Ad

Ad

10 June 2015

ລາວຫາລືວຽກງານສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ



   ໃນວັນທີ 9 ມິຖຸນານີ້, ທ່ານນາງ ບັນດິດ ປະທຸມວັນ ຮອງປະທານສູນກາງ ສະຫະພັນແມ່ຍິງລາວ, ທັງເປັນຜູ້ຮັກສາການປະທານຄະນະກຳມາທິການເພື່ອ ຄວາມກ້າວໜ້າຂອງແມ່ ຍິງແຫ່ງຊາດ (ຄກມຊ), ໄດ້ເປັນປະທານກອງປະ ຊຸມຄະນະກຳມາທິການດັ່ງກ່າວ, ເພື່ອປືກສາຫາລືການຈັດຕັ້ງປະຕິບັດແຜນງານສາ ກົນຕ່າງໆເພື່ອສ້າງຄວາມກ້າວ ໜ້າໃຫ້ແກ່ແມ່ຍິງ, ໂດຍສະເພາະແມ່ນແຜນງ ານປັກກິງ+20 ແລະ ແຜນພັດທະນາແຫ່ງຊາດເພື່ອຄວາມສະເໜີພາບລະຫວ່າງ ຍິງ-ຊາຍ 5 ປີຄັ້ງທີ VIII (2016-2020).
    ຜູ້ຮັກສາການຄະນະກຳມາທິການດັ່ງກ່າວໃຫ້ຮູ້ວ່າ: ພາຍຫລັງສຳເລັດການເຂົ້າຮ່ວມກອງປະຊຸມສະໄໝສາມັນຄັ້ງທີ 59 ຂອງຄະນະກຳມາທິການເພື່ອສະຖານະພາບຂອງແມ່ຍິງ, ເຊິ່ງໄດ້ມີການທົບທວນຄືນການຈັດຕັ້ງປະຕິບັດຖະ

ແຫລງການແຜນປະຕິບັດງານປັກກິງ+20 ໃນໄລຍະຜ່ານມາ ແລະ ໄດ້ມີການພິຈາລະນາຮັບຮອງເອົານະໂຍບາຍ ແລະ ການຈັດຕັ້ງເພື່ອໃຫ້ບັນລຸຄວາມສະເໝີພາບຍິງ-ຊາຍ ແລະ ສິດທິມະນຸດຂອງແມ່ຍິງ, ພ້ອມທັງກະຕຸກຊຸກຍູ້ໃຫ້ລັດຖະ ບານແຕ່ລະປະເທດຮີບຮ້ອນຈັດຕັ້ງປະຕິບັດຖະແຫລງການດັ່ງກ່າວຢ່າງເປັນຮູບປະທຳ ເພື່ອເປັນພື້ນຖານໃຫ້ແກ່ການ ເລັ່ງທວງໃນການສ້າງຄວາມສະເໝີພາບລະຫວ່າງຍິງ-ຊາຍ, ສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ, ການລຶບລ້າງທຸກຮູບແບບ ຕໍ່ການຈຳແນກ ແລະ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງຫລຸດລົງເທື່ອລະກ້າວ.

No comments:

Post a Comment