Ad

Ad

19 May 2015

ຈົ່ງໃຊ້ນ້ຳຢ່າງມີຄຸນຄ່າ



ດັ່ງທີ່ຮູ້ນຳກັນແລ້ວວ່າໃນສະພາບອາກາດຮ້ອນອົບເອົ້າຫຼາຍດັ່ງປັດຈຸບັນ ເຮັດໃຫ້ ຄວາມຕ້ອງການໃຊ້ນ້ຳ ຂອງປະຊາຊົນເພີ່ມຫຼາຍຂຶ້ນ ຂະນະທີ່ການສະໜອງນ້ຳມີ ປະລິມານຈຳກັດ  ດັ່ງລັດວິສາຫະກິດນ້ຳປະປານະຄອນ ຫຼວງວຽງຈັນໄດ້ອອກ ແຈ້ງເຕືອນໃຫ້ຜູ້ໃຊ້ນ້ຳຊ່ວຍກັນປະຢັດ ແລະ ນຳໃຊ້ນ້ຳຢ່າງມີຄຸນປະໂຫຍດ, ສິ່ງສຳຄັນແມ່ນໃຫ້ ກະກຽມພາຊະນະບັນຈຸ ນ້ຳສຳລັບຊົມໃຊ້ໃນຍາມຈຳເປັນ ເນື່ອງຈາກນ້ຳຈະບໍ່ສາມາດໄຫຼໄປໄດ້ຢ່າງທົ່ວເຖິງໃນ ແຕ່ລະ ເຂດເປັນຊ່ວງເວລາ.
ຕາມຂໍ້ມູນຈາກລັດວິສາຫະກິດນ້ຳປະປານະຄອນຫຼວງໃຫ້ຮູ້ວ່າ: ສະເພາະປີນີ້ເລີ່ມແຕ່ ເດືອນເມສາເປັນຕົ້ນມາ ຄວາມຕ້ອງການຊົມໃຊ້ນ້ຳຂອງນະຄອນຫຼວງວຽງຈັນ ແມ່ນເພີ່ມຂຶ້ນຫຼາຍ, ຂະນະທີ່ກຳລັງການຜະລິດທັງໝົດ ຂອງໂຮງ ງານນ້ຳປະປາທັງ 4 ແຫ່ງໃນນະຄອນຫຼວງວຽງຈັນແມ່ນບໍ່ສາມາດຕອບສະໜອງໄດ້ພຽງພໍກັບຄວາມຕ້ອງການ ດັ່ງກ່າວ,
ໂດຍສະເພາະເຂດໂນນສູງ ແລະ ເຂດຫ່າງໄກຈາກໂຮງງານນ້ຳປະປາ, ດັ່ງນັ້ນທຸກຄົນຈົ່ງເປັນເຈົ້າການຊ່ວຍກັນປະຢັດນ້ຳ, ໃຊ້ ນ້ຳຢ່າງມີຄຸນຄ່າ ເພື່ອລໍຖ້າໂຮງງານນ້ຳປະປາທີ່ພາກສ່ວນກ່ຽວຂ້ອງກຳລັງກໍ່ສ້າງຢູ່ດົງໝາກຄາຍ ເມືອງໄຊທານີ ຊຶ່ງ ຄາດວ່າຈະສຳເລັດໃນທ້າຍປີນີ້.

No comments:

Post a Comment