Ad

Ad

19 May 2015

ການເສຍຊີວິດຈະຫລາຍຂຶ້ນຖ້າລາຄາຢາສູບຍັງບໍ່ມີການປ່ຽນແປງ



    ກະຊວງສາທາລະນະສຸກ ໃຫ້ຮູ້ວ່າ: ປັດຈຸບັນ,ຄົນລາວຕາຍຍ້ອນພະຍາດເກີດ ຈາກການສູບຢາສະເລ່ຍ 13 ຄົນຕໍ່ມື້ ແລະ ມີແນວໂນ້ມວ່າຕົວເລກທີ່ບໍ່ເພິ່ງປາດຖະ ໜາດັ່ງກ່າວອາດຈະເພີ່ມຂຶ້ນອີກຖ້າລາ ຄາຢາສູບຫາກຍັງຖືກຄືດັ່ງປັດ ຈຸບັນນີ້.
ຫົວໜ້າກົມອານາໄມ ແລະ ສົ່ງເສີມສຸຂະພາບ ກ່າວວ່າ: ການສູບຢາຄື ສາເຫດຕົ້ນຕໍຂອງການເປັນພະຍາດຮ້າຍ ແຮງຫລາຍຊະນິດເຊັ່ນ: ມະເຮັງປອດ, ເສັ້ນເລືອດໃນສະໝອງແຕກ, ຫົວໃຈວາຍ, ຊຶ່ງລ້ວນແຕ່ເປັນພະຍາດຊຳເຮື້ອ ທີ່ເຮັດໃຫ້ຄົນເຈັບຕ້ອງທ່ຽວເຂົ້າ-ອອກ ໂຮງໝໍເປັນປະຈຳ, ທັງເປັນອຳມະພຶກ-ອຳມະພາດກ່ອນເສຍຊີວິດ, ເຊິ່ງເຮັດ ໃຫ້ຕົນເອງ ແລະ ຄອບຄົວຕ້ອງແບກຫາບ ພາລະຄ່າໃຊ້ຈ່າຍໃນການປິ່ນປົວເປັນຈຳນວນຫລາຍ.

    ປັດຈຸບັນ, ລາຄາຢາສູບຢູ່ປະເທດເຮົາບໍ່ວ່າຢາສູບທີ່ຜະລິດພາຍໃນປະເທດ ແລະ ນຳເຂົ້າຈາກຕ່າງປະເທດແມ່ນມີລາ ຄາຖືກຫລາຍ, ເນື່ອງຈາກລັດຍັງເກັບພາສີອາກອນນຳສີນຄ້າປະເພດດັ່ງກ່າວໃນອັດຕາທີ່ຕ່ຳ, ຂະນະທີ່ສະພາບການລັກ ລອບນຳເຂົ້າຢາສູບຈາກຕ່າງປະເທດແມ່ນມີປະລິມານຫລາຍໃນແຕ່ລະປີ,ຈຶ່ງເຮັດໃຫ້ຄົນສາມາດຊື້ຜະລິດຕະພັນຢາສູບ ໄດ້ງ່າຍຂຶ້ນ, ສະນັ້ນ ການເກັບອາກອນຢາສູບໃຫ້ສູງຂຶ້ນຈຶ່ງແມ່ນວິທີທີ່ມີປະສິດທິຜົນສູງເພື່ອຫລຸດຜ່ອນອັດຕາການ ສູບ ຢາຕົວຢ່າງ: ຢູ່ປະເທດໄທໃນໄລຍະແຕ່ປີ 1991-2012ຂຶ້ນອາກອນຢາສູບ 11 ຄັ້ງ, ສາມາດເຮັດໃຫ້ອັດຕາການສູບຢາໂດຍ ລວມຫລຸດລົງຈາກ 32% ຍັງເຫລືອ 21%, ຂະນະທີ່ລາຍຮັບງົບປະມານລັດເພີ່ມຂຶ້ນ 4 ເທົ່າຈາກ 15,89 ຕື້ບາດ (ສະ ກຸນເງິນໄທ) ມາເປັນ 59,91 ຕື້ບາດ, ເຊັ່ນດຽວກັບປະເທດສິງກະໂປແມ່ນເກັບອາກອນຢາສູບໃນອັດຕາສູງທີ່ສຸດໃນອາ ຊຽນ ແລະ ເຮັດໃຫ້ມີຜູ້ສູບຢາພຽງ 13% ຂອງພົນລະເມືອງເທົ່ານັ້ນ.
     ອົງການອະນາໄມໂລກ ໃຫ້ຮູ້ວ່າ: ຢາສູບເປັນຜະລິດຕະພັນທີ່ຖືກກົດໝາຍກໍຕາມ,ແຕ່ຂະນະດຽວກັນມັນກໍເປັນ ຂາດຕະກອນທີ່ສັງຫານຜູ້ບໍລິໂພກທົ່ວໂລກເປັນຈຳນວນບໍ່ໜ້ອຍໃນແຕ່ລະປີ, ສະນັ້ນ ລັດຖະບານຄວນມີມາດຕະການ ເກັບອາກອນໃຫ້ສູງເພື່ອໃຫ້ລາຄາຢາສູບແພງຂຶ້ນ, ຍິ່ງລາຄາແພງຂຶ້ນເທົ່າໃດຄວາມສາມາດໃນການຊື້ຂອງຜູ້ບໍລິໂພກກໍ ຍິ່ງຫລຸດລົງຫລາຍເທົ່ານັ້ນ, ທັງຈະສົ່ງຜົນດີຕໍ່ສຸຂະພາບຂອງປະຊາຊົນ, ມີຄົນເສຍຊີວິດຈາກຢາສູບໜ້ອຍລົງ, ສິ່ງແວດ ລ້ອມໃນສັງຄົມສະອາດປອດໄພດີຂຶ້ນ, ຫລຸດຜ່ອນລາຍຈ່າຍໃນການປິ່ນປົວພະຍາດແຫ່ງຊາດ ແລະ ລັດກໍມີລາຍຮັບງົບ ປະມານຫລາຍຂຶ້ນນຳດ້ວຍ.

No comments:

Post a Comment