Ad

Ad

18 May 2015

ດາວ​ທຽມ​ລາວ​ດວງ​ທຳ​ອິດ​ຈະ​ຖືກ​ສົ່ງ​ຂຶ້ນວົງ​ໂຄຈອນ​ໃນ​ທ້າຍ​ປີນີ້



     ເນື່ອງໃນໂອກາດ 150 ປີ ຂອງການສ້າງຕັ້ງສະຫະພາບໂທລະຄົມມະນາຄົມສາ ກົນ ແລະ ວັນຄົບຮອບ 60 ປີ ທີ່ ລາວໄດ້ເຂົ້າເປັນສະມາຊິກສະຫະພາບໂທລະ ຄົມມະນາຄົມສາກົນ ທ່ານ ຫຽມ ພົມມະຈັນ ລັດຖະມົນຕີວ່າການກະຊວງ ໄປສະນີໂທລະຄົມມະນາຄົມ ແລະ ການສື່ສານ ໄດ້ຖະແຫຼງຕໍ່ສື່ມວນຊົນວ່າ: ທ້າຍປີນີ້ ສປປ ລາວ ຈະສົ່ງດາວທຽມດວງທຳອິດຂຶ້ນສູ່ວົງໂຄຈອນ, ໂຄງການ ກໍ່ສ້າງດາວທຽມລາວ1 ແມ່ນໄດ້ຮັບການຊ່ວຍເຫຼືອຈາກ ສປ ຈີນ, ໂດຍແມ່ນ ກຸ່ມບໍລິສັດວິທະຍາສາດແລະເຕັກໂນໂລຊີການບິນອາວາກາດຂອງ ສປ ຈີນ ເປັນຜູ້ດຳເນີນການ.
     ຫາກການສົ່ງດາວທຽມຂຶ້ນສູ່ວົງໂຄຈອນສຳເລັດຈະຊ່ວຍໃຫ້ການສື່ສານ ແລະ ການສົ່ງສັນຍານຜ່ານດາວທຽມສະ ດວກ ແລະ ໄປທົ່ວເຖີງເຂດຫ່າງໄກສອກຫຼີກ, ທັງຈະເປັນການສ້າງລາຍຮັບທີ່ສຳຄັນແກ່ປະເທດຊາດອີກ. ສຳລັບແຜນ ການໃນຕໍ່ ໜ້າກະຊວງ ປທສ ຈະສືບຕໍ່ຈັດຕັ້ງຜັນຂະຫຍາຍແນວທາງຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ
ໃຫ້ເປັນອັນລະອຽດໃນຂົງເຂດຂອງຕົນເພື່ອເຮັດໃຫ້ມີກຳລັງຂັບເຄື່ອນຢ່າງແຂງແຮງເຂົ້າໃນການພັດທະນາເສດຖະ ກິດ-ສັງຄົມ, ວັດທະນະທຳ, ສິ່ງແວດລ້ອມ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໂດຍນໍາໃຊ້ເຕັກໂນໂລຊີທີ່ທັນ ສະໄໝທຽບທັນກັບປະເທດອື່ນໆ ໃນພາກພື້ນ ແລະ ໃນໂລກ, ສືບຕໍ່ສົ່ງເສີມໃຫ້ບັນດາຂະແໜງການອື່ນໆນຳໃຊ້ ເຕັກໂນໂລຊີ່ການສື່ສານ ແລະ ຂ່າວສານ ເປັນເຄື່ອງມືສຳຄັນໃນການບໍລິຫານ ​ແລະ ຄຸ້ມຄອງ ຂະແໜງການຂອງຕົນ ເພື່ອຫັນໄປສູ່ຄວາມທັນສະໄໝ.

No comments:

Post a Comment