Ad

Ad

29 June 2015

ຍ່າງເພື່ອສຸຂະພາບສະຫລອງວັນສະຖິຕິແຫ່ງຊາດ



ສູນສະຖິຕິແຫ່ງຊາດ, ກະຊວງແຜນການ ແລະ ການລົງທຶນ, ໄດ້ຈັດກິດຈະ ກຳຍ່າງເພື່ອສຸຂະພາບສະຫລອງວັນສະຖິຕິແຫ່ງຊາດຂຶ້ນ ໃນຕອນເຊົ້າວັນທີ 27 ມິຖຸນາຜ່ານມານີ້ທີ່ສວນປະຕູໄຊ ນະຄອນຫລວງວຽງຈັນ, ໂດຍການເຂົ້າຮ່ວມ ຂອງທ່ານສົມດີດວງດີລັດຖະມົນຕີວ່າການກະຊວງແຜນການ ແລະ ການລົງທຶນ, ມີລັດຖະມົນຕີຊ່ວຍວ່າການ, ຫົວໜ້າສູນສະຖິຕິແຫ່ງຊາດແລະຜູ້ຕາງໜ້າຈາກ ສູນສະຖິຕິປະຈຳແຕ່ລະແຂວງໃນທົ່ວປະເທດ, ພ້ອມດ້ວຍພະນັກງານກ່ຽວຂ້ອງ ເຂົ້າຮ່ວມຢ່າງຫລວງຫລາຍ.
ລັດຖະມົນຕີວ່າການກະຊວງແຜນການ ແລະ ການລົງທຶນກ່າວວ່າ: ໃນໄລຍະຜ່ານມາ, ການຈັດຕັ້ງປະຕິບັດຂອງ ສູນສະຖິຕິແຫ່ງຊາດໄດ້ສົມທົບກັບການຈັດຕັ້ງສະຖິຕິທຸກຂັ້ນທັງລະບົບສາຍຕັ້ງແລະສາຍຂວາງ, ພ້ອມກັນຈັດຕັ້ງຜັນຂະ
ຫຍາຍກົດໝາຍວ່າດ້ວຍສະຖິຕິ ແລະ ຍຸດທະສາດການພັດທະນາລະບົບສະຖິຕິແຫ່ງຊາດ 2010-2020 ໂດຍຫັນເປັນ ແຜນດຳເນີນງານປະຈຳປີລະອຽດເຮັດໃຫ້ການຈັດຕັ້ງປະຕິບັດວຽກງານສະຖິຕິມີຜົນສຳເລັດເປັນກ້າວໆ. ດັ່ງນັ້ນຈຶ່ງຂໍຮຽກຮ້ອງໃຫ້ບັນດາພະນັກງານ-ລັດຖະກອນທັງພາກລັດ ແລະ ເອກະຊົນລວມເຖິງປະຊາຊົນຮ່ວມກັນປະ
ກອບສ່ວນເຂົ້າໃນວຽກງານສະຖິຕິຢ່າງຈິງໃຈຢູ່ໃນແຕ່ລະຂົງເຂດທົ່ວປະເທດເພື່ອເຮັດໃຫ້ການຜະລິດຂໍ້ມູນສະຖິຕິມີຄວາມຄົບຖ້ວນ, ແທດເໝາະກັບຄວາມເປັນຈິງ, ມີຄຸນນະພາບສາມາດຕອບສະໜອງໃຫ້ແກ່ການວາງນະໂຍບາຍ, ການວາງແຜນການ, ຮຽກຮ້ອງໃຫ້ມີການພັດທະນາຂໍ້ມູນ-ຂ່າວສານທີ່ທັນສະໄໝ, ຖືກຕ້ອງແລະຄົບຖ້ວນ, ພັດທະນາລະບົບການຈັດຕັ້ງສະ ຖິຕິແຫ່ງຊາດແຕ່ສູນກາງລົງຮອດທ້ອງຖິ່ນ, ໂດຍຕິດພັນກັບຂະບວນການສາມສ້າງ, ເລັ່ງໃສ່ປັບປຸງການຜະລິດຂໍ້ມູນສະຖິຕິ ເພື່ອຮັບປະກັນຄຸນນະພາບສາມາດຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການໃນໄລຍະໃໝ່ໃນຍຸກໂລກາພິວັດ.
ໂອກາດດຽວກັນ, ກໍໄດ້ມີການປູກຕົ້ນໄມ້ເພື່ອສະເຫລີມສະຫລອງວັນດັ່ງກ່າວຢູ່ສູນສະຖິຕິແຫ່ງຊາດຫລັງໃໝ່ບ້ານ ດົງນາໂຊກເໜືອ ເມືອງສີໂຄດຕະບອງ ທັງແນໃສ່ປະກອບສ່ວນເຮັດໃຫ້ນະຄອນຫລວງວຽງຈັນເປັນເມືອງສີຂຽວ, ເມືອງສຸຂະພາບແລະສະອາດງາມຕາ.  ສຳລັບຕົ້ນໄມ້ທີ່ນຳມາປູກໃນຄັ້ງນີ້ມີທັງໝົດ 60 ຕົ້ນປະກອບມີຕົ້ນໄມ້ຂະຍຸງ, ຕົ້ນຈຳປາ, ໄມ້ປະດັບ ແລະ ອື່ນໆເພື່ອ​​ເຮັດໃຫ້ສະຖານທີ່ບໍລິເວນເດີ່ນອ້ອມຂ້າງສູນສະຖິຕິແຫ່ງຊາດຂຽວງາມສົດໃສໃນອະນາຄົດ.

No comments:

Post a Comment