Ad

Ad

13 May 2015

ກາ​ແດງ​ລາວ​ສາມາດຊ່ວຍ​ເຫລືອ​ຜູ້​ປະສົບ​ອຸບັດ​ເຫດໄດ້ 636 ກໍລະນີ



ປີ 2015 ໜ່ວຍງານຊ່ວຍເຫລືອຜູ້ປະສົບອຸບັດ​​ເຫດຕາມທ້ອງຖະໜົນຂອງອົງການກາ​​ແດງລາວໄດ້ຊ່ວຍເຫລືອຄົນເຈັບທັງໝົດ 636 ກໍລະນີໃນນັ້ນຊາຍ 354 ກໍລະນີ, ຍິງ 268  ກໍລະນີ, ​ເສຍຊີວິດ 14 ຄົນ, ອຸບັດເຫດເກີດຂຶ້ນສ່ວນໃຫຍ່ແມ່ນລົດຈັກຕໍາລົດຈັກ, ​ການດື່ມສິ່ງມືນເມົາແລ້ວຂັບ,ບໍ່ປະຕິບັດຕາມກົດລະບຽບຈະລາຈອນ ​​ແລະບໍ່ໃສ່ໝວກກັນກະທົບ.
          ທ່ານດຣ. ສິງເມໂນລາດຮອງປະທານອົງການກາແດງລາວໄດ້​​ໃຫ້ສໍາພາດຕໍ່ນັກຂ່າວໃນວັນທີ 12 ພຶດສະພານີ້ວ່າ:ໜ່ວຍງານຊ່ວຍເຫລືອຜູ້ປະສົບອຸບັດເຫດຕາມ​​ທ້ອງຖະໜົນຂອງອົງການກາແດງລາວໄດ້ຮັບການສ້າງຕັ້ງຂຶ້ນ​​​ໃນ 2013 ​ເປັນຕົ້ນມາ​​​ ໂດຍມີຈຸຸດປະສົງຊ່ວຍ​​ເຫລືອປະຖົມພະຍາບານຜູ້​​ເຄາະຮ້າຍຈາກອຸບັດເຫດຕາມຖະໜົນ​​ ໃນທຸກກໍລະນີແລະໃຫ້ການ
ຊ່ວຍເຫລືອຜູ້ທຸກຍາກປ່ຽວພອຍດ້ອຍໂອກາດ, ທຸກຍາກຂາດເຂີນ, ຫ່າງໄກພີ່ນ້ອງ, ນໍາສົ່ງຄົນເຈັບໄປ​​ໂຮງໝໍໂດຍບໍ່ຫວັງສິ່ງຕອບແທນທ່ານດຣ. ສິງເມໂນລາດ ຍັງໃຫ້ຮູ້ຕື່ມວ່າ: ໜ່ວຍງານຊ່ວຍເຫລືອຜູ້ປະສົບອຸບັດເຫດທາງຖະໜົນມີ 6 ຈຸແຕ່ລະຈຸມີ 8-10 ຄົນ, ມີພະນັກງານອາສາສະໝັກ 65 ຄົນ, ຍິງ 11 ຄົນ, ​ແຕ່ລະມື້ຕ້ອງໄດ້ອອກເຮັດວຽກ 7-8 ​ເທື່ອຕໍ່ມື້ເຊິ່ງອາສາສະໝັກທີ່ເຂົ້າມາເຮັດວຽກດັ່ງກ່າວສ່ວນໃຫຍ່ແມ່ນນັກຮຽນ, ນັກສຶກສາແລະພະນັກງານຜູ້ທີ່ຮັກ​​ໃນອາຊີບໂດຍບໍ່ໄດ້ມີຄ່າຕອບແທນ.

No comments:

Post a Comment