Ad

Ad

28 May 2015

ຍີ່ປຸ່ນສືບຕໍ່ຊ່ວຍເຫລືອລາວປັບປຸງວຽກງານປະມົງ ແລະ ສ້າງຊັບພະຍາກອນມະນຸດ



ພິທີລົງນາມການຊ່ວຍເຫລືອເພື່ອສ້າງຄວາມເຂັ້ມແຂງດ້ານການຄົ້ນຄວ້າ ແລະ ພັດທະນາການປະມົງ ແລະ ການພັດທະນາຊັບພະຍາກອນມະນຸດລວມມີມູນຄ່າ 975 ລ້ານເຢັນ (ສະກຸນເງິນຍ່ີປຸ່ນ)  ຫລືປະມານ  64 ຕື້ກວ່າກີບຈາກລັດຖະ ບານຍີ່ປຸ່ນ, ໄດ້ມີຂຶ້ນໃນວັນທີ 26 ພຶດສະພານີ້, ຢູ່ນະຄອນຫລວງວຽງຈັນລ ະຫວ່າງທ່ານ ອາລຸນແກ້ວ ກິດຕິຄຸນລັດຖະມົນຕີຊ່ວຍວ່າການກະຊວງການຕ່າງ ປະເທດ ແລະ ທ່ານ ຮີໂຣຢູກິ ກິຊິໂນະ ເອກອັກຄະລາຊາທູດແຫ່ງຍີ່ປຸ່ນປະຈຳລາວ.
ທ່ານທູດໄດ້ມີຄຳເຫັນໃນພິທີວ່າ: ສປປ ລາວ, ມີປະລິມານປານ້ຳຈືດກວມເຄິ່ງໜຶ່ງຂອງການບໍລິໂພກອາ ຫານທາດ ຊີ້ນຂອງປະຊາຊົນ, ແຕ່ລະບົບການປະມົງໃນສາຍນ້ຳທຳມະຊາດຕ່າງໆຍັງບໍ່ໄດ້ຮັບການຫັນປ່ຽນໄປສູ່ອຸດສະຫະກຳ ແລະ
ເຖິງວ່າຜ່ານມາລັດຖະບານໄດ້ສ້າງສູນພັດທະນາການລ້ຽງປາ ແລະ ຄົ້ນຄວ້າການປະມົງກໍຕາມ, ແຕ່ເຫັນວ່າການເຄື່ອນ ໄຫວວຽກງານຕົວຈິງມີຄວາມຫຍຸ້ງຍາກຍ້ອນຂາດເຂີນດ້ານອຸປະກອນເຄື່ອງມືທີ່ທັນສະໄໝໃນການຄົ້ນຄວ້າວິໄຈ, ຄວາມສາມາດໃນການນຳໃຊ້ເຕັກນິກໃໝ່ເພື່ອຂະຫຍາຍແນວພັນປາໃຫ້ໄດ້ຫລາຍກວ່າເກົ່າ, ດັ່ງນັ້ນ ລັດຖະບານຍີ່ປຸ່ນຈຶ່ງ ໄດ້ໃຫ້ການຊ່ວຍເຫລືອປັບປຸງ ແລະ ສ້າງຄວາມເຂັ້ມແຂງໃນຂະແໜງການດັ່ງກ່າວໃຫ້ດີຂຶ້ນ, ສ່ວນການສະໜອງທຶນການສຶກສາຕໍ່ໃນລະດັບປະລິນຍາໂທ ແລະ ເອກຢູ່ປະເທດຍີ່ປຸ່ນນັ້ນ, ກໍແມ່ນການສືບຕໍ່ປະຕິບັດໂຄງການທີ່ໄດ້ຮ່ວມມືກັນໃນໄລຍະຜ່ານມາ, ເຊິ່ງນັບແຕ່ປີ 1999 ມາຮອດປັດຈຸບັນມີນັກສຶກສາລາວຫລາຍກວ່າ 300 ຄົນໄດ້ຮັບທຶນການສຶກສາຈາກຍ່ີປຸ່ນ ແລະ ໃນສົກຮຽນປີນີ້ຈະມີນັກສຶກສາລາວປະມານ 20 ຄົນຈະໄດ້ຮັບທຶນການສຶກສາໄປຮຽນຕໍ່ຢູ່ປະເທດຍີ່ປຸ່ນໃນລະດັບດັ່ງກ່າວ, ເຊິ່ງນັກສຶກສາທີ່ຮຽນຈົບມານັ້ນຫລາຍຄົນແມ່ນ ໄດ້ເຂົ້າເຮັດວຽກນຳອົງການຈັດຕັ້ງຂອງພັກ-ລັດ, ອົງການຈັດຕັ້ງສາກົນ ແລະ ຫົວໜ່ວຍທຸລະກິດຕ່າງໆ, ເຊິ່ງລ້ວນແຕ່ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດໃຫ້ຈະເລີນຮຸ່ງເຮືອງ, ທັງປະກອບສ່ວນເສີມຂະຫຍາຍສາຍພົວພັນຮ່ວມມືລະຫວ່າງສອງປະເທດລາວ-ຍີ່ປຸ່ນໃຫ້ນັບມື້ແໜ້ນແຟ້ນຍິ່ງຂຶ້ນ.
     ໃນໂອກາດນີ້, ທ່ານລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ອາລຸນແກ້ວ ກິດຕິຄຸນ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງລັດຖະບານ ແລະ ປະຊາຊົນຍ່ີປຸ່ນ ທີ່ໄດ້ໃຫ້ການຊ່ວຍເຫລືອລັດຖະບານ ກໍຄືປະຊາຊົນລາວໃນໄລຍະຜ່ານມາ, ລວມທັງສອງໂຄງການທີ່ຈະໄດ້ຈັດຕັ້ງປະຕິບັດໃນມໍ່ໆນີ້, ເຊິ່ງເປັນການປະກອບ ສ່ວນອັນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງລາວ ແລະ ຈະສ້າງເງື່ອນໄຂສະດວກໃນການຈັດຕັ້ງ
ປະຕິບັດເປົ້າໝາຍສະຫັດສະວັດເພື່ອການພັດທະນາ ແລະ ສາມາດນຳພາປະເທດຫລຸດພົ້ນອອກຈາກຄວາມດ້ວຍພັດທະນາໃນປີ 2020 ຕາມທີ່ພັກ ແລະ ລັດຖະບານກຳນົດໄວ້.

No comments:

Post a Comment