Ad

Ad

12 May 2015

ຄໍາມ່ວນ-ນະຄອນພະນົມ ເພີ່ມທະວີການຮ່ວມມືວຽກງານຮັກສາຄວາມສະຫງົບຕາມຊາຍແດນ



ກອງປະຊຸມຄັ້ງທີ x ຂອງຄະນະກຳມະການຮ່ວມມືຮັກສາຄວາມສະຫງົບເປັນລະ ບຽບຮຽບຮ້ອຍ ຕາມຊາຍແດນລະຫວ່າງແຂວງຄຳມ່ວນ ສປປ ລາວ ແລະ ຈັງ ຫວັດນະຄອນພະນົມ ຣາຊະອານາຈັກໄທ ໄດ້ໄຂຂຶ້ນໃນອາທິດ​ຜ່ານ​ມາ, ​ຝ່າຍ​ລາວນຳໂດຍທ່ານ  ຄຳໃບ ດຳລັດ ເຈົ້າແຂວງໆຄຳມ່ວນ ແລະ ຝ່າຍໄທນໍາໂດຍທ່ານ ອາດີສັກ ເທບອາດ ຜູ້ວ່າຣາຊະການຈັງຫວັດນະຄອນພະນົມໃນກອງປະຊຸມຄັ້ງນີ້,​ ສອງ​ຝ່າຍ​ໄດ້ເຫັນດີສືບຕໍ່ປະຕິບັດຕາມບົດບັນທຶກກອງປະຊຸມຄະນະກຳມະ ການຮ່ວມມືຮັກສາຄວາມສະຫງົບຕາມຊາຍແດນທົ່ວໄປລາວ-ໄທ ໂດຍສະເພາະແມ່ນເອົາໃຈໃສ່ສະກັດກັ້ນ ແລະ ປາບ ປາມການເຄື່ອນໄຫວຂອງບຸກຄົນ, ກຸ່ມຄົນທີ່ບໍ່ດີຕາມຊາຍແດນຢ່າງເຂັ້ມງວດເຊັ່ນ: ການຄ້າຂາຍສິ່ງຜິດກົດ ໝາຍ, ອາດ ຊະຍາກໍາ, ການຫລົບຫລີກພາສີ, ການຄ້າຂາຍອາວຸດເສິກ, ສັດປ່າຫວງຫ້າມ, ຄ້າໄມ້ເຖື່ອນ ແລະ ສິ່ງເສບຕິດຕ່າງໆ, ໂດຍໜ່ວຍງານກ່ຽວຂ້ອງທັງສອງຝ່າຍຕ້ອງໃຫ້ການຮ່ວມມືເຊິ່ງກັນ ແລະ ກັນຢ່າງເຂັ້ມງວດ ​ແລະ ເຫັນດີບໍ່ໃຫ້ມີ ກຳລັງທະຫານ ແລະ ຕຳຫລວດຂອງຝ່າຍໃດຝ່າຍໜຶ່ງລາດຕະເວນລ່ວງລ້ຳເຂດໜ້ານ້ຳ, ທາງບົກ ແລະ ນ່ານຟ້າຂອງອີກ ຝ່າຍໃດຝ່າຍໜຶ່ງຢ່າງເດັດຂາດ, ລວມທັງການຕິດຕາມຈັບກຸມຜູ້ຮ້າຍ, ຍົກເວັ້ນການຊ່ວຍເຫລືອຜູ້ປະສົບໄພ ຕາມລຳແມ່ນ້ຳ ຂອງບົນພື້ນຖານດ້ານມະນຸດສະທຳ, ແຕ່ຕ້ອງແຈ້ງໃຫ້ຝ່າຍໃດຝ່າຍໜຶ່ງໄດ້ຮັບຊາບທັນທີ.
ຈາກນັ້ນໄດ້ຜ່ານຮ່າງບົດບັນທຶກກອງປະຊຸມ ເພື່ອສືບຕໍ່ຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນໃນ ຕໍ່ໜ້າໂດຍທັງສອງຝ່າຍເຫັນດີສະໜັບສະໜູນໃຫ້ບັນດາເມືອງ, ອໍາເພີທີ່ີມີຊາຍແດນກົງຂ້າມເປີດກອງປະຊຸມປືກສາຫາລື ວຽກງານການຮັກສາຄວາມສະຫງົບຕາມຊາຍແດນ ແລະ ວຽກງານອື່ນໆໃຫ້ມີປະສິດທິຜົນ.

No comments:

Post a Comment