມກິດຈະການຊາຍແດນແລະ ທະເລ ກະຊວງການຕ່າງປະເທດຂອງຈີນ ທັງເປັນຫົວໜ້າຄະນະກຳມະການຊາຍແດນຮ່ວມຈີນ-ລາວ.
     ໃນກອງປະຊຸມຄັ້ງນີ້ ສອງຝ່າຍໄດ້ສະແດງຄວາມປິຕິຍິນດີຕໍ່ສາຍພົວພັນອັນດີງາມຂອງທັງສອງປະເທດທີ່ໄດ້ມີການຂະຫຍາຍຕົວຂຶ້ນສູ່ລະດັບສູງໂດຍສະເພາະຢ່າງຍິ່ງແມ່ນການແລກປ່ຽນຢ້ຽມຢາມເປັນທາງການເຊິ່ງກັນແລະ ກັນ ຂອງຄະນະຜູ້ແທນຂັ້ນສູງຂອງພັກ​-ລັດ.

     ໃນກອງປະຊຸມຄັ້ງນີ້ ສອງຝ່າຍໄດ້ພ້ອມກັນສັງເກດຕີລາຄາຄືນຜົນການຈັດຕັ້ງປະຕິບັດເນື້ອໃນບົດບັນທຶກກອງປະຊຸມຄະນະກຳມະການຊາຍແດນຮ່ວມລາວ-ຈີນ ຄັ້ງທີ XII ​ໃນໄລຍະຜ່ານມາ, ​ເຊິ່ງທັງສອງຝ່າຍໄດ້ເຫັນດີເປັນເອກະພາບກັນວ່າສະພາບຕາມບໍລິເວນຊາຍແດນແມ່ນມີຄວາມສະຫງົບໂດຍພື້ນຖານ, ​ໄດ້ມີການຮ່ວມືຄຸ້ມຄອງແລະ ປະຕິບັດກົດໝາຍ​​ເປັນຢ່າງດີ, ການຮ່ວມມືຂັ້ນສູນກາງແລະ ທ້ອງຖິ່ນຂອງທັງສອງຝ່າຍກໍໄດ້ມີການຂະຫຍາຍຕົວສູງ, ຊຶ່ງທັງສອງຝ່າຍໄດ້ມີການພົບປະກັນຢ່າງເປັນປົກກະຕິ, ​ໄດ້ຮ່ວມສະກັດກັ້ນແລະແກ້ໄຂກົດການຫຍໍ້ທໍ້, ​ເປັນຕົ້ນການຄ້າຂາຍເຖື່ອນ, ການຄ້າຂາຍຢາເສບຕິດ, ​ຊຶ່ງໄດ້ຮັບໝາກຜົນຂຶ້ນເທື່ອລະກ້າວ. ນອກຈາກນັ້ນ ສອງຝ່າຍຍັງໄດ້ມີການຊ່ວຍເຫລືອເຊິ່ງກັນແລະ ກັນໄດ້ຮ່ວມກັນຊຸກຍູ້ສົ່ງເສີມທາງດ້ານເສດຖະກິດ, ການຄ້າແລະ ການທ່ອງທ່ຽວຕາມບໍລິເວນຊາຍແດນໃຫ້ນັບມື້ນັບມີການຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ. ສອງຝ່າຍໄດ້ເປັນເອກະພາບກັນກ່ຽວກັບມາດຕະການສະກັດກັ້ນບັນຫາປະກົດການຫຍໍ້ທໍ້ ທີ່ເກີດຂຶ້ຶ້ນຕາມບໍລິເວນຊາຍແດນລາວ-ຈີນໃຫ້ທັນການແລະ ມີປະສິດທິຜົນຫລາຍກວ່າເກົ່າ, ພ້ອມກັນນັ້ນ ສອງຝ່າຍຍັງໄດ້ປຶກສາຫາລືປັບປຸງກົນໄກການເຮັດວຽກຢູ່ດ່ານສາກົນບໍ່ເຕັນ-ບໍ່ຫານເພື່ອອຳນວຍຄວາມສະດວກໃຫ້ການເຂົ້າອອກຂອງຄົນແລະ ພາຫະນະໃຫ້ມີຄວາມສະດວກ.
     ຜົນສຳເລັດຂອງກອງປະຊຸມຄັ້ງນີ້ເປັນການປະກອບສ່ວນອັນສຳຄັນເຂົ້າໃນການເພີ່ມທະວີສາຍພົວພັນມິດຕະພາບແລະ ການຮ່ວມມືຖານບ້ານໃກ້​​ເຮືອນຄຽງທີ່ມີມູນເຊື້ອອັນດີງາມລະຫວ່າງສອງປະເທດທີ່ມີມາແຕ່ບູຮານນະການ,​ ທັງເປັນການປະກອບສ່ວນເຂົ້າໃນການປົກປັກຮັກສາແລະ ສ້າງເສັ້ນຊາຍແດນຂອງສອງປະເທດໃຫ້ກາຍເປັນເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບແລະ ການຮ່ວມມືອັນຍາວນານຕະຫລອດການ.

No comments:

Post a Comment