Ad

Ad

29 June 2015

ລາວທຳລາຍຢາເສບຕິດໃນໂອກາດວັນສາກົນຕ້ານຢາເສບຕິດຄົບຮອບ 28 ປີ



ເນື່ອງໃນໂອກາດສະເຫລີມສະຫລອງວັນສາກົນຕ້ານຢາເສບຕິດຄົບຮອບ 28 ປີ ແລະ ໃນວັນທີ 26 ມິຖຸນານີ້, ຄະນະກຳມະການກວດກາແລະຄວບຄຸມຢາເສບ ຕິດນະຄອນຫລວງວຽງຈັນ, ໄດ້ຈັດພິທີຈູດທຳລາຍຢາເສບຕິດຈຳ ນວນ 108,94 ກິໂລທີ່ເດີນສະໜາມຫລວງ, ໂດຍການເຂົ້າຮ່ວມຂອງທ່ານ ດຣ. ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫລວງວຽງຈັນ, ພ້ອມດ້ວຍປະທານຄະນະກຳ ມະການແຫ່ງຊາດເພື່ອກວດກາ ແລະ ຄວບຄຸມຢາເສບຕິດ, ອົງການຈັດຕັ້ງສາກົນ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນຈໍານວນຫລາຍ.
ທ່ານ ດຣ. ສິນລະວົງ ຄຸດໄພທູນ ກ່າວວ່າ: ໃນໄລຍະຜ່ານມາ, ນະຄອນຫລວງວຽງຈັນໄດ້ຖືເອົາບັນຫາຢາເສບຕິດ ເປັນໄພອັນຕະລາຍຕໍ່ສັງຄົມ, ຖືເປັນຄວາມຮັບຜິດຊອບທາງການເມືອງ ແລະ ກົດໝາຍໂດຍໄດ້ຮ່ວມມືກັບອົງການສະຫະ
ປະຊາຊາດແກ້ໄຂບັນຫານີ້, ເຊິ່ງໄດ້ເອົາໃຈໃສ່ສຶກສາອົບຮົມປູກຈິດສຳນຶກໃຫ້ຊັ້ນຄົນຕ່າງໆໃນສັງຄົມຮັບຮູ້, ເຂົ້າໃຈເຖິງ ພິດໄພ ແລະ ຜົນຮ້າຍຂອງຢາເສບຕິດ, ເອົາໃຈໃສ່ຟື້ນຟູສະພາບຈິດໃຈ, ຮ່າງກາຍຂອງຜູ້ຕິດຢາເສບຕິດປະເພດຕ່າງໆ ທັງຢູ່ສູນປິ່ນປົວ-ບຳບັດ, ໂຮງໝໍລວມທັງຢູ່ກັບຄອບຄົວ, ເອົາໃຈໃສ່ໃນການປະຕິບັດແຜນການສ້າງບ້ານປອດຢາເສບຕິດຕິດ ພັນກັບການສ້າງບ້ານພັດທະນາ. ມາຮອດປັດຈຸບັນທົ່ວນະຄອນຫລວງວຽງຈັນມີບ້ານປອດຢາເສບຕິດທັງໝົດ 333 ບ້ານ, ສ້າງໂຮງຮຽນປອດຢາເສບຕິດໄດ້ 96 ແຫ່ງ. ສຳລັບເຈົ້າໜ້າທີຕຳຫລວດ ແລະ ພາກສ່ວນກ່ຽວຂ້ອງຕ່າງໆກໍໄດ້ພະຍາຍາມ ໃນການປະຕິບັດໜ້າທີສາມາດມ້າງຄະດີຢາເສບຕິດໄດ້ 690 ເລື່ອງ,ຈັບກຸ່ມຜູ້ຕ້ອງຫາໄດ້ 1.061 ຄົນ, ຍິງ 191 ຄົນ, ຄົນຕ່າງປະເທດ 15 ຄົນ, ຢຶດຢາບ້າໄດ້ຫລາຍກວ່າໜຶ່ງແສນເມັດ, ເຮໂລອິນ 19,6 ກິໂລ, ຝິ່ນຈໍານວນໜຶ່ງ, ກັນຊາ 967,2 ກິໂລ, ຢາໄອສ໌ 265,9 ກຣາມ, ຜົງຂາວ 5 ກຣາມ ແລະ ຢາອີຈໍານວນໜຶ່ງ.
ຂ່າວໃຫ້ຮູ້ຕື່ມວ່າ: ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດປີນີ້ຢູ່ຫລາຍແຂວງກໍໄດ້ຈັດພິທີທໍາຈູດລາຍຢາເສບ ຕິດເປັນຈໍານວນຫລາຍເຊັ່ນກັນ.

No comments:

Post a Comment